ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ

ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ

ສະຫວັນນະເຂດ ປ່ອຍປາລົງອ່າງເກັບນໍ້າບຶງວະ 150,000 ໂຕ ແລະ ຈະປ່ອຍປາ-ສັດນໍ້າຕື່ມອີກໃຫ້ໄດ້38 ລ້ານໂຕ
ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ. ດັ່ງນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ຮ່ວມກັບ ນະຄອນໄກສອນພົມວິຫານ ໄດ້ຈັດພິທີປ່ອຍປາປະຈໍາປີ 2025 ຢູ່ທີ່ອ່າງເກັບນໍ້າບຶງວະ ບ້ານບຶງວະ ນະຄອນໄກສອນພົມວິຫານ ຈໍານວນ 150,000 ໂຕ ແລະ ໃນປີນີ້ຈະປ່ອຍປາ-ສັດນໍ້າຕື່ມອີກລົງແຫຼ່ງນໍ້າທໍາມະຊາດ, ວັງສະຫງວນ ແລະ ໜອງປາຊຸມຊົນໃຫ້ໄດ້ 38 ລ້ານໂຕ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຮອງເຈົ້າແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອໍານາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ປະຊາຊົນ ແລະ ນ້ອງນັກຮຽນ, ມີທ່ານກົງສູນໃຫຍ່ແຫ່ງ ສສ ຫວຽດນາມປະຈໍາແຂວງເຂົ້າຮ່ວມ.
ສະຫວນນະເຂດ ປອຍປາລງອາງເກບນາບງວະ 150,000 ໂຕ ແລະ ຈະປອຍປາ-ສດນາຕມອກໃຫໄດ38 ລານໂຕ - image 1
 

ໃນພິທີ ທ່ານ ສຸນັນທາ ຈຸນລະມະນີ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລາຍງານການກະກຽມສະເຫຼີມສະຫຼອງເນື່ອງໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ປະຈໍາປີ 2025 ວ່າ: ໃນວັນທີ 13 ກໍລະກົດຂອງທຸກໆປີ ແມ່ນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍການປະມົງ (ສະບັບເກົ່າ) ແລະ ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ (ສະບັບປັບປຸງ) 2023.

ສະຫວນນະເຂດ ປອຍປາລງອາງເກບນາບງວະ 150,000 ໂຕ ແລະ ຈະປອຍປາ-ສດນາຕມອກໃຫໄດ38 ລານໂຕ - image 2
 

ໃນໄລຍະຜ່ານມາ, ພະແນກກະສິກຳ ແລະ ປ່າໄມ້ໄດ້ໃຫ້ຄວາມສຳຄັນຕໍ່ວັນດັ່ງກ່າວໂດຍການສົມທົບກັບທຸກພາກສ່ວນ ທີ່ກ່ຽວຂ້ອງທັງຂັ້ນແຂວງ ແລະ ຂັ້ນເມືອງຈັດພິທີສະເຫຼີມສະຫຼອງ ແລະ ໂຄສະນາເຜີຍແຜ່ບັນດາກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງຢ່າງກວ້າງຂວາງໃນທົ່ວແຂວງ, ເພື່ອເຮັດໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານການຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ, ພັດທະນາ ສັດນໍ້າໃຫ້ມີຄວາມຍືນຍົງເພື່ອປະກອບສ່ວນເຂົ້າໃນການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ພ້ອມທັງຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ປະຊາຊົນຊາວແຂວງສະຫວັນນະເຂດນັບມື້ຫຼາຍຂຶ້ນ. ໃນໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຮັດໃຫ້ຈຳນວນການປ່ອຍປາ ແລະ ສັດນໍ້າເພີ່ມຂຶ້ນໃນແຕ່ລະປີຄື: ປີ 2022 ປ່ອຍໄດ້ 27 ລ້ານໂຕ, ປີ 2023ປ່ອຍ 28 ລ້ານໂຕ, ປີ 2024 ປ່ອຍ 30 ລ້ານໂຕ ແລະ ໃນປີ 2025 ນີ້, ມີແຜນການຈະປ່ອຍປາ ແລະ ສັດນໍ້າໃຫ້ໄດ້ 38 ລ້ານໂຕ. ໃນນັ້ນ, ປ່ອຍລົງໜອງຂອງຜູ້ປະກອບການ ແລະ ໜອງສະລ້ຽງປາຂອງປະຊາຊົນ 25,700,000 ໂຕ, ປາກະຊັງ 4,500,000 ໂຕ, ປ່ອຍລົງນາເຂົ້າ 110,000 ໂຕ, ໜອງລວມຂອງບ້ານ 5,100,000 ໂຕ, ໜອງປາຊຸມຊົນ 1,200,000 ໂຕ, ປ່ອຍລົງວັງສະຫງວນ 1,005,000 ໂຕ,ປ່ອຍເນື່ອງໃນວັນທີ 13 ກໍລະກົດ ມີ 450,000 ໂຕ ສັງລວມແລ້ວພາກລັດປ່ອຍ 1,455,000 ໂຕ,ປະຊາຊົນປ່ອຍ 36,610,000 ໂຕ.

ສະຫວນນະເຂດ ປອຍປາລງອາງເກບນາບງວະ 150,000 ໂຕ ແລະ ຈະປອຍປາ-ສດນາຕມອກໃຫໄດ38 ລານໂຕ - image 3
 

ຈາກນັ້ນ, ທ່ານ ຄໍາຜຸຍ ສີບຸນເຮືອງ ຮັກສາການເຈົ້ານະຄອນໄກສອນພົມວິຫານ ໄດ້ກ່າວເປີດພິທີວ່າ: ການສະເຫຼີມສະຫຼອງ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດປີນີ້ ແມ່ນຄົບຮອບ 28 ປີນັບແຕ່ປີ 1997 ເປັນຕົ້ນມາ.

ໃນພິທີ, ຍັງໄດ້ປ່ອຍສັດປ່າປະເພດນົກເຂົາຈໍານວນ 30 ໂຕ, ທີ່ທາງເຈົ້າໜ້າທີ່ກອງກວດກາປ່າໄມ້ຢຶດໄດ້ແລ້ວນຳມາປ່ອຍເພື່ອຄືນສູ່ທຳມະຊາດ, ສຳລັບການປ່ອຍປາແມ່ນໄດ້ປ່ອຍລູກປາຈຳນວນທັງໝົດ 150,000 ໂຕ. ໃນນັ້ນ, ມີ ປາປາກ, ປາກິນຫຍ້າ, ປາເກັດແລບ, ປາໂຣຮູ້, ປາຄັດລາ (ຂາວມັນ) ແລະ ປາຊະນິດອຶ່ນໆ.

ໂອກາດນີ້, ທ່ານ ເຈົ້າແຂວງສະຫວັນນະເຂດ ໄດ້ເນັ້ນໜັກໃຫ້ອໍານາດການປົກຄອງບ້ານບຶງວະໃຫ້ເປັນເຈົ້າການຫຼັກ ໃນການຄຸ້ມຄອງ, ນໍາໃຊ້ ແລະ ປົກປັກຮັກສາອ່າງເກັບນໍ້າບຶງວະແຫ່ງນີ້ ທີ່ເປັນສູນລວມອູ່ເຂົ້າ-ອູ່ປາ ແລະ ແຫຼ່ງທ່ອງທ່ຽວ, ເພື່ອສະພາບແວດລ້ອມທີ່ດີ ໂດຍສະເພາະບັນຫາຂີ້ເຫື້ອຕ້ອງໄດ້ວາງກົດລະບຽບ ແລະ ປັບໄໝຜູ້ທີ່ລະເມີດຢ່າງຈິງຈັງ ແລະ ໃນພິທີດັ່ງກ່າວຄອບຄົວທ່ານເຈົ້າແຂວງຍັງໄດ້ປະກອບສ່ວນມອບເງິນຈໍານວນ 10 ກີບ ແລະ ຄອບຄົວທ່ານຮອງເຈົ້າແຂວງ ມອບຕື່ມອີກຈໍານວນ 5 ລ້ານກີບ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ