ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 25 ພະຈິກນີ້ວ່າ: ອົງການອາຫານໂລກແຫ່ງສະຫະປະຊາຊາດ ຫຼື WFP ໄດ້ເຕືອນເມື່ອບໍ່ດົນມານີ້ວ່າ, ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະ ທະເລດຳ ຖືກກີດຂວາງຢ່າງຕໍ່ເນື່ອງ, ກຳລັງເຮັດໃຫ້ຕົ້ນທຶນດ້ານອາຫານ, ພະລັງງານ ແລະ ການຂົນສົ່ງຂອງໂລກເພີ່ມສູງຂຶ້ນ, ເຮັດໃຫ້ວິິກິດການຄວາມໝັ້ນຄົງດ້ານອາຫານຮ້າຍແຮງຂຶ້ນ. ປັດຈຸບັນ, ມີປະມານ 266,000,000 ຄົນໃນທົ່ວໂລກປະເຊີນກັບບັນຫາຂາດແຄນອາຫານຢ່າງໜັກໜ່ວງ.
WFP ຊີ້ອອກວ່າ: ປຸ໋ຍຈຳນວນປະມານ 30% ທົ່ວໂລກແມ່ນຂົນສົ່ງໂດຍຜ່ານຊ່ອງແຄບຮໍມຸສ, ເສັ້ນທາງການຄ້າຖືກກີດຂວາງ ບວກກັບການປະທະກັນໃນພາກພື້ນ ແລະ ສະພາບດິນຟ້າອາກາດຮ້າຍແຮງ, ກຳລັງສົ່ງຜົນກະທົບຕໍ່ການຜະລິດກະສິກຳ ແລະ ການສະໜອງອາຫານ.
WFP ຮຽກຮ້ອງໃຫ້ປະຊາຄົມໂລກນຳໃຊ້ມາດຕະການ ເພື່ອຮັບປະກັນເສັ້ນທາງການຄ້າອາຫານທົ່ວໂລກຢ່າງໂລ່ງລ່ຽນ ແລະ ປ້ອງກັນບໍ່ໃຫ້ອາຫານຖືກນຳໃຊ້ເປັນເຄື່ອງມືໃນສົງຄາມ.
ຄໍາເຫັນ