ຖະແຫຼງການຂອງຕຳຫຼວດລະບຸວ່າ: ມີ 335 ຄົນ, ໃນນັ້ນມີແມ່ຍິງ 119 ຄົນ ແລະ ຜູ້ຊາຍ 216 ຄົນ, ອາຍຸລະຫວ່າງ 16 ຫາ 81 ປີ ທີ່ກໍາລັງໃຫ້ການຮ່ວມມືກັບເຈົ້າໜ້າທີ່ໃນການສືບສວນ. ໃນຖານະທີ່ເປັນຜູ້ຕ້ອງສົງໄສວ່າມີສ່ວນກ່ຽວຂ້ອງໃນຄະດີຫຼອກລວງ ຫຼື ເປັນຜູ້ຮັບໂອນເງິນແທນ (ເຈົ້າຂອງບັນຊີມ້າ).
ຕຳຫຼວດກ່າວວ່າ: ຄະດີສ່ວນໃຫຍ່ຂ້າງເທິງນີ້, ສ່ວນຫຼາຍແມ່ນກ່ຽວຂ້ອງກັບການຫຼອກລວງໃນຮູບແບບຕ່າງໆເຊັ່ນ: ການປອມຕົວເປັນຄົນຮູ້ຈັກ, ຫຼອກລົງທຶນ, ຫຼອກຈ້າງງານ ແລະ ຫຼອກໃຫ້ຊື້-ຂາຍສິນຄ້າອອນລາຍ, ປອມຕົວເປັນເຈົ້າໜ້າທີ່ລັດ ແລະ ຫຼອກລວງໃຫ້ເຊົ່າເຮືອນ, ໂດຍຜູ້ທີ່ຢູ່ລະຫວ່າງການສືບສວນອາດຖືກຂໍ້ກ່າວຫາຕ່າງໆ ເຊັ່ນ: ການສໍ້ໂກງ, ຟອກເງິນ ຫຼື ໃຫ້ບໍລິການຊຳລະເງິນໂດຍບໍ່ມີໃບອະນຸຍາດ.
ຕຳຫຼວດຍັງເຕືອນປະຊາຊົນວ່າ: ບໍ່ໃຫ້ຜູ້ອື່ນໃຊ້ບັນຊີທະນາຄານ ຫຼື ເບີໂທລະສັບມືຖືຂອງຕົນ ແລະ ເນັ້ນ ໜັກວ່າເຈົ້າຂອງບັນຊີອາດຕ້ອງຮັບຜິດຊອບທາງອາຍາຖ້າຫາກຂໍ້ມູນຂອງຕົນຖືກນໍາໃຊ້ໃນກິດຈະກໍາທີ່ຜິດກົດໝາຍ.
ຄໍາເຫັນ