ຂ້າພະເຈົ້າ ໄດ້ຕິດຕາມດ້ວຍຄວາມຫ່ວງໃຍຢ່າງໃກ້ຊິດ ຕໍ່ການປະຊວນຂອງພະອົງ ຕະຫຼອດໄລຍະຜ່ານມາ ແລະ ມີຄວາມໂສກເສົ້າເສຍໃຈເປັນຢ່າງຍິ່ງ ຕໍ່ການຈາກໄປຂອງພະອົງໃນຄັ້ງນີ້. ການຈາກໄປຂອງພະອົງເປັນການສູນເສຍເຈົ້າຍິງທີ່ແສນເຄົາລົບຮັກຂອງປວງຊົນຊາວໄທທັງປະເທດກໍຄື ເພື່ອນມິດທີ່ສໍາຄັນຂອງປະຊາຊົນລາວ. ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ, ລັດຖະບານ ແລະ ປວງຊົນຊາວໄທທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານ ຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມມະຫຼວງຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ຈົ່ງໄປສູ່ສຸຄະຕິດ້ວຍເຖີດ.
ໃນຂະນະດຽວກັນ, ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ຣາຊະອານາຈັກໄທ ເຊັ່ນດຽວກັນ.
ຄໍາເຫັນ