ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ
ກະຊວງສາທາລະນະສຸກ ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ປີ 2026 ເຫັນວ່າອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດມີຄວາມຄືບໜ້າຊ້າ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸ ຍ້ອນມາຈາກຫຼາຍສາເຫດ. ສະນັ້ນ, ກະຊວງສາທາລະນະສຸກ ກໍຄືຂະແໜງສາທາລະນະສຸກ ຈຶ່ງກຳນົດມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ.

ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.

ທ່ານ ນາງ ໃບຄໍາ ຂັດທິຍະ ກ່າວວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ປີ 2026 ເຫັນວ່າອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດມີຄວາມຄືບໜ້າຊ້າ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸ, ສາເຫດຍ້ອນ: ລະບົບການເກັບກຳສະຖິຕິ, ຂໍ້ມູນຂ່າວສານ ກໍຄືການເກັບຂໍ້ມູນໃນສະຖານທີ່ບໍລິການທັງພາກລັດ ແລະ ເອກະຊົນຍັງບໍ່ທັນຄົບຖ້ວນ (ສະຖານທີ່ບໍລິການພາກເອກະຊົນສ່ວນໃຫຍ່ບໍ່ໄດ້ເກັບກໍາຂໍ້ມູນ); ໃນເວລາວາງແຜນແມ່ນຄາດຄະເນປະຊາກອນເປົ້າໝາຍບໍ່ໄດ້ ບໍ່ແມ່ນຕົວເລກຕົວຈິງ; ການເຄື່ອນຍ້າຍຂອງພົນລະເມືອງທັງພາຍໃນ ແລະ ຕ່າງປະເທດ ລວມທັງການໄປໃຊ້ບໍລິການເກີດລູກ ແລະ ຮັບວັກຊິນຢູ່ຕ່າງປະເທດ ຕົ້ນຕໍແມ່ນປະເທດໃກ້ຄຽງບໍ່ໄດ້ລາຍງານຕໍ່ຂະແໜງສາທາລະນະສຸກ. ປັດໄຈຈາກພາຍນອກມາຈາກສະພາບພູມສັນຖານຢູ່ບາງທ້ອງຖິ່ນແມ່ນຫຍຸ້ງຍາກໃນການຄົມມະນາຄົມ ໂດຍສະເພາະເຂດພູດອຍ, ທຸລະກັນ ດານ ເຮັດໃຫ້ການເຂົ້າເຖິງການບໍລິການສາທາລະນະສຸກຂອງປະຊາຊົນເຂດດັ່ງກ່າວຍັງຈຳກັດ. ປະຊາຊົນບາງເຜົ່າຍັງມີການເຊື່ອຖືຮີດຄອງປະເພນີທີ່ບໍ່ສອດຄ່ອງ, ບໍ່ທັນເປັນເຈົ້າການໃນການນໍາເອົາລູກ-ຫຼານມາຮັບບໍລິການວັກຊິນກັນພະຍາດ ແລະ ມາໃຊ້ບໍລິການເກີດລູກຢູ່ສະຖານທີ່ບໍລິການສາທາລະນະສຸກ. ເພື່ອແກ້ໄຂບັນຫາດັ່ງກ່າວຂະແໜງສາທາລະນະສຸກໄດ້ກຳນົດມາດຕະການດັ່ງນີ້: ປະຕິບັດຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານການບໍລິການແບບເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່ ແລະ ເດັກນ້ອຍ ໂດຍເລັ່ງໃສ່ການປັບປຸງ ແລະ ຂະຫຍາຍການບໍລິການສຸຂະພາບແມ່ ແລະ ເດັກໃຫ້ທົ່ວເຖິງ ແລະ ເຂັ້ມແຂງ ສຸມໃສ່ບັນດາແຂວງ, ເມືອງ ແລະ ສຸກສາລາທີ່ຍັງຫຍຸ້ງຍາກ, ຫ່າງໄກສອກຫຼີກ ໂດຍການເພີ່ມອັດຕາການໃຫ້ວັກຊິນໃນເຂດຈຸດສຸມທີ່ມີອັດຕາການຮັບວັກຊິນຕໍ່າ ດ້ວຍການນໍາໃຊ້ຍຸດທະສາດແບບຕະລຸມບອນ, ໜ້າກະດານສົມທົບກັບການຈັດກິດຈະກຳໃຫ້ຢາວັກຊິນແບບພິເສດ, ແບບຂະບວນການ. ພ້ອມກັນນັ້ນ, ກໍປັບປຸງ ແລະ ຈັດຕັ້ງປະຕິບັດໂຄງການ ການເກີດລູກນໍາແພດທີ່ມີທັກສະໃນການຊ່ວຍເກີດໃຫ້ມີປະສິດທິຜົນ ດ້ວຍການເຊື່ອມສານບໍລິການສຸຂະພາບຢູ່ໃນຊຸມຊົນ, ລົງເຄື່ອນທີ່ໃນເຂດຫ່າງໄກສອກຫຼີກ ແລະ ບ່ອນທີ່ເສັ້ນທາງເຂົ້າບໍ່ເຖິງຢ່າງເປັນປົກກະຕິຢ່າງໜ້ອຍ 4 ຄັ້ງຕໍ່ປີ; ສືບຕໍ່ປັບປຸງລະບົບຂໍ້ມູນຂ່າວສານສາທາລະນະສຸກ (DHIS2: District Health Information Software 2) ດ້ວຍການສືບຕໍ່ປັບປຸງການເກັບກຳຂໍ້ມູນການລາຍງານໃຫ້ຄົບຖ້ວນ ທັງສະຖານທີ່ບໍລິການພາກລັດ ແລະ ເອກະຊົນ. ພ້ອມກັນນັ້ນ, ໃນການຕີລາຄາໃນໄລຍະທ້າຍປີຂອງຕົວຊີ້ວັດ ອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດໃນເດັກກຸ່ມເປົ້າໝາຍຈະໄດ້ທົບທວນ ແລະ ນໍາໃຊ້ແຫຼ່ງຂໍ້ມູນທີ່ຊັດເຈນກ່ຽວກັບຕົວເລກປະຊາ ກອນເປົ້າໝາຍ (ຈໍານວນເດັກເກີດມີຊີວິດ) ຈາກການສໍາຫຼວດພົນລະເມືອງລາວຄັ້ງລ້າສຸດ (Census) ເຂົ້າໃນການຄິດໄລ່ອັດຕາຄວາມຄືບໜ້າຂອງຕົວຊີ້ວັດດັ່ງກ່າວໃຫ້ສອດຄ່ອງ; ຫັນເປັນທັນສະໄໝໃນສະຖານທີ່ບໍລິການດ້ານສາທາລະນະສຸກ ແຕ່ໂຮງໝໍສູນກາງ, ແຂວງ, ເມືອງ, ຕາແສງ, ຮອດສຸກສາລາ ເນັ້ນການບັນທຶກຂໍ້ມູນແບບ real time ຈາກລະບົບຂໍ້ມູນຂ່າວສານສຸຂະພາບ (Health Information Systems); ເພີ່ມທະວີການບໍລິຫານ, ຄຸ້ມຄອງ ແລະ ຕິດຕາມຊຸກຍູ້ໃນແຕ່ລະຂັ້ນ ເພື່ອຮັບປະກັນການສະໜອງງົບປະມານໃຫ້ວຽກງານບຸລິມະສິດທີ່ສະໜັບສະໜູນການບັນລຸຕົວຊີ້ວັດດັ່ງກ່າວ; ເພີ່ມທະວີວຽກງານໂຄສະນາ, ສຸຂະສຶກສາໃຫ້ຄວາມຮູ້ໃນການຮັກສາສຸຂະ ພາບໃຫ້ປະຊາຊົນລາວບັນດາເຜົ່າຢ່າງກວ້າງຂວາງ ແລະ ທົ່ວເຖິງ ເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເຈົ້າການໃນວຽກງານຮັກສາສຸຂະພາບໃຫ້ນັບມື້ຫຼາຍຂຶ້ນ; ສ້າງຄວາມເຂັ້ມແຂງວຽກງານຮັກສາສຸຂະພາບຂັ້ນຕົ້ນ ໂດຍສະໜັບສະໜູນກົນໄກການປະສານງານຂະແໜງການອື່ນໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນຕໍ່ການ ເຄື່ອນໄຫວວຽກງານສາທາລະນະສຸກຢູ່ຂັ້ນບ້ານ ເປັນຕົ້ນ ຄະນະກຳມະການຮັກສາສຸຂະພາບຂັ້ນບ້ານ, ອາສາສະໝັກບ້ານ (ອສບ), ປັບປຸງໂຄງການ, ກິດຈະກຳ, ແບ່ງຄວາມຮັບຜິດຊອບ, ຈັດສັນງົບປະມານໃຫ້ ອສບ ເກັບກຳຂໍ້ມູນສະຖິຕິ ແລະ ລາຍງານໂດຍກົງ. (ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ(H.E Mr. KOIZUMI Tsutomu)ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແກ່ ສປປ ລາວ.
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ເພີ່ມເຕີມ