ໃນການຕ້ອນຮັບ, ທ່ານ ຄາລ ຮາເລກາດ ຢືນຢັນວ່າ: ອີຢູ ສືບຕໍ່ຖື ອາຊຽນ ແມ່ນຄູ່ຮ່ວມມືສຳຄັນ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.
ທ່ານ ວູເລທາຍຮວ່າງ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ນະຄອນວຽນ ເນັ້ນໜັກວ່າ: ໃນສະພາບການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ອາຊຽນ ແລະ ອີຢູ ຕ້ອງແບ່ງປັນບັນດາຄຸນຄ່າ ແລະ ຜົນປະໂຫຍດລວມໃຫ້ຫຼາຍກວ່າໃນການຊຸກຍູ້ລັດທິຫຼາຍຝ່າຍ, ເສີມຂະຫຍາຍ “ເລື່ອງເປັນເຈົ້າຕົນເອງຍຸດທະສາດລວມໝູ” ເພື່ອປົກປ້ອງຜົນປະໂຫຍດຂອງບັນດາປະເທດສະມາຊິກ ແລະ ຍົກສູງສຽງເວົ້າຂອງ 2 ພາກພື້ນໃນການຄຸ້ມຄອງບໍລິຫານທົ່ວໂລກ.
ສິ້ນສຸດການພົບປະ, ບັນດາເອກອັກຄະລັດທູດ ອາຊຽນ ຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ອີຢູ ເພື່ອປົກປ້ອງລະບົບຫຼາຍຝ່າຍ, ເພີ່ມທະວີການຮ່ວມມື, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.
ຄໍາເຫັນ