ສານຊົມເຊີຍໃນໂອກາດ 70 ປີ ສາຍພົວພັນການທູດ ລາວ-ກຳປູເຈຍ

ສານຊົມເຊີຍໃນໂອກາດ 70 ປີ ສາຍພົວພັນການທູດ ລາວ-ກຳປູເຈຍ

ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 70 ປີ (15 /6/1956-15/6/2026) ສົມເດັດ ໂນໂຣດົມສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານຊົມເຊີຍ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ; ເນື່ອງໃນໂອກາດອັນສະຫງ່າລາສີ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ຣາຊະອານາຈັກກຳປູເຈຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ), ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນແຫ່ງ ສປປ ລາວ ທຸກຖ້ວນໜ້າ.

 

ຕະຫຼອດໄລຍະເຈັດທົດສະວັດທີ່ຜ່ານມາ, ສາຍພົວພັນລະຫວ່າງ ຣາຊະອານາຈັກກຳປູເຈຍ ແລະ ສປປ ລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງສະແດງໃຫ້ເຫັນໂດຍຜ່ານມິດຕະພາບອັນໝັ້ນຄົງ, ການຮ່ວມມືທີ່ມີໝາກມີຜົນ ແລະ ການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິໃນທຸກລະດັບ. ສາຍພົວພັນມິດຕະພາບແບບອ້າຍນ້ອງລະຫວ່າງປະຊາຊົນສອງຊາດຂອງພວກເຮົາສືບຕໍ່ມີຄວາມໝັ້ນຄົງຂະໜົງແກ່ນ ແລະ ຍືນຍົງ ປຽບດັ່ງກະແສຂອງແມ່ນ້ຳຂອງ ຊຶ່ງໄດ້ເພີ່ມພູນຄູນສ້າງ ແລະ ເຊື່ອມໂຍງສອງປະເທດຂອງພວກເຮົາ.

ໃນຂະນະທີ່ພວກເຮົາພວມສະເຫຼີມສະຫຼອງຂີດໝາຍທີ່ສຳຄັນນີ້, ຂ້າພະເຈົ້າຂໍຢືນຢັນຄືນຄຳໝັ້ນສັນຍາຂອງຣາຊະອານາຈັກກຳປູເຈຍໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ແລະ ການຮ່ວມມືອັນໃກ້ຊິດພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານເພື່ອສັນຕິພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ແລະ ປະຊາ ຊົນສອງຊາດຂອງພວກເຮົາ.

ຂໍອວຍພອນໃຫ້ພະນະທ່ານປະທານປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ສືບຕໍ່ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະນະທ່ານເພື່ອຄວາມຜາສຸກຂອງປະຊາຊົນແຫ່ງ ສປປ ລາວ; ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.

ໃນໂອກາດດຽວກັນ, ສົມເດັດມະຫາ ບໍວໍທິບໍດີຮຸນມາແນດ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກຳປູເຈຍ ກໍໄດ້ສົ່ງສານຊົມເຊີຍເຖິງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຊຶ່ງມີເນື້ອໃນວ່າ: ໃນນາມລັດຖະບານແຫ່ງຣາຊະອານາຈັກ ແລະ ປະຊາຊົນກຳປູເຈຍ, ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງຂໍສົ່ງຄໍາຊົມເຊີຍຢ່າງຈິງໃຈມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວ ເພື່ອນມິດເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງຣາຊະອານາ ຈັກກຳປູເຈຍ ແລະ ສປປ ລາວ; ສາຍພົວພັນຂອງພວກເຮົາທີ່ໄດ້ຮັບການພັດທະນາໃນຕະຫຼອດໄລຍະເວລາກວ່າເຈັດທົດສະວັດທີ່ຜ່ານມາມີຮາກເຫງົ້າມາຈາກສາຍພົວພັນອັນຍາວນານທີ່ສືບຕໍ່ກັນມາຫຼາຍສະ ຕະວັດໃນປະຫວັດສາດອັນໃກ້ຊິດ ແລະ ຕິດພັນກັນຜ່ານມາ. ໃນປັດຈຸບັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຂອງພວກເຮົາກວມເອົາຫຼາຍຂົງເຂດ ແລະ ສືບຕໍ່ໄດ້ຮັບການເສີມຂະຫຍາຍໂດຍຜ່ານການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຢ່າງເປັນປະຈຳ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ຄວາມມີຊີວິດຊີວາຂອງສາຍພົວພັນລະຫວ່າງສອງປະເທດພວກເຮົາ; ວັນຄົບຮອບທີ່ສຳຄັນໃນຄັ້ງນີ້ ເປັນກາລະໂອກາດອັນມີຄຸນຄ່າເພື່ອຢໍ້າຄືນຄວາມໝາຍໝັ້ນຂອງພວກເຮົາໃນການສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານຂອງພວກເຮົາໃຫ້ເຂັ້ມແຂງ ແລະ ເຂົ້າສູ່ລວງເລິກ. ພວກເຮົາຈະຮ່ວມມືກັນສົ່ງເສີມເປົ້າ ໝາຍການພັດທະນາແຫ່ງຊາດ ແລະ ແກ້ໄຂບັນຫາສິ່ງທ້າທາຍຕ່າງໆໃນພາກພື້ນ ແລະ ສາກົນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂຶ້ນກວ່າເກົ່າເພື່ອປະຊາຊົນຂອງສອງປະເທດພວກເຮົາ, ກໍຄືປະຊາຄົມອາຊຽນ ແລະ ສາກົນ.

ຂໍອວຍພອນໃຫ້ພະນະທ່ານຈົ່ງມີສຸຂະພາບແຂງແຮງ ແລະ ສືບຕໍ່ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານໃນການນຳເອົາຄວາມສຸກ ແລະ ຊີວິດການເປັນຢູ່ທີ່ດີມາສູ່ປະຊາຊົນ ສປປ ລາວ.

ໃນຂະນະດຽວກັນ, ພະນະທ່ານ ປຣາກໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ກໍໄດ້ສົ່ງສານຊົມເຊີຍເຖິງ ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ສານອວຍພອນວັນຊາດ ສປປ ເກົາຫຼີ

ສານອວຍພອນວັນຊາດ ສປປ ເກົາຫຼີ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງສານອວຍພອນ ເຖິງ ສະຫາຍ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກຳລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ ຊຶ່ງມີເນື້ອໃນວ່າ: ສະຫາຍ ກິມເຈິງອຸນ ທີ່ນັບຖື; ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ຊົມເຊີຍຢ່າງສຸດໃຈມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ.
ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດຊຸນຕານອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ: ສົມເດັດ; ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ ແລະ ປະຊາຊົນມາເລເຊຍທຸກຖ້ວນໜ້າເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ.
ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ສະຫາຍ ເຈິນ ແທັງ ເໝິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຕາມລຳດັບ ຊຶ່ງມີເນື້ອໃນວ່າ: ບັນດາສະຫາຍທີ່ຮັກແພງ; ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026), ຕາງໜ້າໃຫ້ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ, ໄມຕີຈິດມິດຕະພາບອັນດູດດື່ມ ແລະ ພອນໄຊອັນປະເສີດຖານສະຫາຍອ້າຍນ້ອງ ມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະ ບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທຸກຖ້ວນໜ້າ.
ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ສະຫາຍ ເຈິນ ແທັງ ເໝິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຕາມລຳດັບ ຊຶ່ງມີເນື້ອໃນວ່າ: ບັນດາສະຫາຍທີ່ຮັກແພງ;
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ແຈ້ງການກະຊວງການຕ່າງປະເທດ

ແຈ້ງການກະຊວງການຕ່າງປະເທດ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາໃນວັນທີ 31 ສິງຫາ -1 ກັນຍາ 2026 ທີ່ ບິສເກັກ ກຽກກິດສະຖານ.
ສານສະແດງຄວາມເຫັນໃຈ ເຖິງ ເນປານ

ສານສະແດງຄວາມເຫັນໃຈ ເຖິງ ເນປານ

ວັນທີ 27 ສິງຫານີ້, ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວໄດ້ສົ່ງສານສະແດງຄວາມເຫັນໃຈເຖິງພະນະທ່ານ ຊີຊີ ຄານານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ເນປານທີ່ ກັດມານດູຊຶ່ງມີເນື້ອໃນວ່າ: ພະນະທ່ານ; ຂ້າພະ​ເຈົ້າ​ຮູ້ສຶກ​ໂສກເສົ້າເປັນຢ່າງ​ຍິ່ງ​ທີ່​ໄດ້​ຮັບຊາບ ​ກ່ຽວ​ກັບຄວາມເສຍຫາຍ ທີ່ເກີດຂຶ້ນຈາກເຫດການໄພພິບັດທາງທຳມະຊາດ ຢູ່ ເມືອງຣາຊູວາ ແລະ ເມືອງນູວາກົດ, ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ ໃນວັນທີ 26 ສິງຫາ 2026 ທີ່ຜ່ານມາ, ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນເນປານ ເປັນຈໍານວນຫຼວງຫຼາຍ ທີ່ດໍາລົງຊີວິດຢູ່ໃນຂົງເຂດດັ່ງກ່າວ.
ສານສະແດງຄວາມເຫັນໃຈ ເຖິງ ສປ ຈີນ

ສານສະແດງຄວາມເຫັນໃຈ ເຖິງ ສປ ຈີນ

ວັນທີ 27 ສິງຫານີ້, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສະຫາຍ ຫຼີ ສຽງ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ: ສະຫາຍ ທີ່ນັບຖື; ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈ ຕໍ່ເຫດການໄພພິບັດທໍາມະຊາດ ເກີດຂຶ້ນຢ່າງກະທັນຫັນ ໃນວັນທີ 26 ສິງຫາ 2026 ຢູ່ເຂດປົກຄອງຕົນເອງ ຊີຈ້າງ ອັນໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ພື້ນຖານໂຄງລ່າງໄດ້ຮັບຜົນກະທົບ ແລະ ມີຜູ້ສູນຫາຍເປັນຈຳນວນຫຼາຍ.
ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ພຣາໂບໂວ ສຸບຽນໂຕປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ທີ່ ຈາກາກຕາ ຊຶ່ງມີເນື້ອໃນວ່າ:
ສານເສົ້າສະຫຼົດໃຈ ຈາກ ສ ເບລາຣຸດຊີ

ສານເສົ້າສະຫຼົດໃຈ ຈາກ ສ ເບລາຣຸດຊີ

ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ