ພິທີກມອບ-ຮັບ ການຊ່ວຍເຫຼືອ ຊຶ່ງມີເຂົ້າສານ-ອາຫານແຫ້ງ

ສະພາແຫ່ງຊາດ ມອບ-ຮັບ ພ້ອມຈັດສົ່ງການຊ່ວຍເຫຼືອໄປຊ່ວຍຊາວແຂວງຫຼວງນໍ້າທາ

ສະພາແຫ່ງຊາດ ມອບ-ຮັບ ພ້ອມຈັດສົ່ງການຊ່ວຍເຫຼືອໄປຊ່ວຍຊາວແຂວງຫຼວງນໍ້າທາ
ໃນວັນທີ 16 ກັນຍາ ຜ່ານມາທີ່ສະພາແຫ່ງຊາດ, ໄດ້ມີພິທີກມອບ-ຮັບ ການຊ່ວຍເຫຼືອ ຊຶ່ງມີເຂົ້າສານ-ອາຫານແຫ້ງ ແລະ ເຄື່ອງໃຊ້ຄົວເຮືອນຈໍາເປັນ ພ້ອມດ້ວຍເງິນຈໍານວນໜຶ່ງ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ໂດຍໄດ້ຈັດສົ່ງຜ່ານທາງລົດໄຟລາວ-ຈີນ

 

 ຊຶ່ງໃນວັນທີ 17 ກັນຍານີ້ ຄະນະຈາກສະພາປະຊາຊົນແຂວງຫຼວງນໍ້າທາ ເປັນຜູ້ໄປຮັບການຊ່ວຍເຫຼືອດັ່ງກ່າວ ທີ່ສະຖານີລົດໄຟນາເຕີຍ.

ພິທີມອບ-ຮັບຄັ້ງນີ້, ທ່ານ ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ໄດ້ຕາງໜ້າມອບການຊ່ວຍເຫຼືອໂດຍປະກອບມີ ກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ມູນຄ່າ 638 ລ້ານກີບໂດຍມີ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ຕາງໜ້າຂຶ້ນຮັບ. ພ້ອມນີ້, ກໍຍັງມີການຮັບເຄື່ອງຊ່ວຍເຫຼືອ ແລະ ເງິນຈໍານວນໜຶ່ງຈາກບັນດາພາກສ່ວນຕ່າງໆ ຄື: ທະນາຄານພົງສະຫວັນ 274.810.000 ກີບ, ບໍລິສັດ ເຮືອງສີ 100 ລ້ານກີບ, ທ່ານ ຫອມ ສີຫາຈັກ ບໍລິສັດຄູນຄໍາ 100 ລ້ານກີບ, ທ່ານ ຈັນທະໜອມ ພົມມະນີ ບໍລິສັດຈະເລີນເຊກອງ 100 ລ້ານກີບ, ທ່ານ ສາຍຄໍາ ພິລາວົງ ບໍລິສັດເອທີໂອໂຕ 100 ລ້ານກີບ, ບໍລິສັດ ເບຍລາວ 100 ລ້ານກີບ, ກຸ່ມກັນລະຍາມິດ 89ລ້ານກີບ.

ນອກນີ້, ກໍມີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມອບການຊ່ວຍເຫຼືອມູນຄ່າ 49.200.000 ກີບ, ບໍລິສັດ AECຈໍາກັດ 33 ລ້ານກີບ, ບໍລິສັດ A&P ຈະເລີນຊັບ ອະສັງຫາລິມະຊັບ 13.500.000 ກີບ, ໂຮງຮຽນສິນໄຊ 12 ລ້ານກີບ, ທ່ານ ນາງ ສີລີຄູນ ລາວັນ 10 ລ້ານກີບ, ຄອບຄົວ ທ່ານ ສັນຍາ ປຣະເສີດ 10 ລ້ານກີບ, ຄອບຄົວ ພົນຕີ ວົງສັກ ພັນທະວົງ 5ລ້ານກີບ, ບໍລິສັດ ບຸນອູ້ມ ຮຸ່ງຈະເລີນ 5 ລ້ານກີບ; ລວມມູນຄ່າການຊ່ວຍເຫຼືອທີ່ໄດ້ຈັດສົ່ງໄປຊ່ວຍຊາວແຂວງຫຼວງນໍ້າທາຄັ້ງນີ້ແມ່ນ 1.651.510.000 ກີບ ຊຶ່ງການຈັດສົ່ງແມ່ນນໍາໃຊ້ລົດແກ່ເຄື່ອງ 5 ຄັນ ພ້ອມກໍາລັງຊາວໜຸ່ມ 36 ສະຫາຍ, ທະຫານ 10 ສະຫາຍ ແລະ ນັກຮຽນຊາຍຈາກໂຮງຮຽນສິນໄຊ 30ຄົນ ຂົນໄປສົ່ງທີ່ສະຖານີລົດໄຟວຽງຈັນໃຕ້ (ບ້ານນາຄວາຍ) ເພື່ອໄປຂົນຂຶ້ນຕູ້ລົດໄຟ ສົ່ງໄປທີ່ສະຖານີນາເຕີຍ ແຂວງຫຼວງນໍ້າທາ.

(ຂ່າວ: ສຸກສະຫວັນ, ພາບ-ຂໍ້ມູນ, ສພຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ