ຂ້າພະເຈົ້າ ເຊື່ອໝັ້ນ ເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຈະໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍອວຍພອນ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະຊາຊົນສະຫະນະຄອນ ເອເມຣັດ ອາຣັບ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.
ດ້ວຍຄວາມນັບຖືຢ່າງສູງ.
ໃນຂະນະດຽວກັນ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ສົມເດັດ ເຊກຄ໌ ຄາລິດ ບິນ ໂມຮາເມັດ ບິນ ຊາຢິດ ອາລ ນາຢັນ ອົງມົງກຸດຣາຊະກຸມມານ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ແລະ ໃນໂອກາດດຽວກັນ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ທອງສະ ຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງຄູ່ ຮ່ວມຕຳແໜ່ງ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ເຊັ່ນດຽວກັນ.
ຄໍາເຫັນ