ຂ່າວລະບຸວ່າ: ສິ່ງທີ່ໜ້າວິຕົກກັງວົນກວ່ານັ້ນແມ່ນ, ໃນກໍລະນີທີ່ບໍ່ດີ, ໂຕເລກດັ່ງກ່າວອາດຈະຫຼຸດລົງເຫຼືອພຽງ 2.1% ເທົ່ານັ້ນ ຊຶ່ງເປັນໜຶ່ງໃນບັນດາລະດັບການເຕີບໂຕຕ່ຳທີ່ສຸດໃນສະຕະວັດນີ້, ຍົກເວັ້ນໄລຍະເກີດໂຣກລະບາດໂຄວິດ- 19 ແລະ ວິກິດການດ້ານການເງິນທົ່ວໂລກປີ 2008.
ທ່ານ ຊານທານູ ມຸກເຄີຈີ ຜູ້ອຳນວຍການວິເຄາະເສດຖະກິດ ຂຶ້ນກັບກົມເສດຖະກິດ ແລະ ສັງຄົມຂອງ ສປຊ ໃຫ້ຮູ້ວ່າ: ໂລກ “ຍັງບໍ່ທັນເຖິງຂັ້ນ” ຕົກເຂົ້າສູ່ສະພາບຊຸດໂຊມ, ແຕ່ຊີວິດການເປັນຢູ່ຂອງປະຊາຊົນນັບຕື້ຄົນຈະມີຄວາມຫຍຸ້ງຍາກກວ່າເກົ່າ ແລະ ບາງປະເທດອາດຈະເຫັນປະຈັກຕາພື້ນຖານເສດຖະກິດມີການເຕີບໂຕເປັນລົບ.
ໄພເງິນເຟີ້ທົ່ວໂລກ ໄດ້ຮັບການຄາດຄະເນວ່າ ຈະເພີ່ມຂຶ້ນ 3.9% ໃນປີນີ້, ສູງກວ່າ 0.8 ຈຸດຄະແນນສ່ວນຮ້ອຍ ເມື່ອທຽບໃສ່ການຄາດຄະເນເມື່ອຕົ້ນປີ 2026.
ຄໍາເຫັນ