ສາຍການບິນ Vietjet ລົງນາມໃນສັນຍາມູນຄ່າຫຼາຍຕື້ໂດລາ

ສາຍການບິນ Vietjet ລົງນາມໃນສັນຍາມູນຄ່າຫຼາຍຕື້ໂດລາ

ສາຍການບິນ Vietjet ລົງນາມໃນສັນຍາມູນຄ່າຫຼາຍຕື້ໂດລາ
ສາຍການບິນ Vietjet ໄດ້ລົງນາມໃນຂໍ້ຕົກລົງທາງຍຸດທະສາດຫຼາຍສະບັບຮ່ວມກັບບັນດາບໍລິສັດ ແລະ ສະຖາບັນການເງິນຊັ້ນນໍາຂອງສະຫະລັດອາເມຣິກາ ດ້ວຍມູນຄ່າຫຼາຍກວ່າ 6.3 ຕື້ໂດລາ. ພິທີລົງນາມໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີ ທ່ານ ໂຕ ເລີມ (To Lam) ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຂອງລັດຖະບານຫວຽດນາມ ແລະ ສະຫະລັດອາເມຣິກາ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະລັດ ອາເມຣິກາ.

 

Vietjet ແລະ Pratt & Whitney (ທຸລະກິດໃນເຄືອ RTX), ຜູ້ນໍາລະດັບໂລກດ້ານເຄື່ອງຈັກເຮືອບິນ ໄດ້ລົງນາມໃນຂໍ້ຕົກລົງຄັດເລືອກເຄື່ອງຈັກ Pratt & Whitney GTF™ ແລະ ບໍລິການບຳລຸງຮັກສາແບບຄົບວົງຈອນສຳລັບເຮືອບິນ Airbus A321NEO ແລະ A321XLR ຈຳນວນ 44 ລຳ. ມູນຄ່າຂອງສັນຍາປະມານ 5.4 ຕື້ໂດລາ.

Pratt & Whitney ຈະສະໜອງເຄື່ອງຈັກລຸ້ນໃໝ່ເພື່ອເພີ່ມປະສິດທິພາບໃນການເຮັດວຽກ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ຫຼຸດຜ່ອນການປ່ອຍອາຍພິດ, ເພື່ອສະໜັບສະໜູນຍຸດທະສາດການພັດທະນາແບບຍືນຍົງ ແລະ ການຫັນປ່ຽນສູ່ພະລັງງານສີຂຽວຂອງ Vietjet ແລະ ໄດ້ລົງນາມໃນຂໍ້ຕົກລົງການຈັດຫາທຶນສຳລັບເຮືອບິນຮ່ວມກັບ Griffin Global Asset Management ເພື່ອຈັດຫາເຮືອບິນ Boeing 737-8 ຈໍານວນ 6 ລໍາ ຊຶ່ງມີມູນຄ່າປະມານ 965 ລ້ານໂດລາ ຕາມລາຄາຕະຫຼາດ.

ທ່ານ ຫງວຽນ ແທັງ ເຊີນ (Nguyen Thanh Son) ຜູ້ອໍານວຍການໃຫຍ່ຂອງ Vietjetກ່າວວ່າ: ການລົງນາມຂໍ້ຕົກລົງ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນແຮງກ້າຂອງ Vietjet ໃນການຂະຫຍາຍຂອບເຂດການເປັນພັນທະມິດລະຫວ່າງປະເທດ ແລະ ການພັດທະນາຝູງເຮືອບິນທີ່ທັນສະໄໝ ແລະ ຍືນຍົງ. ພ້ອມທັງສ້າງຮາກຖານອັນໜັກແໜ້ນ ເພື່ອເສີມສ້າງຄວາມເຂັ້ມແຂງທາງດ້ານການເງິນ, ຍົກລະດັບມາດຕະຖານການດຳເນີນງານ ແລະ ສະໜັບສະໜູນການເຕີບໂຕໃນໄລຍະຍາວສຳລັບອຸດສາຫະກຳການບິນຫວຽດນາມ ແລະ ລະດັບສາກົນ.

ປັດຈຸບັນ, ສາຍການບິນໄດ້ເປີດຖ້ຽວບິນກົງ ວຽງຈັນ – ໂຮ່ຈິມິນ/ຮ່າໂນ້ຍ ຊຶ່ງຊ່ວຍໃຫ້ການເດີນທາງໄປສູ່ເມືອງໃຫຍ່ຂອງຫວຽດນາມ ແລະ ປາຍທາງສຳຄັນໃນພາກພື້ນອາຊີ-ປາຊີຟິກ ມີຄວາມສະດວກສະບາຍຫຼາຍຂຶ້ນ.

ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

6 ເດືອນ​ຕົ້ນ​ປີ ຫົວພັນ ຍາດໄດ້ຜົນສໍາເລັດຫຼາຍດ້ານ

6 ເດືອນ​ຕົ້ນ​ປີ ຫົວພັນ ຍາດໄດ້ຜົນສໍາເລັດຫຼາຍດ້ານ

ໃນໄລຍະ 6 ເດືອນຕົ້ນປີ 2026, ການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງແຂວງຫົວພັນ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການຈັດຕັ້ງເຊື່ອມຊຶມນິຕິກຳຕ່າງໆ, ຈັດຕັ້ງຮໍ່າຮຽນການເມືອງ ຫັດແອບສິລະປະຍຸດ, ຍຸດທະວິທີສູ້ຮົບ, ປັບປຸງກອງຫຼອນ-ປກສ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ກໍາລັງແຮງສູ້ຮົບໃຫ້ສູງຂຶ້ນ ເຮັດໃຫ້ທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ.
ແກ່ນ​ທ້າວ ຫາ​ລື ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ 6 ເດືອນຕົ້ນ​ປີ

ແກ່ນ​ທ້າວ ຫາ​ລື ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ 6 ເດືອນຕົ້ນ​ປີ

ກອງປະຊຸມ ຄະນະກຳມະການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ ປະຈຳ 6 ເດືອນຕົ້ນປີ 2026 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2026 ນີ້, ທີ່ເມືອງແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ

ເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ

ການເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ ແລະ ວັນທັດສະນະສຶກສາແລກປ່ຽນບົດຮຽນພາກສະໜາມ ໄດ້ຈັດຂຶ້ນໃນວັນທີ 15 ມິຖຸນາຜ່ານ​ມາ ທີ່ ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໂດຍມີທ່ານ ຈູມສີ ໄຊຍະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງເຊບັ້ງໄຟ, ທ່ານ ນາງ ຄໍາໄຕ ວົງໄຊຍາ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເປີດໂຄງການບັນພະຊາສາມະເນນພາກລະດູຮ້ອນປະຈຳປີ 2026

ເປີດໂຄງການບັນພະຊາສາມະເນນພາກລະດູຮ້ອນປະຈຳປີ 2026

ພິທີເປີດໂຄງການບັນພະຊາສາມະເນນພາກລະດູຮ້ອນປະຈຳປີ 2026 ຈັດຂຶ້ນວັນທີ 15 ມິຖຸນາ 2026 ທີ່ວັດພະເຈົ້າໃຫຍ່ໄຊທານີສີຣິມຸງຄຸນວິຫານ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ)
ເພີ່ມທະວີການນໍາພາ-ຊີ້ນໍາ ສື່ມວນຊົນໃຫ້ກ້າວໄປສູ່ຄວາມທັນສະໄໝ

ເພີ່ມທະວີການນໍາພາ-ຊີ້ນໍາ ສື່ມວນຊົນໃຫ້ກ້າວໄປສູ່ຄວາມທັນສະໄໝ

ໃນໄລຍະ 5 ປີຕໍ່ໜ້າ (2026-2030) ອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຕ້ອງສືບຕໍ່ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຄຸ້ມຄອງບັນດາສື່ມວນຊົນທັງສື່ສິ່ງພິມ ແລະ ສື່ ເອເລັກໂຕຣນິກ ໃຫ້ກ້າວໄປສູ່ຄວາມທັນສະໄໝ. ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າ ຄອສພ ໄດ້ຜ່ານຮ່າງລາຍການເມືອງ ຕໍ່ກອງຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI ອົງຄະນະພັກ ຄອສພ ເມື່ອບໍ່ດົນຜ່ານມາ.
ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງ

ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງ

ນະຄອນຫຼວງວຽງຈັນ (ນວ) ເປີດຝຶກອົບຮົມ ຫຼັກສູດສະເພາະສ້າງພະນັກງານກໍ່ໍ່ສ້າງຮາກຖານການເມືອງປະຈໍາປີ 2026, ໃນວັນທີ 16 ມິຖຸນານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນວ. ເປັນກຽດໃນພິທີ ພ້ອມທັງບັນລະຍາຍໂດຍ ສະຫາຍ ເຂັມເພັດ ແພງດວງຈັນ ອະດີດການນໍານະຄອນຫຼວງວຽງຈັນ, ມີບັນດາພະນັກງານລົງຮາກຖານອ້ອມຂ້າງ ນວ, ພະນັກງານ ຄູ-ອາຈານໂຮງຮຽນການເມືອງ ແລະ ການປົກຄອງ ນວ ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 6.
ຄະນະນຳສູນກາງແນວລາວສ້າງຊາດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ຄະນະນຳສູນກາງແນວລາວສ້າງຊາດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ວັນທີ 15 ມິຖຸນາ 2026 ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຽກງານຢູ່ແຂວງຫຼວງພະບາງ, ໂດຍໄດ້ເຂົ້າພົບປະກັບ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານຄະນະກຳມະການປົກຄອງແຂວງ, ເພື່ອລາຍງານຈຸດປະສົງການລົງເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ ຄັ້ງນີ້ ເປັນການປະຕິບັດຕາມພາລະບົດບາດໜ້າທີ່ຂອງແນວລາວສ້າງຊາດ ໂດຍສະເພາະແມ່ນການຫັນລົງຮາກຖານ ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ, ຈາກນັ້ນ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ໄດ້ສະແດງຄວາມຕ້ອນຮັບ ແລະຊົມເຊີຍຕໍ່ ຮອງປະທານສູນກາງແນວລາວສ້າງຊາດ
ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ ທີ່ ວທ ນະຄອນຫຼວງ

ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ ທີ່ ວທ ນະຄອນຫຼວງ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ), ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 16 ມິຖຸນານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ.
ຄໍາມ່ວນ ມອບ​ເງິນສະ​ໜັບ​ສະ​ໜູນຄອບຄົວຕົວແບບ ການປູກເຫັດ

ຄໍາມ່ວນ ມອບ​ເງິນສະ​ໜັບ​ສະ​ໜູນຄອບຄົວຕົວແບບ ການປູກເຫັດ

ການ​ນຳ​ແຂວງ​ຄຳ​ມ່ວນ ໄດ້ມອບເງິນຊຸກຍູ້ຈໍານວນ 50 ລ້ານກີບ ໃຫ້ແກ່ຄອບຄົວຕົວແບບດ້ານການປູກເຫັດ ຢູ່ບ້ານສົ້ມ ເມືອງເຊບັ້ງໄຟ ເພື່ອນໍາໃຊ້ເຂົ້າໃນການປັບປຸງ ແລະ ພັດທະນາຟາມເຫັດໃຫ້ມີປະສິດທິພາບສູງຂຶ້ນ.
ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ

ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ

ວັນທີ 12 ມິຖຸນາ 2026 ນີ້, ໄດ້ມີການສະແດງປະສານສຽງແຕກການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ລາໂຣສ 2026” ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງສະຫະພັນຣັດເຊຍ ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຮັບຊົມການສະແດງຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານ ເຂດຕາເວັນອອກ ກອງທັບແຫ່ງສະຫະພັນຣັດເຊຍ, ມີບັນດາອະດີດການນຳ, ຄະນະຊີ້ນຳການຊ້ອມຮົບຮ່ວມ, ຕະຫຼອດຮອດນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມການຫັດແອບ.
ເພີ່ມເຕີມ