ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ ( HTSN13 )ໃຫ້ ພະແນກກະສິກຳ ແລະປ່າໄມ້

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ ( HTSN13 )ໃຫ້ ພະແນກກະສິກຳ ແລະປ່າໄມ້

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ ( HTSN13 )ໃຫ້ ພະແນກກະສິກຳ ແລະປ່າໄມ້
ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ (HTSN13) ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ຢູ່ສູນຄົ້ນຄວ້າກະສິກໍາທ່າຊະໂນ ໂດຍການເຂົ້າຮ່ວມຂອງທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄວານ ໂດຮາ ຜູ້ອໍານວຍການສູນໂກເປຍ ປະຈໍາ ສປປ ລາວ,

 

 

ທ່ານ ວົງວິໄລ ວົງຄຳຊາວ ມີຄໍາເຫັນວ່າ: ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ດ້ານເສດຖະກິດ-ສັງຄົມ ໄດ້ສົ່ງຜົນກະທົບທາງກົງ ຕໍ່ກັບການຜະລິດກະສິກໍາ ໂດຍສະເພາະແມ່ນການຜະລິດເຂົ້າ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຕາມທິດສີຂຽວ ຂອງລັດຖະບານ, ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຖືວ່າເປັນຂໍ້ຈໍາກັດໃນການຜະລິດເຂົ້າ. ຖ້າຫາກໄພດັ່ງກ່າວເກີດຂຶ້ນແມ່ນສົ່ງຜົນກະທົບໂດຍກົງຕໍ່ກັບຜົນຜະລິດ. ສະນັ້ນ ເພື່ອແກ້ໄຂບັນຫາທີ່ໄດ້ກ່າວມານັ້ນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີແຜນງານຄົ້ນຄວ້າ ແລະ ປັບປຸງແນວພັນພືດ ໂດຍສະເພາະແມ່ນການຄົ້ນຄວ້າ ແລະ ປັບປຸງແນວພັນເຂົ້າໃຫ້ມີຄວາມທົນທານຕໍ່ກັບໄພນ້ຳຖ້ວມ ແລະ ທົນທານຕໍ່ກັບພະຍາດສັດຕູພືດ, ການພັດທະນາແນວພັນເຂົ້າແມ່ນໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກສູນຄົ້ນຄວ້າກະສິກໍາ ສ. ເກົາຫຼີ ໂດຍຜ່ານສູນໂກເປຍປະຈໍາລາວ ແລະ ໃນປີ 2023 ຈຶ່ງໄດ້ປ່ອຍແນວພັນພັດທະນາຂຶ້ນມາໃໝ່ ຈຳນວນ 1 ແນວພັນ ເອີ້ນວ່າ: “ຫອມທ່າສະໂນ 13’’ ຊຶ່ງເປັນແນວພັນເຂົ້າຫອມທົນທານຕໍ່ກັບນ້ຳຖ້ວມ ແລະ ທົນຕໍ່ກັບພະຍາດເຂົ້າ ໃນ ສປປ ລາວ ເພື່ອເຮັດໃຫ້ຊາວນາໄດ້ເຂົ້າເຖິງການນຳໃຊ້ແນວພັນໃໝ່.

ແນວພັນເຂົ້າທົນນໍ້າຖ້ວມ ທີ່ມອບໃຫ້ພະແນກ ກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ມີຈຳນວນ 2 ໂຕນ, ສູນຄົ້ນຄວ້າກະສິກຳທ່າຊະໂນ 2 ໂຕນ ແລະ ວິທະຍາໄລກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ 1 ໂຕນ ລວມເປັນ 5 ໂຕນ ເພື່ອນໍາໄປ ແຈກຢາຍໃຫ້ ປະຊາຊົນ ແລະ ບ້ານທີ່ມີຄວາມສ່ຽງຕໍ່ນໍ້າຖ້ວມ ໃຫ້ມີໂອກາດໄດ້ເຂົ້າເຖິງແນວ ພັນໃໝ່ໆ ທີ່ມີຄຸນນະພາບ ແລະ ມີຜົນຜະລິດຫຼາຍຂຶ້ນ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການຮ່ວມມື

ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ

ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ

ເພື່ອຄວາມໝັ້ນຄົງທາງດ້ານອາຫານ ແລະ ໂພຊະນາການ ພ້ອມທັງເສີມສ້າງຄວາມຕ້ານທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດໂດຍມຸ່ງເນັ້ນໃນການສົ່ງເສີມສິດທິ ແລະ ສັກກະຍະພາບຂອງຜູ້ຍິງ ໃນພາກການກະສິກໍາ; ປະເທດ ອຽກລັງ ໄດ້ໃຫ້ການສະໜັບສະໜູນຊາວກະສິກອນຂະໜາດນ້ອຍ ທີ່ເປັນເພດຍິງ ໃນພາກເໜືອ ຂອງ ສປປ ລາວ ປະມານ 1,000 ຄົນ ຜ່ານ ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ປະຈໍາ ສປປ ລາວ ດ້ວຍມູນຄ່າ 400,000 ເອີໂຣ.
ລະດົມຄຳຄິດເຫັນດ້ານເນື້ອໃນໃສ່ປຶ້ມ 50 ປີສາຍພົວພັນ ສພຊ ລາວ - ສພຊ ຫວຽດນາມ

ລະດົມຄຳຄິດເຫັນດ້ານເນື້ອໃນໃສ່ປຶ້ມ 50 ປີສາຍພົວພັນ ສພຊ ລາວ - ສພຊ ຫວຽດນາມ

ກອງປະຊຸມລະດົມຄໍາຄິດເຫັນດ້ານເນື້ອໃນໃສ່ປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ (ສພຊ)ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ” ໄດ້ຈັດຂຶ້ນໃນວັນທີ 15-16 ພຶດສະພານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ
ປະທານ ໂຮ່ຈິມິນ ບົນເສັ້ນທາງກອບກູ້ປະເທດຊາດ

ປະທານ ໂຮ່ຈິມິນ ບົນເສັ້ນທາງກອບກູ້ປະເທດຊາດ

ໂດຍ: ບກ ປະທານ ໂຮ່ຈິມິນ ເກີດເມື່ອວັນທີ 19 ພຶດສະພາ 1890 ທີ່ບ້ານແຊນ (ດອກບົວ), ຕາແສງກິມລຽນ, ເມືອງນາມດ່ານ, ແຂວງເງະອານ ໃນຄອບຄົວປັນຍາຊົນຜູ້ຮັກຊາດ, ເຕີບໃຫຍ່ຂຶ້ນໃນທ່າມກາງສະພາບບ້ານເມືອງທີ່ລະກໍາລັງລໍາບາກ ໂດຍໄດ້ເຫັນຂະບວນການເຄື່ອນໄຫວເພື່ອເອກະລາດ ຂອງປະຊາຊົນຫວຽດນາມ ໃນການຕໍ່ຕ້ານຝຣັ່ງ ໃນຮູບແບບຕ່າງໆເຊັ່ນ: ຂະບວນການດົງຊູ ຂອງທ່ານຟານໂບ່ຍເຈົາ, ຂະບວນການຢຸຍເຕີນ (ປະຕິຮູບ) ຂອງທ່ານຟານຈູຈິນ ຫຼື ການລຸກຮື້ຂຶ້ນຂອງຮ່ວາງຮວາຖາມ … ເຖິງແມ່ນເກີດຂຶ້ນຕິດຕໍ່ກັນ ແຕ່ກໍລົ້ມເຫຼວ, ເນື່ອງຈາກຍັງຂາດແນວທາງທີ່ຖືກຕ້ອງ.
ປີ 2025 ການຂົນສົ່ງມັນຕົ້ນຜ່ານທາງລົດໄຟລາວ-ຈີນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

ປີ 2025 ການຂົນສົ່ງມັນຕົ້ນຜ່ານທາງລົດໄຟລາວ-ຈີນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

ນັບແຕ່ເປີດໃຫ້ບໍລິການເປັນຕົ້ນມາ ທາງລົດໄຟລາວ-ຈີນໄດ້ກາຍເປັນຊ່ອງທາງຫຼັກໃນການສົ່ງອອກສິນຄ້າກະສິກໍາຂອງລາວ ໂດຍສະເພາະແມ່ນສິນຄ້າກະສິກຳປະເພດມັນຕົ້ນ. ປີ 2025 ຮອດວັນທີ 14 ພຶດສະພາ ນີ້ ພຽງ 4 ເດືອນກວ່າ ທາງລົດໄຟລາວ-ຈີນ ສາມາດຂົນສົ່ງມັນຕົ້ນໄດ້ທັງໝົດ 5,750 ຕູ້ຄອນເທັນເນີ ຫຼື ປະມານ 156,000 ໂຕນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເຈົ້າແຂວງຈໍາປາສັກ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ

ເຈົ້າແຂວງຈໍາປາສັກ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ

ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ຊູເດສ ມາເນຍ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ໃນວັນທີ 14 ພຶດສະພາຜ່ານມາ ທີ່ຫ້ອງວ່າການແຂວງ, ໃນໂອກາດມາຢ້ຽມຢາມແຂວງຈໍາປາສັກ.
ລາວ-ໄທ ຮ່ວມມືກັນສົ່ງເສີມພັດທະນານັກກິລາຄົນພິການສອງຊາດກ້າວສູ່ເວທີສາກົນ

ລາວ-ໄທ ຮ່ວມມືກັນສົ່ງເສີມພັດທະນານັກກິລາຄົນພິການສອງຊາດກ້າວສູ່ເວທີສາກົນ

ພິທີຮ່ວມລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ຫຼື MOU ໄດ້ຈັດຂຶ້ນວັນທີ 13 ພຶດສະພາ ຜ່ານມາ ທີ່ສະໜາມກິລາຄົນພິການແຫ່ງປະເທດໄທ ລະຫວ່າງ ທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານ ຄະນະກຳມະການພາລາແລັມປິກແຫ່ງຊາດລາວ (ຄພລ) ແລະ ທ່ານ ໄມຕຣີ ຄົງເລືອງ ນາຍົກສະມາຄົມກິລາຄົນພິການແຫ່ງຊາດໄທ ໃນພະຣາຊະຊູປະຖຳ ເພື່ອສົ່ງເສີມ ແລະ ພັດທະນາກິລາຄົນພິການລະຫວ່າງສອງປະເທດ ຊຶ່ງມີທ່ານ ອັດສະວິນ ຈິ້ວນາຣາຍ
ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ວິລະພັນ ສາລິລັດຖະວີພາກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພະລັງງານ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນວັນທີ 15 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດເດີນທາງມາຢ້າມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ເອກອັກຄະຣາຊະທູດ ແຫ່ງ ຣາຊະນາອາຈັກໄທ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

ເອກອັກຄະຣາຊະທູດ ແຫ່ງ ຣາຊະນາອາຈັກໄທ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

ໃນວັນທີ່ 14 ພຶດສະພາຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງໄຊສົມບູນ, ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ຣາຊະນາອາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະບັນດາພະແນກການທີ່ກ່ຽວຂ້ອງຂອງ ແຂວງໄຊສົມບູນ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ອຸດອນ ສິງດາລາ ຫົວໜ້າຫ້ອງວ່າການ ແຂວງ, ມີບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຢຸນນານ ປະຕູສໍາຄັນຂອງຈີນເພື່ອເຊື່ອມໂຍງເສດຖະກິດກັບລາວ ກໍຄືອາຊີຕາເວັນອອກສ່ຽງໃຕ້

ຢຸນນານ ປະຕູສໍາຄັນຂອງຈີນເພື່ອເຊື່ອມໂຍງເສດຖະກິດກັບລາວ ກໍຄືອາຊີຕາເວັນອອກສ່ຽງໃຕ້

ໂດຍ: ບຸນຕຽງ ຈັນທະວົງ ຢຸນນານ ແມ່ນແຂວງທີ່ຕັ້ງຢູ່ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ, ມີຊາຍແດນຕິດກັບ ລາວ, ຫວຽດນາມ ແລະ ມຽນມາ ຊຶ່ງຖືເປັນຂົວຕໍ່ ຫຼື ເປັນປະຕູສໍາຄັນເພື່ອເຊື່ອມໂຍງເສດຖະກິດຈີນກັບອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ, ລວມເຖິງອາຊີໃຕ້, ທັງເປັນແຂວງແນວໜ້າທີ່ມີບົດບາດສໍາຄັນພາຍໃຕ້ຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ແລະ ຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ແມ່ນໜຶ່ງໃນ 20 ກວ່າເຂດທົດລອງການຄ້າເສລີຂອງຈີນ.
ເປີດຊຸດຮຽນພາສາລາວລະບົບ 9 ເດືອນໃຫ້ບັນດາແຂວງພາກກາງ-ພາກໃຕ້ ສສ ຫວຽດນາມ

ເປີດຊຸດຮຽນພາສາລາວລະບົບ 9 ເດືອນໃຫ້ບັນດາແຂວງພາກກາງ-ພາກໃຕ້ ສສ ຫວຽດນາມ

ວັນທີ 12 ພຶດສະພາ,​ ຄະນະ​ຈັດຕັ້ງ​ແຂວງ​ຈໍາປາສັກ​ ຮ່ວມກັບ​ ມະຫາວິທະຍາໄລຈໍາປາສັກ ໄດ້ຈັດພິທີເປີດຊຸດຮຽນພາສາລາວ ລະບົບ 9 ເດືອນ ຮຸ່ນທີ 15 ປະຈໍາປີ 2025​ ໃຫ້ພະນັກງານ​-ນັກສຶກສາບັນດາແຂວງພາກກາງ​-ພາກໃຕ້ ສສ ຫວຽດນາມ​ ຂຶ້ນຢູ່ສູນ​ພາສາລາວ​ ນະຄອນປາກເຊ​ ໂດຍການ​ເປັນປະທານ​ຂອງທ່ານ​ ສະນັ່ນ​ ສີ​ພາ​ພົມມະຈັນ​ ຮອງ​ເລຂາຄະນະ​ບໍລິຫານ​ງານ​ພັກ​ແຂວງ​ ຫົວໜ້າ​ຄະນະ​ຈັດຕັ້ງ​ແຂວງ​.
ເພີ່ມເຕີມ