ສະຖາບັນເລືອດແຫ່ງຊາດສະຫຼຸບການຈັດຕັ້ງປະຕິບັດໂຄງການ 6 ເດືອນຕົ້ນປີ

ສະຖາບັນເລືອດແຫ່ງຊາດສະຫຼຸບການຈັດຕັ້ງປະຕິບັດໂຄງການ 6 ເດືອນຕົ້ນປີ

ສະຖາບັນເລືອດແຫ່ງຊາດສະຫຼຸບການຈັດຕັ້ງປະຕິບັດໂຄງການ 6 ເດືອນຕົ້ນປີ
ສະຖາບັນເລືອດແຫ່ງຊາດ,ອົງການກາແດງແຫ່ງຊາດລາວໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການ 6 ເດືອນຕົ້ນປີແລະແຜນການໄລຍະທ້າຍປີ 2025ຂຶ້ນໃນວັນທີ 6 ຕຸລານີ້ ທີ່ສະຖາບັນເລືອດແຫ່ງຊາດ ໂດຍການເປັນປະທານ ຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ,ມີ ທ່ານ ນາງ ບີນີຕາ ໂປ່ເດ໋ວ​ ຜູ້ຕາງໜ້າອົງການກາແດງສະວິດສ໌ ປະຈຳລາວ,ມີຫົວໜ້າສະຖາບັນເລືອດແຫ່ງຊາດ,ພາກສ່ວນທີ່ກຽວຂ້ອງ ແລະ ສື່ມ່ວນຊົນ ເຂົ້າຮ່ວມ.
ສະຖາບນເລອດແຫງຊາດສະຫບການຈດຕງປະຕບດໂຄງການ 6 ເດອນຕນປ - image 1
 

 

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດແລະສະໜອງເລືອດປອດໄພໂດຍໄດ້ຮັບການສະໜັບສະໜູນຈາກ ອົງການກາແດງສະວິດສ໌,ລວມມີມູນຄ່າງົບປະມານ 716,641ຝຼັ່ງສະວິດສ(ສະກຸນເງິນສະວິດສ),ໄລຍະ 4 ປີ (2025-2028),ໂດຍມີຈຸດປະສົງເພື່ອສົ່ງເສີມການບໍລິຈາກເລືອດແບບສະໝັກໃຈ ໂດຍບໍ່ຮຽກຮ້ອງຄ່າຕອບແທນ ແລະ ຮັບປະກັນການສະໜອງເລືອດທີ່ປອດໄພ ແລະ ພຽງພໍໃນຂອບເຂດທົ່ວປະເທດ.

ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາຜົນສຳເລັດທີ່ພົ້ນເດັ່ນໃນໄລຍະ 6 ເດືອນຕົ້ນປີຜ່ານມາ:ໄດ້ຈັດກອງປະຊຸມວາງແຜນອອກຮັບບໍລິຈາກເລືອດຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໄດ້ປັບປຸງພື້ນຖານໂຄງລ່າງໂດຍໄດ້ສ້ອມແປງສູນເລືອດແຂວງຈໍານວນ 5 ແຂວງເພື່ອໃຫ້ເຮັດວຽກໄດ້ດີ,ໄດ້ຕອບສະໜອງອຸປະກອນການແພດ, ຄອມພີວເຕີ ຈໍານວນ 5 ໜ່ວຍໃຫ້ສູນເລືອດແຂວງ,ໄດ້ຕອບສະ ໜອງພາຫະນະຮັບໃຊ້ທາງດ້ານວິຊາການ 3 ຄັນຄື: ລົດສຳລັບອົບຮົມແລະຊຸກຍູ້ຕິດຕາມ 1 ຄັນ ໃຫ້ສະຖາບັນເລືອດແຫ່ງຊາດ, ລົດຕູ້ຮັບບໍລິຈາກເລືອດ ໃຫ້ແກ່ແຂວງໄຊສົມບູນ 1 ຄັນ ແລະ ແຂວງເຊກອງ 1 ຄັນ,ໄດ້ຕອບສະໜອງຄອມພິວເຕີໃຫ້ 3 ແຂວງຄື:ແຂວງຫຼວງພະບາງ, ໄຊຍະບຸລີ ແລະ ແຂວງວຽງຈັນ,ໄດ້ຝຶກອົບຮົມທາງດ້ານວິຊາການ ການປຸກລະດົມບໍລິຈາກເລືອດ, ຄວາມປອດໄພຂອງເລືອດ ແລະ ການນໍາໃຊ້ເລືອດ ໃນລະດັບສູນກາງແລະລະດັບແຂວງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 150 ເທື່ອຄົນ,ໄດ້ສ້າງຂະບວນການໃນວັນສຳຄັນຕ່າງໆຂອງພັກຂອງຊາດ ແລະ ສາກົນ ເຊໍັ່ນ: ວັນຜູ້ບໍລິຈາກເລືອດໂລກ,ຈັດຢູ່ນະຄອນຫຼວງວຽງຈັນ, ຈໍາປາສັກ, ຫຼວງພະບາງ, ສະຫວັນນະເຂດ ແລະ ແຕ່ລະແຂວງກໍໄດ້ຈັດເຊັ່ນດຽວກັນ,ໄດ້ຈັດກອງປະຊຸມເຮັດການອົບຮົມໃຫ້ຜູ້ປະສານງານ ຮ່ວມກັບບັນດາໂຮງຈັກໂຮງງານແລະຫົວໜ່ວຍທຸລະກິດ ໂດຍມີຜູ້ບໍລິຈາກເລືອດໃນກຸ່ມເປົ້າໝາຍນີ້ເພີ້ມຂຶ້ນ 25% ທຽບຈາກປີ 2024,ໄດ້ສຸມໃສ່ຊຸກຍູ້ໃຫ້ແຂວງເພີ່ມທະວີການປຸກລະດົມບໍລິຈາກເລືອດໃຫ້ຫຼາຍຂຶ້ນ ໂດຍສະເພາະແຂວງທີ່ມີທ່າແຮງໃຫ້ສາມາດກຸ້ມຕົນເອງ ຄື: ແຂວງສະຫວັນນະເຂດ, ຈໍາປາສັກ, ຄໍາມ່ວນ ແລະ ແຂວງສາລະວັນ,ໄດ້ຈັດກອງປະຊຸມຄະນະກຳມະການສົ່ງເສີມການບໍລິຈາກເລືອດສົ່ງເລືອດແຫ່ງຊາດ, ໄດ້ຈັດກອງປະຊຸມຮ່ວມກັບພາກສວ່ນສາທາລະນະສຸກໃນການປ້ອງກັນແລະຄວບຄຸມພະຍາດທາລາດເຊເມຍ.ຜ່ານມາເຖິງຈະມີຜົນສຳເລັດໃນຫຼາຍໆດ້ານແຕ່ກໍຍັງມີບັນຫາສິ່ງທ້າທາຍທີ່ສະຖາບັນເລືອດແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ເອົາໃສ່ແກ້ໄຂຊ່ວຍກັນ ໂດຍສະເພາະ 3 ເຫດຜົນຫຼັກ ທີ່ບໍ່ຢາກບໍລິຈາກເລືອດ ຄື: ໜຶ່ງ:ຢ້ານ ແລະ ບໍ່ທັນເຂົ້າໃຈກ່ຽວກັບການບໍລິຈາກເລືອດທີ່ເລິກເຊິ່ງ,ສອງ:ຄິດວ່າເປັນເລື່ອງທີ່ໄກໂຕ, ບໍ່ໄດ້ກ່ຽວຂ້ອງ ແລະ ບໍ່ຈໍາເປັນ,ສາມ:ຕ້ອງໄດ້ຮັບອະນຸຍາດຈາກຜູ້ປົກຄອງ, ຕ້ອງໄດ້ຮັບການຊຸກຍູ້ຂອງຄະນະນໍາ/ກົມກອງ.

ສະຖາບນເລອດແຫງຊາດສະຫບການຈດຕງປະຕບດໂຄງການ 6 ເດອນຕນປ - image 2
 

ທ່ານຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ໄດ້ລາຍລາຍງານວ່າ: ໃນໄລຍະ 6 ເດືອນຕົ້ນປີ, ໄດ້ຮັບເລືອດທັງໝົດ 35,771 ຖົງ, ກວມເອົາ 44% ຂອງເປົ້າໝາຍປະຈໍາປີ 80,400 ຖົງ. ໃນນັ້ນ 15.504 ຖົງ (43%) ແມ່ນບໍລິຈາກເລືອດແບບສະໝັກໃຈ ແລະ ອີກຈໍານວນ 20.267 ຖົງ (57%) ແມ່ນບໍລິຈາກເລືອດຈາກສະມາຊິກຄອບຄົວຂອງຄົນເຈັບ,ຊຶ່ງຈໍານວນເລືອດທັງໝົດທີ່ໄດ້ມາເຫັນວ່າ: ການບໍລິຈາກເລືອດດ້ວຍຄວາມສະໝັກໃຈຍັງຕ່ຳກວ່າເປົ້າໝາຍແຫ່ງຊາດ 70%, ຊຶ່ງໄດ້ເນັ້ນໜັກເຖິງຄວາມຕ້ອງການສືບຕໍ່ສູ້ຊົນ ແລະ ເພີ່ມທະວີການບໍລິຈາກເລືອດດ້ວຍຄວາມສະໝັກໃຈໃຫ້ເພີ່ມຂຶ້ນໃນທົ່ວປະເທດ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ