ກອງປະຊຸມພົບປະແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງສະພາປະຊາຊົນແຂວງ (ສພຂ) 4 ແຂວງພາກໃຕ້ ຄື: ແຂວງເຊກອງ, ສາລະວັນ, ຈຳປາສັກ ແລະ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ ນີ້ ທີ່ແຂວງເຊກອງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດົງເພັດ ພະຍົນ ປະທານ ສພຂ ເຊກອງ, ທ່ານ ຂັນໄຊ ລັດຖະເຮົ້າ ຮອງປະທານ ສພຂ ສາລະວັນ, ທ່ານ ສາຍທອງ ໄຊຍະວົງ ຮອງປະທານ ສພຂ ຈຳປາສັກ, ທ່ານ ສຸກສຳລານ ໄຊຍະແສງ ຮອງປະທານ ສພຂ ອັດຕະປື, ມີຮອງປະທານ, ຄະນະປະຈຳ, ຄະນະເລຂາທິການ, ຄະນະກຳມະການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ທ່ານ ດົງເພັດ ພະຍົນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມພົບແລກ ປ່ຽນບົດຮຽນຊຶ່ງກັນ ແລະ ກັນ ຕໍ່ຫົວຂໍ້ທີ່ສະປະຊາຊົນແຂວງເຊກອງຕັ້ງຂຶ້ນ ແລະ ວຽກງານອື່ນໆທີ່ພົ້ນເດັ່ນ ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ເພື່ອຊອກໃຫ້ເຫັນດ້ານດີ ທີ່ຈະສືບຕໍ່ເສີມຂະຫຍາຍ ແລະ ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອປັບປຸງແບບແຜນນຳພາ-ວິທີເຮັດວຽກ ຂອງສະພາປະຊາຊົນແຂວງຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ.
ໃນໂອກາດນີ້, ຮອງປະທານ ສພຂ 4 ແຂວງ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານເຖິງສະພາບລວມຂອງແຂວງຕົນທາງດ້ານທີ່ຕັ້ງ, ຍຸດທະສາດ, ການພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມທີ່ເປັນທ່າແຮງ ແລະ ພ້ອມກັນຄົ້ນຄວ້າປຶກສາຫາລືປະກອບຄຳຄິດຄຳເຫັນ ກ່ຽວກັບການເຄື່ອນໄຫວວຽກງານຕ່າງໆ ເປັນຕົ້ນ, ການຈັດຕັ້ງປະຕິບັດຂັ້ນຕອນ, ວິທີການ, ການດຳເນີນການລົງຄະແນນສຽງ ຮັບຮອງຜົນການເລືອກຕັ້ງ ຂອງບຸກຄະລາກອນທີ່ສະພາເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ; ວຽກງານການເປັນເສນາໃນການປະສານງານ ຂອງຄະນະເລຂາທິການກັບພາກສ່ວນກ່ຽວຂ້ອງ ໃນການລົງພົບປະ, ຜັນຂະຫຍາຍ ແລະ ຕິດຕາມກວດກາ; ວຽກງານການແກ້ໄຂຄຳສະເໜີ, ຄຳຮ້ອງທຸກ ແລະ ສາຍດ່ວນ; ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບ ຕົກລົງມອບໃຫ້ ສພຂ ແຂວງຈຳປາສັກ ເປັນເຈົ້າພາບຈັດກອງປະຊຸມພົບປະແລກປ່ຽນບົດຮຽນຂອງ ສພຂ 4 ແຂວງພາກໃຕ້ໃນປີຕໍ່ໄປ.
(ຂ່າວ-ພາບ: ບູ້ສຸວັນ)

ຄໍາເຫັນ