UN ຮຽກຮ້ອງໃຫ້ທົ່ວໂລກໃຊ້ມາດຕະການຢ່າງຕັ້ງໜ້າ ເພື່ອຫຼຸດມົນລະພິດຈາກການກໍ່ສ້າງ

UN ຮຽກຮ້ອງໃຫ້ທົ່ວໂລກໃຊ້ມາດຕະການຢ່າງຕັ້ງໜ້າ ເພື່ອຫຼຸດມົນລະພິດຈາກການກໍ່ສ້າງ

UN ຮຽກຮ້ອງໃຫ້ທົ່ວໂລກໃຊ້ມາດຕະການຢ່າງຕັ້ງໜ້າ ເພື່ອຫຼຸດມົນລະພິດຈາກການກໍ່ສ້າງ
ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ພຶດສະພາ ຜ່ານມາວ່າ: ບົດລາຍງານຂອງອົງການສະຫະປະຊາຊາດ (UN) ລະບຸວ່າ, ການກໍ່ສ້າງອາຄານໃໝ່ຄວນປະຕິບັດຕາມມາດຕະການຄວບຄຸມ ເພື່ອບັນລຸເປົ້າໝາຍການປ່ອຍອາຍພິດເຮືອນແກ້ວສຸດທິເປັນສູນ, ເນື່ອງຈາກວ່າຂະແໜງການກໍ່ສ້າງເປັນສາເຫດຂອງການປ່ອຍອາຍພິດກາກບອນໄດອອກຊາຍທົ່ວໂລກເຖິງ 37% ຊຶ່ງຫຼາຍທີ່ສຸດເມື່ອທຽບກັບຂະແໜງການອື່ນໆ.

 

ບົດລາຍງານສະຖານະການອາຄານ ແລະ ການກໍ່ສ້າງທົ່ວໂລກ ສະບັບທີ 10 ປະຈຳປີ 2025-2026 ຊຶ່ງເຜີຍແຜ່ໂດຍໂຄງການສິ່ງແວດລ້ອມສະຫະປະຊາຊາດ (UNEP) ແລະ ພັນທະມິດອາຄານ ແລະ ການກໍ່ສ້າງໂລກ (GlobalABC), ຮຽກຮ້ອງໃຫ້ເລັ່ງການຫຼຸດຜ່ອນການປ່ອຍກາກບອນໃນຂະແໜງການນີ້ ເພື່ອຫຼຸດຜ່ອນວິກິດການສະພາບດິນຟ້າອາກາດ ແລະ ປົກປ້ອງຊຸມຊົນຈາກຄວາມຜັນຜວນຂອງລາຄາພະລັງງານ.

ບົດລາຍງານດັ່ງກ່າວໄດ້ປະເມີນຂະແໜງການກໍ່ສ້າງຜ່ານຫຼາຍຕົວຊີ້ວັດສຳຄັນເຊັ່ນ: ນະໂຍບາຍ, ການເງິນ, ເຕັກໂນໂລຊີ ແລະ ການລົງທຶນທີ່ສອດຄ່ອງກັບຄວາມພະຍາຍາມ ເພື່ອບັນລຸເປົ້າໝາຍການປ່ອຍອາຍພິດເຮືອນແກ້ວສຸດທິເປັນສູນພາຍໃນປີ 2050, ທ່າມກາງວິກິດການທີ່ຢູ່ອາໄສ ແລະ ພະລັງງານທົ່ວໂລກ.

ທ່ານ ອິງເກີ ແອນເດີເຊນ ຜູ້ອຳນວຍການບໍລິຫານໂຄງການ UNEP ກ່າວວ່າ: ລັດຖະບານຂອງປະເທດຕ່າງໆມີໂອກາດທີ່ສຳຄັນໃນການຊຸກຍູ້ການກໍ່ສ້າງທີ່ມີການປ່ອຍອາຍພິດເປັນສູນຜ່ານນະໂຍບາຍ, ລະບຽບການ ແລະ ການລົງທຶນທີ່ດີຂຶ້ນ, ຍ້ອນວ່າອາຄານເຄິ່ງໜຶ່ງຂອງໂລກຍັງບໍ່ໄດ້ຖືກສ້າງຂຶ້ນ ຫຼື ປັບປຸງໃໝ່ພາຍໃນປີ 2050. ທ່ານຍັງໄດ້ຊີ້ໃຫ້ເຫັນວ່າ ຂະແໜງການກໍ່ສ້າງໃຊ້ຊັບພະຍາກອນທຳມະຊາດ ແລະ ວັດຖຸດິບທີ່ສະກັດອອກມາເກືອບເຄິ່ງໜຶ່ງຂອງໂລກ.

ບົດລາຍງານລະບຸຕື່ມວ່າ: ພາກສ່ວນອາຄານ ແລະ ການກໍ່ສ້າງກວມເອົາ 11-13% ຂອງ GDP ທົ່ວໂລກ ແລະ ມີພະນັກງານປະມານ 9% ຂອງກຳລັງແຮງງານຂອງໂລກ ຊຶ່ງກວມເອົາການກໍ່ສ້າງ, ການປັບປຸງ, ການຮື້ຖອນ ແລະ ວຽກງານວິສະວະກຳໂຍທາ.

ຄໍາເຫັນ

ຂ່າວຕ່າງປະເທດ

ອາຊຽນ - ອີຢູ ຊຸກຍູ້ການຮ່ວມມືຫຼາຍຝ່າຍ

ອາຊຽນ - ອີຢູ ຊຸກຍູ້ການຮ່ວມມືຫຼາຍຝ່າຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 20 ພຶດ​ສະ​ພາ ຜ່ານມາ, ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ ອາ​ຊຽນ ປະ​ຈຳ​ນະ​ຄອນວຽນ ປະ​ເທດໂອ​ຕຣິດ ໄດ້​ພົບ​ປະ​ກັບ​ທ່ານ ຄາລ ຮາເລກາດ ເອກ​ອັກ​ຄະລັດ​ຖະ​ທູດ​ສະ​ຫະ​ພາ​ບ ເອີ​ຣົບ (ອີ​ຢູ), ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື ອາ​ຊຽນ - ອີ​ຢູ, ວິ​ວັດ​ການ​ປະ​ຕິ​ຮູບ​ສະ​ຫະ​ປະ​ຊາ​ຊາດ ແລະ ການ​ຮ່ວມ​ມື​ຢູ່ອົງການ​ພະລັງງານປະ​ລະ​ມານູ​ສາກົນ (IAEA).
ສ ເກົາຫຼີ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມືໃນລະບົບຕ່ອງໂສ້ການສະໜອງ ແລະ ພະລັງງານ

ສ ເກົາຫຼີ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມືໃນລະບົບຕ່ອງໂສ້ການສະໜອງ ແລະ ພະລັງງານ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ແລະ ທ່ານນາງ ຊານາເອະ ທາຄາອິຈິ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ຖະແຫຼງເຫັນດີທີ່ຈະຍົກລະດັບການຮ່ວມມືໃນລະບົບຕ່ອງໂສ້ການສະໜອງ, ລວມທັງນ້ຳມັນດິບ ແລະ ອາຍແກັສທຳມະຊາດແຫຼວ (LNG), ທ່າມກາງການຂັດແຍ່ງທີ່ຍັງດຳເນີນຢູ່ໃນຕາເວັນອອກກາງ, ພາຍຫຼັງຜູ້ນຳທັງສອງສຳເລັດກອງປະຊຸມສຸດຍອດທີ່ເມືອງອັນດົງ.
ຈີນ-ຣັດ​ເຊຍ ​ກ້າວ​ສູ່​ການ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ມີ​ຄຸນ​ນະ​ພາບ​ສູງ

ຈີນ-ຣັດ​ເຊຍ ​ກ້າວ​ສູ່​ການ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ມີ​ຄຸນ​ນະ​ພາບ​ສູງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 20 ພຶດ​ສະ​ພາ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ຫວຽດນາມ ພັດທະນາອຸດສາຫະກຳວັດສະດຸຕາມທິດສີຂຽວ ຍືນຍົງ ແລະ ເປັນເຈົ້າຕົນເອງ

ຫວຽດນາມ ພັດທະນາອຸດສາຫະກຳວັດສະດຸຕາມທິດສີຂຽວ ຍືນຍົງ ແລະ ເປັນເຈົ້າຕົນເອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 21 ພຶດ​ສະ​ພາ ຜ່ານມາ ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ ທີ່ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂ​າ​ທິ​ການ​ໃຫຍ່​ຄະ​ນ​ະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ​ສູນ​ກາງ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ສະ​ດຸ​ຢູ່ ຫວຽດ​ນາມ.
ອີຣັກ ພົບຄົນເຈັບຫາຍໃຈຍາກ 837 ຄົນ ຍ້ອນພາຍຸຝຸ່ນຮຸ່ນແຮງ

ອີຣັກ ພົບຄົນເຈັບຫາຍໃຈຍາກ 837 ຄົນ ຍ້ອນພາຍຸຝຸ່ນຮຸ່ນແຮງ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ພຶດສະພາ ຜ່ານມາວ່າ: ກະຊວງສາທາລະນະສຸກອີຣັກໄດ້ລາຍງານມີຄົນເຈັບ ຈຳນວນ 837 ຄົນ ທີ່ມີອາການຫາຍໃຈຍາກ ຍ້ອນພາຍຸຝຸ່ນຮຸນແຮງທີ່ພັດປົກຄຸມປະເທດ. ໂດຍບໍ່ມີລາຍງານຜູ້ເສຍຊີວິດ ແລະ ຜູ້ທີ່ໄດ້ຮັບຜົນກະທົບທັງໝົດໄດ້ອອກຈາກໂຮງໝໍແລ້ວ ຫຼັງຈາກໄດ້ຮັບການປິ່ນປົວ.
ສ​ປ​ຊ ຫຼຸດ​ອັດ​ຕາ​ຄາດ​ຄະ​ເນ​ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ລົງ

ສ​ປ​ຊ ຫຼຸດ​ອັດ​ຕາ​ຄາດ​ຄະ​ເນ​ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ລົງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 21 ພຶດສະພາ ຜ່ານມາວ່າ: ຕາມ​ບົດ​ລາຍ​ງານ​ສະ​ພາບ​ການ ແລະ ທ່າອ່ຽງ​ເສດ​ຖະ​ກິດ​ໂລກໄລ​ຍະ​ກາງ​ປີ 2026 ໂດຍ ສ​ປ​ຊ ປະ​ກາດ​ໃນ​ວັນ​ທີ 19 ພຶດ​ສະ​ພາ ຜ່ານມາວ່າ, ລະ​ດັບ​ການ​ເຕີບ​ໂຕ GDP ທົ່ວ​ໂລກ ໄດ້​ຮັບ​ການ​ດັດ​ປັບຫຼຸດ​ລົງຈາກ 2.7% (ໂຕ​ເລກ​ທີ່​ຄາດ​ຄະ​ເນ​ເມື່ອ​ເດືອນມັງ​ກອນ 2026) ເປັນ 2.5%.
ອັດ​ຕາ​ແລກ​ປ່ຽນ​ເງິນ​ຣູ​ເປຍ​ອິນ​ໂດ​ເນ​ເຊຍ ຫຼຸດ​ລົງ​ເຖິງ​ລະ​ດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ

ອັດ​ຕາ​ແລກ​ປ່ຽນ​ເງິນ​ຣູ​ເປຍ​ອິນ​ໂດ​ເນ​ເຊຍ ຫຼຸດ​ລົງ​ເຖິງ​ລະ​ດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 18 ພຶດ​ສະ​ພາ​ຜ່ານມາ, ຂໍ້​ມູນ​ອັດ​ຕາ​ແລກ​ປ່ຽນ​ທີ່​ທະ​ນາ​ຄານ​ກາງ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດ​ຕາ​ແລກ​ປ່ຽນ​ຕໍ່​ເງິນ​ໂດ​ລາ​ຂອງ​ເງິນຣູ​ເປຍ​ອິນ​ໂດ​ເນ​ເຊຍ​ໄດ້​ຕົກ​ຕ່ຳ​ລົງ​ຢ່າງ​ຕໍ່​ເນື່ອງ​ໃນຫຼາຍ​ມື້​ຜ່ານ​ມາ. ໃນ​ວັນດັ່ງກ່າວ, ​ຄ່າ​ເງິນ​ຣູ​ເປຍ​ໄດ້ຫຼຸດ​ລົງ​ມາ​ຢູ່​ປະ​ມານ 17,600 ຣູ​ເປຍຕໍ່​ໂດ​ລາ​ ຊຶ່ງເປັນ​ຈຸດ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ ແລະ ຄວາມ​ກົດ​ດັນ​ເງິນ​ເຟີ້​ຂອງ​ເງິນ​ຣູ​ເປຍ​ໄດ້​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ເສດຖະກິດຍີ່ປຸ່ນເຕີບໂຕ 2.1% ໃນໄຕມາດທຳອິດ

ເສດຖະກິດຍີ່ປຸ່ນເຕີບໂຕ 2.1% ໃນໄຕມາດທຳອິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ພຶດສະພາ ຜ່ານມາວ່າ: ສຳນັກງານຄະນະລັດຖະມົນຕີຍີ່ປຸ່ນລາຍງານວ່າເສດຖະກິດຍີ່ປຸ່ນຂະຫຍາຍຕົວ 2.1% ຕໍ່ປີໃນໄຕມາດທຳອິດ (ມັງກອນ-ມີນາ) ຂອງປີ 2026, ໂດຍໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕຂອງການບໍລິໂພກ ແລະ ການສົ່ງອອກ.
ທ່ານ​ ສີ​ຈິ້ນ​ຜິງ ແລະ ທ່ານ​ ວະ​ລາ​ດິີເມຍ ປູ​ຕິນ​ ຮ່ວມ​ກັນ​ເປັນ​ປະ​ທານກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ

ທ່ານ​ ສີ​ຈິ້ນ​ຜິງ ແລະ ທ່ານ​ ວະ​ລາ​ດິີເມຍ ປູ​ຕິນ​ ຮ່ວມ​ກັນ​ເປັນ​ປະ​ທານກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 21 ພຶດສະພານີ້ວ່າ: ໃນ​ວັນ​ທີ 20 ພຶດ​ສະ​ພາ ຜ່ານມາ ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ສຳ​ເລັດ​ການ​ພົບ​ປະ​ກັນ.
ຫວຽດນາມ ແລະ ນູແວນເຊລັງ ສູ້ຊົນນຳວົງເງິນການຄ້າ 2 ສົ້ນ ໃຫ້ບັນລຸ 3 ຕື້ໂດລາ

ຫວຽດນາມ ແລະ ນູແວນເຊລັງ ສູ້ຊົນນຳວົງເງິນການຄ້າ 2 ສົ້ນ ໃຫ້ບັນລຸ 3 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 20 ພຶດ​ສະ​ພາ ຜ່ານມາ ຢູ່ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ເລ​ມິງ​ຮຶງ ນ​າ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ຄຣິສໂຕເຟີ ລູຊອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ນູແວນເຊລັງ. ໃນ​ການ​ໂອ້​ລົມ​, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເຫັນ​ດີເປັນເອກະພາບ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ກາ​ນ​ລົງ​ທຶນ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ບັນ​ລຸ​ເປົ້າ​ໝາຍ 3 ຕື້ໂດລາ; ສ້າງ​ຄວາມສະ​ດວກ​ໃຫ້​ແກ່​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ທີ່​ມີ​ທ່າ​ແຮງ​ຂອງ​ແຕ່​ລະ​ປະ​ເທດ​ໄດ້ເຂົ້າ​ເຖິງ​ຕະ​ຫຼາດ​ຂອງ​ກັນ​ໃຫ້​ຫຼາຍກວ່າເກົ່າ.
ເພີ່ມເຕີມ