ກ່າວຄຳເຫັນໃນການເຮັດວຽກ, ທ່ານ ໂຕເລິມ ໄດ້ເນັ້ນໜັກເຖິງ 5 ຈຸດໃຫຍ່ ຄື: 1, ກຳນົດອຸດສາຫະກຳວັດສະດຸແມ່ນຂະແໜງອຸດສາຫະກຳພື້ນຖານ, ຍຸດທະສາດໃນວິວັດການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ. 2, ຕ້ອງພັດທະນາໂດຍມີຈຸດສຸມ, ຈຸດໜັກ, ບໍ່ກະແຈກກະຈາຍ. 3, ຫັນປ່ຽນຈາກການຂຸດຄົ້ນແຫຼ່ງຊັບພະຍາກອນໄປສູ່ການປຸງແຕ່ງ, ເປັນເຈົ້າເຕັກໂນໂລຊີ ແລະ ຍົກສູງມູນຄ່າເພີ່ມຢູ່ພາຍໃນປະເທດຢ່າງແຮງ. 4, ຖືວິທະຍາສາດ - ເຕັກໂນໂລຊີ, ມາດຕະຖານ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ວິສາຫະກິດ ຫວຽດນາມ ເປັນເສົາຄ້ຳຂອງການພັດທະນາ ແລະ 5, ພັດທະນາອຸດສາຫະກຳວັດສະດຸຕາມທິດສີຂຽວ, ຍືນຍົງ, ເປັນເຈົ້າຕົນເອງ, ມີກຳລັງແຮງແກ່ງແຍ້ງ ສາກົນ, ສອດຄ່ອງກັບຄຳໝັ້ນສັນຍາສາກົນ ແຕ່ຕ້ອງປົກປ້ອງຜົນປະໂຫຍດຂອງຊາດຢ່າງສູງສຸດ.
ທ່ານເລຂາທິການໃຫຍ່ ປະທານປະເທດ ໄດ້ມອບໃຫ້ຄະນະພັກລັດຖະບານ ຊີ້ນຳ, ນຳພາການຄົ້ນຄວ້າຍຸດທະສາດພັດທະນາອຸດສາຫະກຳວັດສະດຸ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແລະ ປະກາດໃຊ້ໃນເວລາໄວທີ່ສຸດ.
ຄໍາເຫັນ