ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດຂອງສິງກະໂປຄາດຄະເນວ່າ, ສິງກະໂປຈະປະສົບກັບສະພາບອາກາດແຫ້ງແລ້ງຢ່າງຕໍ່ເນື່ອງໃນໄລຍະເຄິ່ງທໍາອິດຂອງເດືອນກັນຍາ, ໂດຍລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະນຳເອົາລົມຕາເວັນອອກສ່ຽງໃຕ້ ຫຼື ລົມຕາເວັນຕົກສ່ຽງໃຕ້ພັດຜ່ານພື້ນທີ່ສ່ວນໃຫຍ່. ໃນຂະນະທີ່ປະລິມານນ້ຳຝົນໃນສອງອາທິດທຳອິດຂອງເດືອນຄາດວ່າຈະຕໍ່າກວ່າລະດັບສະເລ່ຍໃນຫຼາຍພາກພື້ນ.
ອົງການສິ່ງແວດລ້ອມແຫ່ງຊາດຂອງສິງກະໂປ ຍັງລະບຸວ່າ: ສະພາບອາກາດແຫ້ງແລ້ງກໍາລັງເຮັດໃຫ້ຈຸດຮ້ອນ ແລະ ໝອກຄວັນໃນພາກພື້ນຮ້າຍແຮງຂຶ້ນ, ໂດຍມີໝອກຄວັນໜາແໜ້ນປົກຄຸມພາກໃຕ້ ແລະ ພາກກາງຂອງເກາະສຸມາຕຣາ, ລວມທັງບາງສ່ວນຂອງເກາະກາລິມັນຕັນ, ນັບຕັ້ງແຕ່ວັນທີ 21 ສິງຫາ ຜ່ານມາ. ພ້ອມທັງເຕືອນວ່າ ສິງກະໂປອາດຈະປະເຊີນກັບສະພາບໝອກຄວັນຖ້າໄຟໄໝ້ຮຸນແຮງຂຶ້ນ.
ຄໍາເຫັນ