ສະພາ ສະເໜີໃຫ້ລັດຖະບານສືບຕໍ່ວຽກຈຸດສຸມ 3 ເດືອນທ້າຍປີໃຫ້ບັນລຸຕາມຄາດໝາຍ

ສະພາ ສະເໜີໃຫ້ລັດຖະບານສືບຕໍ່ວຽກຈຸດສຸມ 3 ເດືອນທ້າຍປີໃຫ້ບັນລຸຕາມຄາດໝາຍ
ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງາຍຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນຳໃຊ້,ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ທ່ານ ວິໄລວົງ ບຸດດາຄຳ ກ່າວວ່າ: ຄະນະປະຈຳສະພາແຫ່ງຊາດ ໂດຍລວມເຫັນດີ ຕໍ່ການສະເໜີແຜນວຽກຈຸດສຸມ ແລະ ມາດຕະການຂອງລັດຖະບານ ໃນໄລຍະ 3 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027 ແລະ ເຫັນດີຕາມການສະເໜີຂອງລັດຖະບານກ່ຽວກັບບັນຊີຢາເສບຕິດ ທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ເພື່ອສະເໜີໃຫ້ກອງປະຊຸມພິຈາລະນາຮັບຮອງ ເປັນມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ລວມທັງການແກ້ໄຂບັນຫາຢາເສບຕິດໃຫ້ມີຜົນສໍາເລັດ, ຄະນະປະຈໍາສະພາແຫ່ງຊາດ ສະເໜີ ບາງຄໍາເຫັນ ແລະ ມາດຕະການເພີ່ມເຕີມ ດັ່ງນີ້:
ສຳລັບແຜນວຽກຈຸດສຸມ 3 ເດືອນທ້າຍປີ 2026.
1. ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ, ເອົາໃຈໃສ່ຄວາມເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຢາເສບຕິດໃຫ້ເຂັ້ມງວດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ;
2. ເອົາໃຈໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມຄາດໝາຍ, ເຮັດໃຫ້ອັດຕາການເຕີບໂຕ ແຜນພັດທະນາເສດຖະກິດ-ສັງຄົມບັນລຸໄດ້ຕາມມະຕິສະພາແຫ່ງຊາດກຳນົດໄວ້ 5.5%;
3. ສຸມໃສ່ການເກັບລາຍຮັບງົບປະມານຈາກຄ່າເຊົ່າ-ສຳປະທານທີ່ດິນ, ຄ່າຊັບພະຍາກອນແຮ່ທາດ, ພາສີ-ອາກອນແຮ່ທາດ ທີ່ເຫັນວ່າຍັງເກັບໄດ້ໜ້ອຍ ທຽບໃສ່ການອະນຸມັດໂຄງການຕ່າງໆ.
4. ເອົາໃຈໃສ່ປະຕິບັດນະໂຍບາຍເງິນຕາ ເພື່ອຄຸ້ມຄອງເສດຖະກິດມະຫາພາກ, ຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເໜັງຕີງໃນລະດັບສູງ, ສົ່ງເສີມການນໍາໃຊ້ເງິນກີບ, ນໍາເຂົ້າເງິນຕາຈາກການສົ່ງອອກ ຜ່ານລະບົບທະນາຄານໃຫ້ເພີ່ມຂຶ້ນ, ຄຸ້ມຄອງລາຄາສິນຄ້າ, ລາຄານໍ້າມັນເຊື້ອໄຟ, ຄ່າຄອງຊີບທີ່ຍັງມີທ່າອ່ຽງສູງຂຶ້ນ ເພື່ອບໍ່ໃຫ້ສົ່ງຜົນກະ ທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ.
5.ລະດົມທຸກແຫຼ່ງທຶນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມແຜນການ ເປັນຕົ້ນ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ມະຕິສະພາ 13,800 ຕື້ກີບ).
6. ສືບຕໍ່ປະຕິບັດຄາດໝາຍຂອງບັນດາຂະແໜງເສດຖະກິດໃຫ້ບັນລຸຕາມແຜນການ ທົດແທນການຜະລິດເຂົ້າທີ່ບໍ່ໄດ້ຕາມມະຕິສະພາ ໂດຍການປູກພືດລົ້ມລູກ.
7. ເອົາໃຈໃສ່ຕິດຕາມກວດກາ ແລະ ປະເມີນຄືນບັນດາໂຄງການລົງທຶນຂອງລັດ, ສຸມໃສ່ການສ້ອມແປງ, ຟື້ນຟູໂຄງການສ້ອມແປງເສັ້ນທາງ, ຊົນລະປະທານ ແລະ ໂຄງລ່າງພື້ນຖານທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດໃຫ້ນໍາໃຊ້ໄດ້ເປັນປົກກະຕິ;
8. ສືບຕໍ່ກວດກາ, ປະເມີນ ແລະ ຈັດຕັ້ງປະຕິບັດມາດຕະການຕໍ່ໂຄງການສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ຜ່ານການປະເມີນ ແລະ ຈັດລະດັບໃນປະເພດ C ແລະ C+ ໃຫ້ສໍາເລັດຕາມມະຕິກອງປະຊຸມສະພາແຫ່ງຊາດທີ່ໄດ້ຮັບຮອງຜ່ານມາ ພ້ອມທັງຄຸ້ມຄອງການຂຸດຄົ້ນບໍ່ແຮ່ຢ່າງເຂັ້ມງວດ, ບໍ່ໃຫ້ສ້າງຜົນເສຍຫາຍຕໍ່ຊຸມຊົມ ແລະ ສິ່ງແວດລ້ອມ, ບໍ່ຖິ້ມພາລະການຟື້ນຟູໃຫ້ລັດ ແລະ ຖືສໍາຄັນການປຸງແຕ່ງພາຍໃນ, ຫຼຸດຜ່ອນການສົ່ງອອກແຮ່ດິບ;
9. ສືບຕໍ່ຊຸກຍູ້ບັນດາຂະແໜງການ ປະຕິບັດບັນດາຄາດໝາຍຂອງຂະແໜງວັດທະນະທຳ-ສັງຄົມທີ່ຍັງບໍ່ບັນລຸໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ເປັນຕົ້ນ ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ, ຊຸກຍູ້ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບຳລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ (ກສນ), ການເກີດລູກມີແພດຊ່ວຍ, ການຂາດສານອາຫານເດັກນ້ອຍລຸ່ມ 5 ປີ, ການປັບປຸງ ແລະ ສ້າງມາດ ຖານສີມືແຮງງານໃໝ່, ການເກັບກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ທໍາການຜະລິດ ແລະ ໂຄງການຕ່າງໆ, ການປຸກລະດົມຮັບບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ, ຮີບຮ້ອນເບີກຈ່າຍງົບປະມານສຸກເສີນ ແລະ ຟື້ນຟູສຸກສາລາ, ໂຮງຮຽນ, ໂຄງລ່າງພື້ນຖານ, ເລັ່ງສະໜອງຢາປົວພະຍາດທີ່ຈຳເປັນໃຫ້ໂຮງໝໍ, ສຸກສາລາ ປະຊາຊົນທີ່ໄດ້ຮັບຜົນກະທົບໃນເຂດທີ່ປະສົບໄພພິບັດ.
10. ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຂອງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈໍານວນ 9 ຕົວຊີ້ວັດ ທີ່ຍັງບໍ່ທັນບັນລຸຕາມຄາດໝາຍໃຫ້ສໍາເລັດ, ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ; ສືບຕໍ່ປະເມີນ ແລະ ປັບປຸງດຳລັດເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາໃຫ້ສອດ ຄ່ອງກັບມາດຕະຖານສາກົນ ແລະ ສະພາບເງື່ອນໄຂຕົວຈິງ;
11. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິວ່າດ້ວຍບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ທີ່ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.
ໃນນັ້ນ, ຕໍ່ກັບທິດທາງແຜນການປີ 2027.
1 ສືບຕໍ່ປະຕິບັດແຜນວຽກຈຸດສຸມໄລຍະ 3 ເດືອນທ້າຍປີ 2026 ທີ່ຍັງຄົງຄ້າງໃຫ້ມີຜົນສໍາເລັດ ລວມທັງສືບຕໍ່ຜັນຂະຫຍາຍ ມະຕິວ່າດ້ວຍບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ໃຫ້ເປັນແຜນງານ, ໂຄງການລະອຽດ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
2. ສືບຕໍ່ປົກປັກຮັກສາ ແລະ ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຂອງສັງຄົມ, ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ, ເອົາໃຈໃສ່ຜັນຂະຫຍາຍມະຕິວ່າດ້ວຍບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວບຄຸມການນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.
3. ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີການຂະຫຍາຍຕົວ, ຍູ້ແຮງການສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ ຕາມທ່າແຮງບົ່ມຊ້ອນຂອງຊາດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດວ່ອງໄວ, ມີຄຸນນະພາບ ແລະ ຍືນຍົງ;
4. ເອົາໃຈໃສ່ຈັດເກັບລາຍຮັບງົບປະມານຕາມທ່າແຮງບົ່ມຊ້ອນຕົວຈິງທີ່ມີ ແລະ ຖານລາຍຮັບໃໝ່ໃຫ້ຄົບຖ້ວນ, ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍງົບປະມານໃຫ້ສອດຄ່ອງຕາມກົດໝາຍ ແຜນການ-ການເງິນຢ່າງເຂັ້ມງວດ, ຮັບປະກັນໃຫ້ມີແຫຼ່ງງົບປະມານການຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດທີ່ແນ່ນອນ ແລະ ຍືນຍົງ;
5. ສືບຕໍ່ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຕາມ ມະຕິ 165/ສພຊ ກ່ຽວກັບການກໍ່ສ້າງສ້ອມແປງທາງໃນຮູບແບບໃໝ່ (OPBRC ແລະ PRTC) ແລະ ການປະຕິບັດສັນຍາຮັບເໝົາໃນແຕ່ລະຂັ້ນຕອນ ເພື່ອສະຫຼຸບຕີລາຄາ ລວມທັງແກ້ໄຂຂໍ້ຫຍຸ້ງຍາກ, ສະພາບຄວາມຊັກຊ້າຂອງໂຄງການ, ດໍາເນີນການກໍ່ສ້າງໃຫ້ສໍາເລັດ, ສາມາດຈັດເກັບຄ່າຜ່ານທາງເຂົ້າງົບປະມານຂອງລັດທີ່ໂປ່ງໃສ ແລະ ສາມາດກວດສອບໄດ້;
6. ຕິດຕາມ, ກວດກາ, ປະເມີນຜົນ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດໃຫ້ຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ໂດຍສະເພາະ ການຊຳລະໜີ້ສິນໃຫ້ໂຄງການລົງທຶນຂອງລັດທີ່ສໍາເລັດ 100% ທີ່ຄ້າງຊຳລະມາດົນ, ຄົ້ນຄວ້າຈັດສັນທຶນໃຫ້ໂຄງການສືບຕໍ່ທີ່ເຫັນວ່າມີຄວາມສໍາຄັນ, ຈຳເປັນ ແລະ ໃກ້ຈະສໍາເລັດໃຫ້ໄດ້ນໍາໃຊ້ໂດຍໄວ ເປັນຕົ້ນ ການສ້ອມແປງໂຄງລ່າງພື້ນຖານຢູ່ດ່ານສາກົນ (ເສັ້ນທາງ, ອາຄານ, ສາງເກັບຮັກສາ, ບ່ອນຄ່ຽນຖ່າຍສິນຄ້າ), ເອົາໃຈໃສ່ກຳນົດລາຄາຫົວໜ່ວຍ, ມາດຕະຖານເຕັກນິກ, ມູນຄ່າໂຄງການ, ບໍລິມາດວຽກຂອງ ໂຄງການສືບຕໍ່ ແລະ ສະເໜີໃໝ່ ບົນພື້ນຖານປະຢັດມັດທະຍັດ, ຮັບປະກັນຄຸນນະພາບການກໍ່ສ້າງໃຫ້ສົມຄູ່ກັບງົບປະມານການລົງທຶນ;
7. ເພີ່ມທະວີການກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາໂຄງການເຊົ່າ-ສຳປະທານທີ່ດິນ (ໂຄງການພະລັງງານ, ບໍ່ແຮ່ ແລະ ການປູກພືດກະສິກຳ) ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ ໂດຍສະເພາະ ການປະຕິບັດພັນທະຕ່າງໆ, ດໍາເນີນມາດຕະການຢ່າງເຂັ້ມງວດ ຕໍ່ໂຄງການທີ່ບໍ່ມີການພັດທະນາ, ມີການຈັບຈອງທີ່ດິນປະໄວ້ເພື່ອເກງກຳໄລ ຫຼື ຂາຍຕໍ່, ນໍາໃຊ້ບໍ່ຖືກເປົ້າໝາຍ ແລະ ຈຸດປະສົງຂອງໂຄງການ, ການອະນຸມັດທັບຊ້ອນ ແລະ ຫຼາຍເກີນຄວາມຈໍາເປັນ, ບໍ່ມີບົດປະເມີນຜົນກະທົບສິ່ງແວດລ້ອມ, ໂຄງການທີ່ມີຜົນກະທົບຕໍ່ທີ່ດິນທຳການຜະລິດຂອງປະຊາຊົນ;
8. ເອົາໃຈໃສ່ແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້ ໂດຍສະເພາະໂຄງການທີ່ດໍາເນີນການກ່ອນໄດ້ຮັບການຫັນປ່ຽນທີ່ດິນໃຫ້ໄດ້ຢ່າງຂາດຕົວ, ຄຸ້ມຄອງການຂຸດຄົ້ນໄມ້ຈາກໂຄງການທີ່ໄດ້ຮັບອະນຸຍາດໃນເຂດປ່າໄມ້ ໃຫ້ເກີດຜົນປະໂຫຍດຕໍ່ປະເທດຊາດ ແລະ ຟື້ນຟູປ່າ, ປູກປ່າທົດແທນຂອງໂຄງການພັດທະນາທີ່ໄດ້ຮັບອະນຸຍາດຜ່ານມາ ໃຫ້ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ລວມທັງມີວິທີການ ແລະ ມາດຕະການ ເຮັດໃຫ້ການປົກຫຸ້ມປ່າໄມ້ບັນລຸຕາມແຜນການ.
9. ເອົາໃຈໃສ່ຄຸ້ມຄອງ ຕິດຕາມ ກວດກາ ແລະ ແກ້ໄຂບັນຫາຜົນກະທົບຂອງໂຄງການຂຸດຄົ້ນບໍ່ແຮ່, ການຂົນສົ່ງແຮ່ທາດ, ໂຄງການປູກພືດກະສິກຳ ແລະ ໂຄງການອື່ນໆ ໂດຍສະເພາະ, ການປ່ອຍນໍ້າເປື້ອນ, ການບຳບັດນໍ້າເປື້ອນ, ການນໍາໃຊ້ສານເຄມີເກີນຄ່າມາດຕະຖານ ໂດຍສະເພາະ ບັນດາໂຄງການ, ໂຮງງານທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດປະຊາຊົນ ແລະ ສິ່ງແວດລ້ອມທໍາມະຊາດ;
10. ສຸມໃສ່ອໍານວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງຕະຫຼາດໃຫ້ວ່ອງໄວ, ທັນສະໄໝ; ເພີ່ມທະວີການຕິດຕາມ, ກວດກາ, ສະກັດກັ້ນການຄ້ານອກລະບົບ, ກຳນົດໂຄງສ້າງລາຄາ ແລະ ຮັກສາສະຖຽນລະພາບຂອງລາຄາສິນຄ້າທີ່ຈໍາເປັນ ຕໍ່ການຜະລິດ ແລະ ການດໍາລົງຊີວິດ ເປັນຕົ້ນ ສະບຽງອາຫານ, ນໍ້າມັນເຊື້ອໄຟ ແລະ ປັດໄຈການຜະລິດພາຍໃນ, ຄຸ້ມຄອງ ແລະ ຂຶ້ນທະບຽນການຄ້າທາງເອເລັກໂຕຣນິກ ເພື່ອເກັບລາຍຮັບເຂົ້າງົບປະມານແຫ່ງລັດ;
11. ເອົາໃຈໃສ່ຂະຫຍາຍສະຖານີຮັບ-ສົ່ງສັນຍານໂທລະສັບມືຖື ແລະ ສາຍສົ່ງໂທລະຄົມມະນາຄົມສາຍໃຍແກ້ວ (Optic Fiber) ໃນຂອບເຂດທົ່ວປະເທດໃຫ້ສໍາເລັດ; ເອົາໃຈໃສ່ໂຄສະນາເຜີຍແຜ່ວຽກງານການຕ້ານ ແລະ ສະກັດກັ້ນອາຊາຍະກຳທາງໄຊເບີ ເພື່ອສ້າງຄວາມຮັບຮູ້ໃຫ້ສັງຄົມຮັບຮູ້ຢ່າງກ້ວາງຂວາງ; ຊຸກຍູ້ ແລະ ຕິດຕາມ ກວດກາບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ປັບປຸງຂະຫຍາຍ ຍົກລະດັບຄຸນນະພາບສັນຍານອິນເຕີເນັດໃຫ້ຄວບຄຸມ ແລະ ມີສະຖຽນລະພາບທົ່ວປະເທດ ພ້ອມທັງກວດກາການກຳນົດລາຄາໃຫ້ສົມເຫດສົມຜົນ;
12. ເອົາໃຈໃສ່ກະກຽມຫຼັກສູດການສຶກສາ 6+3+3 ໃຫ້ມີຄວາມພ້ອມດໍາເນີນໃນສົກຮຽນ 2027-2028 ຢ່າງມີປະສິດທິຜົນ; ສືບຕໍ່ຂະຫຍາຍການສຶກສາກ່ອນໄວຮຽນໃນຫຼາຍຮູບແບບໃຫ້ທົ່ວເຖິງ; ຄົ້ນຄວ້ານະໂຍບາຍເງິນອຸດໜູນຜູ້ດູແລເດັກ; ຄົ້ນຄວ້າມາດຕະການຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ນັກຮຽນທີ່ປະລະການຮຽນໄດ້ເຂົ້າຮຽນຕໍ່ໃນລະບົບບຳລຸງ (ກສນ) ເພື່ອໃຫ້ຈົບການສຶກສາພາກບັງຄັບ; ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການອາຫານທ່ຽງ ທີ່ມອບໃຫ້ລັດຄຸ້ມຄອງໃຫ້ມີປະສິດທິຜົນ ແລະ ຍືນຍົງ; ຂະຫຍາຍຫ້ອງສາມັນວິຊາຊີບ ໂດຍມີການປະສານສົມທົບກັບຜູ້ປະກອບການ ເພື່ອຮອງຮັບການມີວຽກເຮັດງານທໍາໃນເວລາຮຽນຈົບ; ຄົ້ນຄວ້ານໍາໃຊ້ພາລະກອນ ແລະ ໃຫ້ບຸຸລິມະສິດສະໜອງໂກຕາຄູໃຫ້ໂຮງຮຽນທີ່ຂາດຄູ ແລະ ມີການສອນຄວບຫຼາຍຫ້ອງ;
13. ເພີ່ມທະວີການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ໃນການໃຫ້ຄວາມຮູ້ກ່ຽວກັບວຽກງານໂພຊະນາການໃນຊຸມຊົນ, ສ້າງລະບົບຖານຂໍ້ມູນທີ່ເຂັ້ມແຂງ, ເພີ່ມຂະບວນການໃຫ້ວັກຊິນແບບຕະລຸມບອນໃນຂອບເຂດທົ່ວປະເທດໃຫ້ກວ້າງຂວາງ, ຂະຫຍາຍຕາໜ່າງຂະແໜງສາທາລະນະສຸກຮອດທ້ອງຖິ່ນຂັ້ນຮາກຖານ ແລະ ປະກອບບຸກຄະລາກອນສາທາລະນະສຸກໃຫ້ພຽງພໍ, ສະໜອງຢາປົວພະຍາດ ແລະ ອຸປະກອນການແພດ ໃຫ້ບັນດາໂຮງໝໍ ລວມທັງການແກ້ໄຂໜີ້ສິນຄ່າຢາປົວພະຍາດ;
14. ສົ່ງເສີມການພັດທະນາສີມືແຮງງານ ແລະ ຈັດຫາວຽກເຮັດງານທໍາ ໃຫ້ສາມາດສະໜອງແຮງງານ ເຂົ້າສູ່ຕະຫຼາດ ແຮງງານພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ມີປະສິດທິພາບ ສາມາດເຊື່ອມຕໍ່ກັບລະບົບຂໍ້ມູນຂອງ 2 ຂະແໜງການທີ່ກ່ຽວຂ້ອງນັບທັງສູນກາງ ແລະ ທ້ອງຖິ່ນ, ຂະຫຍາຍອັດຕາປົກຄຸມປະກັນສັງຄົມໃຫ້ທົ່ວເຖິງໃນຂອບທົ່ວປະເທດ, ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ປະຊາທິປະໄຕ; ປຸກລະດົມຮັບບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພໃຫ້ພຽງພໍກັບຄວາມຕ້ອງການຂອງຄົນເຈັບ, ເກັບກູ້ ແລະ ທຳລາຍລະເບີດຕົກຄ້າງທີ່ບໍ່ທັນແຕກອອກຈາກ ເນື້ອທີ່ທຳການຜະລິດ ແລະ ພື້ນທີ່ການພັດທະນາຕ່າງໆ ໃຫ້ບັນລຸຕາມຄາດໝາຍ;
15. ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານເຂົ້າໃນບັນດາແຫຼ່ງທ່ອງທ່ຽວ, ມີການແບ່ງຂັ້ນຄຸ້ມຄອງອະນຸຍາດການລົງທຶນໃນກິດຈະການທ່ອງທ່ຽວ ລະຫວ່າງສູນກາງ ກັບທ້ອງຖິ່ນໃຫ້ຈະແຈ້ງ, ສົ່ງເສີມ ແລະ ພັດທະນາການ ທ່ອງທ່ຽວທີ່ຕິດພັນກັບການນໍາໃຊ້ມໍຣະດົກວັດທະນະທຳ, ບຸນປະເພນີຂອງຊາດ ແລະ ທ້ອງຖິ່ນ. ພ້ອມທັງຊຸກຍູ້ບັນດາຫົວໜ່ວຍທຸລະກິດນໍາທ່ຽວຂອງຕ່າງປະເທດໃຫ້ຫັນເຂົ້າສູ່ລະບົບການຄຸ້ມຄອງ ແລະ ຕິດຕາມກວດກາຂະ ແໜງການທີ່ກ່ຽວຂ້ອງໃຫ້ຖືກຕ້ອງຕາມລະບຽບການ ແລະ ເຂັ້ມງວດ.
16) ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສຸມໃສ່ 5 ວຽກຈຸດສຸມ, 8 ຄາດໝາຍ ແລະ ບັນດາໂຄງການທີ່ເປັນບຸລິມະສິດ ໂດຍຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ເຂົ້າສູ່ວຽກງານຕົວຈິງໃຫ້ເປັນຮູບປະທໍາ ສ້າງເປັນແຜນການ ແຜນງານ, ໂຄງການ ແລະ ກິດຈະກຳຂອງບັນດາຂະແໜງການທີ່ກ່ຽວຂ້ອງໃຫ້ມີຄາດໝາຍ, ມີຕົວຊີ້ວັດທີ່ຈະແຈ້ງຊັດເຈນ,ສ້າງແຜນງົບປະມານສະເພາະ ປະກອບບຸກຄະລາກອນວິຊາການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. (ຂ່າວ: ສຳນານ, ພາບ: ຕຸໄລເພັດ)









ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ(H.E Mr. KOIZUMI Tsutomu)ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແກ່ ສປປ ລາວ.
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ເພີ່ມເຕີມ