ສະຫວັນນະເຂດປະກາດແຕ່ງຕັ້ງ ຄະນະນຳຂັ້ນສູງຂອງແຂວງ

ສະຫວັນນະເຂດປະກາດແຕ່ງຕັ້ງ ຄະນະນຳຂັ້ນສູງຂອງແຂວງ

ສະຫວັນນະເຂດປະກາດແຕ່ງຕັ້ງ ຄະນະນຳຂັ້ນສູງຂອງແຂວງ
ໃນວັນທີ 27 ພຶດສະພານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດພະນັກງານອອກພັກການ-ຮັບອຸດໜູນບານ ແລະ ຍົກຍ້າຍ-ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງແຂວງສະຫວັນນະເຂດຫຼາຍພາກສ່ວນ ພາຍໃຕ້ການໃຫ້ກຽດເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ.

ໃນພິທີ, ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານເອກະສານສຳຄັນຕ່າງໆຂອງຄະນະເລຂາທິການສູນກາງພັກ, ຂອງຄະນະປະຈຳພັກແຂວງ ແລະ ເຈົ້າແຂວງສະຫວັນນະເຂດ ໃນນີ້: ໄດ້ຕົກລົງໃຫ້ທ່ານ ຄໍາແພງ ເພັດທຸມພອນ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ທ່ານ ໄຊຍະເສນ ແກ້ວວິໄລສັກ ກຳມະການພັກແຂວງ ຫົວໜ້າອົງການກາແດງແຂວງ ອອກພັກການ-ຮັບອຸດໜູນບຳນານ ໃນງວດ III ປີ 2025 ເປັນຕົ້ນໄປ, ແຕ່ງຕັ້ງທ່ານ ຄຳເກິ່ງ ສຸດທິເດດ ກຳມະການພັກແຂວງ ຮອງປະທານແນວລາວສ້າງຊາດ ເປັນຮັກສາການປະທານແນວລາວສ້າງຊາດແຂວງ, ເຫັນດີຍົກຍ້າຍ-ແຕ່ງຕັ້ງທ່ານ ນາງ ສີສະຫວັດ ໂຄດທະວົງສາ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງ ໄປຮັບໜ້າທີ່ໃໝ່ເປັນເລຂາໜ່ວຍພັກຮາກຖານ ເປັນຫົວໜ້າອົງການກາແດງແຂວງ. ຍົກຍ້າຍ-ແຕ່ງຕັ້ງທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນຮັກສາການເລຂາໜ່ວຍພັກຮາກຖານ ເປັນວ່າການປະທານສະຫະພັນກຳມະບານແຂວງ ແລະ ໄດ້ແຕ່ງຕັ້ງທ່ານ ເກີດມີ ຈັນທິລາດ ເປັນຮອງປະທານແນວລາວສ້າງຊາດແຂວງ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ໃຫ້ກຽດມອບມະຕິຕົກລົງ ແລະ ຂໍ້ຕົກລົງໃຫ້ບັນດາທ່ານທີ່ເຂົ້າຮັບອຸດໜູນບຳນານ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ-ຍົກຍ້າຍໃໝ່ໃນຄັ້ງນີ້ຢ່າງສົມກຽດ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດ (ສນຊ) ເປີດກວ້າງຄັ້ງທີ 4 ສະໄໝທີ XI ຈັດຂຶ້ນໃນວັນທີ 11 ກໍລະກົດນີ້ ທີ່ ສນຊ ພາຍໃຕ້ການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີຮອງປະທານ, ບັນດາຄະນະທີ່ປຶກສາ, ປະທານແນວລາວສ້າງຊາດນະຄອນຫຼວງ-ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II  ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ສໍາເລັດຜົນຢ່າງຈົບງາມ ພາຍຫຼັງດໍາເນີນມາແຕ່ວັນທີ 7-11 ກໍລະກົດນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ(ນວ), ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກປະທານສະພາປະຊາຊົນ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍບັນດາແຂກຖືກເຊີນ.
ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເຊກອງເປີດກວ້າງ ຄັ້ງທີ 13 ສະໄໝທີ X ໄດ້ປິດລົງ ໃນວັນທີ 10 ກໍລະກົດນີ້, ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຫຼາຍ ບຸດທິ ຮັກສາການ ເລຂາພັກແຂວງ ຮັກສາການເຈົ້າແຂວງເຊກອງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ອົງການທຽບເທົ່າ ເຂົ້າຮ່ວມ.
ຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນຕໍ່ການຈັດຕັ້ງແຜນວຽກງານຂອງ ສປນວ

ຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນຕໍ່ການຈັດຕັ້ງແຜນວຽກງານຂອງ ສປນວ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ໃນວັນທີ10 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານ ຂອງທ່ານນາງ ລໍາພອຍ ສີອັກຄະຈັນ ຮອງປະທານ ສປນວ; ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 1 ນວ ແລະ ສສນວ ໄດ້ພ້ອມກັນຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2025 ຂອງ ສປນວ ແລະ ພ້ອມກັນຄົ້ນຄວ້າພິຈາລະນາ ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX

​ ກອງປະຊຸມປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນເປີດກວ້າງ ຄັ້ງທີ 19 ສະໄໝທີ IX; ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດຜ່ານມາ, ທີ່ສະໂມສອນແຂວງສາລະວັນ, ໂດຍເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ, ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຊີ້ນຳການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ

ຮອງນາຍົກລັດຖະມົນຕີ ຊີ້ນຳການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ

ໃນຕອນເຊົ້າວັນທີ 8 ກໍລະກົດນີ້, ທີ່ສະໂມສອນເມືອງແປກ, ແຂວງຊຽງຂວາງ, ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຊຽງຂວາງ ໄດ້ໃຫ້ກຽດເປັນປະທານ ແລະ ຊີ້ນຳ ຕໍ່ກອງປະຊຸມກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ ສະໄໝທີ IX; ມີສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງຊຽງຂວາງ; ສະຫາຍ ນາງ ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ອະດີດການນຳແຂວງ ແລະ ຜູ້ຕາງໜ້າພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ຕິດຕາມການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ

ຄໍາມ່ວນ ຕິດຕາມການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ

ກອງປະຊຸມຕິດຕາມຊຸກຍູ້ ການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດຜ່ານມາ ຢູ່ທີ່ຫ້ອງປະຊຸມເຮືອນພັກເລກ 1 ຂອງແຂວງ, ເຂົ້າຮ່ວມໃນກອງປະຊຸມມີສະຫາຍ ແກ້ວອຸດອນ ບຸດສິງຂອນ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຄະນະກໍາມະການຮັບຜິດຊອບວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກແຂວງ, ສະຫາຍ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຫົວໜ້າຄະນະລົງຊ່ວຍວຽກກະກຽມເນື້ອໃນກອງປະຊຸມໃຫຍ່ຂັ້ນສູງກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະ.
ຄະນະບໍລິຫານງານພັກແຂວງ ເປີດກອງປະຊຸມຄົບຄະນະຄັ້ງທີ 12 ສະໄໝທີ IX

ຄະນະບໍລິຫານງານພັກແຂວງ ເປີດກອງປະຊຸມຄົບຄະນະຄັ້ງທີ 12 ສະໄໝທີ IX

ໃນວັນທີ 7 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 12 ສະໄໝທີ IX ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກໍາມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະບັນຊາການ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດເປີດກວ້າງ ຄັ້ງທີ 19 ສະໄໝມທີ IX ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດນີ້ ທີ່ສະໂມສອນຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປລາວ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ-ນະຄອນ, ເລຂາຄະນະພັກກອງບັນຊາການ ປກຊ-ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ແຕ່ງຕັ້ງສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ ສສຍລ

ແຕ່ງຕັ້ງສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ ສສຍລ

ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ຖືກແຕ່ງຕັ້ງເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ)ຊຶ່ງພິທິປະກາດການແຕ່ງຕັ້ງໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ ນີ້ ທີ່ສູນກາງສະຫະພັນແມ່ຍິງລາວ. ໂດຍການເຂົ້າຮ່ວມມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະບໍລິຫານງານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ