ປັດ​ໄຈ​ສຳ​ຄັນ​​ໃນ​ການ​ປ່ຽນ​ແປງ​ໃຫຍ່​ຂອງ​ໂລກ​ໃນ​ຮອບ​ຮ້ອຍ​ປີ

ປັດ​ໄຈ​ສຳ​ຄັນ​​ໃນ​ການ​ປ່ຽນ​ແປງ​ໃຫຍ່​ຂອງ​ໂລກ​ໃນ​ຮອບ​ຮ້ອຍ​ປີ

ປັດ​ໄຈ​ສຳ​ຄັນ​​ໃນ​ການ​ປ່ຽນ​ແປງ​ໃຫຍ່​ຂອງ​ໂລກ​ໃນ​ຮອບ​ຮ້ອຍ​ປີ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນລະຫວ່າງວັນທີ 19 ຫາ 20 ພຶດສະພາ ຜ່ານມາ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ, ປະມຸກລັດສອງປະເທດໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນໃໝ່ ໃນການຊຸກຍູ້ການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານຈີນ-ຣັດເຊຍ. ໃນຖານະເປັນແບບຢ່າງແຫ່ງການພົວພັນລະຫວ່າງປະເທດໃຫຍ່ແບບໃໝ່, ຄວາມສຳຄັນ ແລະ ອິດທິພົນຂອງການພົວພັນລະຫວ່າງຈີນ-ຣັດເຊຍໄດ້ລື່ນກາຍຂອບເຂດການພົວພັນລະຫວ່າງສອງປະເທດຢ່າງຫຼວງຫຼາຍ ແລະ “ກາຍເປັນປັດໄຈສຳຄັນທີ່ແນ່ນອນໃນການປ່ຽນແປງໃຫຍ່ຂອງໂລກໃນຮອບຮ້ອຍປີ”.

ປດ​ໄຈ​ສຳ​ຄນ​​ໃນ​ການ​ປຽນ​ແປງ​ໃຫຍ​ຂອງ​ໂລກ​ໃນ​ຮອບ​ຮອຍ​ປ - image 1
 

ຄວາມໄວ້ເນື້ອເຊື່ອໃຈທາງການເມືອງແມ່ນລັກສະນະພິເສດທີ່ຈະແຈ້ງທີ່ສຸດໃນການພົວພັນລະຫວ່າງຈີນ-ຣັດເຊຍ ແລະ ກໍແມ່ນຈຸດປະສົງ ແລະ ຫຼັກການພື້ນຖານຂອງ “ສົນທິສັນຍາວ່າດ້ວຍການເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ຮ່ວມມືມິດຕະພາບລະຫວ່າງຈີນ-ຣັດເຊຍ”. ເທື່ອນີ້, ປະມຸກລັດສອງປະເທດໄດ້ຮ່ວມກັນຕົກລົງແກ່ຍາວເວລາຂອງສົນທິສັນຍາສະບັບນີ້ ຊຶ່ງຈະຊຸກຍູ້ການພົວພັນລະຫວ່າງສອງປະເທດນັບມື້ກ້າວສູ່ລວງເລິກ ແລະ ສ້າງພື້ນຖານທີ່ໝັ້ນແກ່ນໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ.
ການຮ່ວມມືຕົວຈິງແມ່ນພະລັງຂັບເຄື່ອນສຳຄັນໃຫ້ແກ່ການພົວພັນລະຫວ່າງຈີນ-ຣັດເຊຍ. ລະຫວ່າການເດີນທາງມາຢ້ຽມຢາມຈີນຂອງທ່ານ ວະລາດີເມຍ ປູຕິນ, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 20 ສະບັບໃນຂົງເຂດເສດຖະກິດການຄ້າ, ວິທະຍາສາດເຕັກໂນໂລຊີ ແລະ ອື່ນໆ ຊຶ່ງຈະຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດຕ່າງໆມີຄຸນນະພາບກວ່າເກົ່າ ແລະ ມີລະດັບສູງກວ່າເກົ່າ ເພື່ອຈະປະກອບສ່ວນເຂົ້າໃນການພັດທະນາຂອງສອງປະເທດໃຫ້ນັບມື້ກ້າວສູ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ວັນທີ 20 ພຶດສະພາ ຜ່ານມາ, ປະມຸກລັດສອງປະເທດໄດ້ຮ່ວມກັນເປີດກາໝາຍ “ປີແຫ່ງການສຶກສາຈີນ-ຣັດເຊຍ”. ນັກວິເຄາະເຫັນວ່າ: ໂດຍຖືເອົາ “ປີແຫ່ງການສຶກສາຈີນ-ຣັດເຊຍ” ເປັນຈຸດເລີ່ມຕົ້ນໃໝ່, ສອງປະເທດຈະສືບຕໍ່ລົງເລິກການຮ່ວມມືໃນຂົງເຂດການສຶກສາຕື່ມອີກ ເພື່ອຊ່ວຍຊຸກຍູ້ມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງຈີນ-ຣັດເຊຍໃຫ້ນັບມື້ໝັ້ນຄົງຂະໜົງແກ່ນ.
ໂລກປັດຈຸບັນທີ່ຍັງບໍ່ມີສັນຕິພາບເທົ່າທີ່ຄວນ, ລັດທິຝ່າຍດຽວ ແລະ ລັດທິເຈົ້າອຳນາດເປັນໄພຂົ່ມຂູ່ໜັກໜ່ວງຕໍ່ໂລກ, ໂລກຜະເຊີນກັບຄວາມສ່ຽງທີ່ຈະກັບຄືນສູ່ກົດແຫ່ງປ່າ. ຈີນ ແລະ ຣັດເຊຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການສົ່ງເສີມການສ້າງໂລກທີ່ມີຫຼາຍຂົ້ວ ແລະ ການພົວພັນສາກົນແບບໃໝ່ ໄດ້ສະແດງໃຫ້ເຫັນເຖິງການຮັບພາລະໜ້າທີ່ຂອງປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ.
ເມື່ອຢືນຢູ່ຈຸດເລີ່ມຕົ້ນໃໝ່, ສອງຝ່າຍໄດ້ຖືເອົາຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດເປັນທິດນຳພາ, ຊຸກຍູ້ໃຫ້ການປະສານງານຍຸດທະສາດຮອບດ້ານກ້າວຂຶ້ນສູ່ລະດັບສູງກວ່າເກົ່າ, ຍ່ອມຈະກາຍເປັນ “ປັດໄຈສຳຄັນທີ່ແນ່ນອນໃນການປ່ຽນແປງໃຫຍ່ຂອງໂລກໃນຮອບຮ້ອຍປີ” ທີ່ດີກວ່າເກົ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ