ແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັນນາ

ສິບສອງພັນນາ ເມືອງທີ່ໜ້າທ່ຽວຊົມ

ສິບສອງພັນນາ ເມືອງທີ່ໜ້າທ່ຽວຊົມ
ໂດຍ:ວັນໄຊ ຕະວິນຍານ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັນນາ,ສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 1955ຕັ້ງຢູ່ທາງພາກໃຕ້ຂອງແຂວງຢຸນນານ ສປ ຈີນ.(ໃນສະໄໝລາຊະວົງຢວນ ຄ.ສ 1271-1368),ມີຊື່ວ່າ "ເມືອງລື້"ເປັນເຂດທີ່ມີຊື່ສຽງດ້ານລະບົບນິເວດປ່າຝົນເຂດຮ້ອນ

 ແລະຊີວະນາໆພັນທີ່ອຸດົມສົມບູນ. ສິບສອງພັນນາ ມີນະຄອນຊຽງຮຸງ, ເມືອງໄຫ ແລະ ເມືອງຫຼ້າທີ່ຂຶ້ນກັບ,ມີເນື້ອທີ່ທັງໝົດປະມານ 19,096 ກິໂລຕາແມັດ ແລະ ມີປະຊາກອນອາໄສຢູ່ ປະມານ 1,333,000 ຄົນ. ໃນຈໍານວນນີ້ ມີປະຊາກອນອາໄສຢູ່ໃນຕົວເມືອງແບບຖາວອນມີ672,100 ຄົນ.

ສິບສອງພັນນາເປັນເມືອງທີ່ສະຫງົບ ຕົວເມືອງສະອາດງາມຕາ ມີເສັ້ນທາງຄົມມະນາຄົມທີ່ສະດວກ ນັບແຕ່ຕົວເມືອງຈົນຮອດຊົນນະບົດ ມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງເຊັ່ນ:ປ່າສະຫງວນເຂດຮ້ອນພຽງແຫ່ງດຽວໃນປະເທດຈີນ,ຖືກຂະໜານນາມວ່າເປັນ "ອານາຈັກຂອງພືດ" "ອານາຈັກຂອງສັດ" ແລະເປັນບ່ອນເພາະພັນ"ຢິນຂອງຊີວະວິທະຍາ".ພື້ນທີ່ດັ່ງກ່າວອຸດົມສົມບູນໄປດ້ວຍພືດ ແລະ ສັດ, ລວມທັງພືດ ແລະ ສັດທີ່ຫາຍາກ ແລະ ໃກ້ຈະສູນພັນຫຼາຍຊະນິດ. ສິບສອງພັນນາບໍ່ພຽງແຕ່ເປັນບ່ອນຢູ່ອາໄສຕົ້ນຕໍຂອງຊ້າງປ່າອາຊີເທົ່ານັ້ນ,ຍັງມີພືດ ແລະ ສັດເຂດຮ້ອນເປັນຈຳນວນຫຼວງຫຼາຍເຊັ່ນ:ຕົ້ນດອກໄມ້ນາໆພັນຈາກຫຼາຍປະເທດໃນໂລກ,ຕົ້ນຢາງແລະ ອື່ນໆ.ມີສວນຊາພູເອີ ທີ່ມີຊື່ສຽງຂອງພູຊາບູຮານຕັ້ງຢູ່ບ້ານເຫີ້ກາຍ, ຕາແສງເມີງຫູນ, ເມືອງໄຮ, ພື້ນທີ່ສູງກວ່າລະດັບໜ້ານໍ້າທະເລໃນລະຫວ່າງ 1,221-1,800 ແມັດ, ປະລິມານນ້ຳຝົນສະເລ່ຍຕໍ່ປີ 1,400-1,500 ແມັດມີໝອກ 110 ວັນ/ປີ, ອຸນຫະພູມສະເລ່ຍ 16-18 ອົງສາ, ອັດຕາຄວາມຊຸ່ມຊື້ນ 75%, ໝູ່ບ້ານເຫີ້ຄາຍປະກອບດ້ວຍ 9 ບ້ານມີ 947 ຫຼັງຄາເຮືອນ, ທັງໝົດ 4,577 ຄົນ, ສວນຊາບູຮານທີ່ຕິດກັນຢູ່ໃນບ້ານມີເນື້ອທີ່ຫຼາຍກວ່າ 16,700 ມູ້ (ປະມານ 1,112 ເຮັກຕາ), ໃນນັ້ນ,ມີຕົ້ນຊາບູຮານ 2.33 ລ້ານຕົ້ນມີອາຍຸລະຫວ່າງ 300 ຫາ 1,400 ປີ. ມາຮອດປັດຈຸບັນ,ພູຊາບູຮານເຫີ້ຄາຍເປັນສວນຊາບູຮານທີ່ມີເນື້ອທີ່ຕິດຕໍ່ກັນໃຫຍ່ທີ່ສຸດໃນໂລກ.ນອກຈາກນັ້ນ ຍັງມີໂຮງງານຜະລິດຊາເມືອງໄຮ (ບໍລິສັດຊາເມືອງໄຮຈຳກັດ)ຂຶ້ນກັບວິສາຫະກິດຫຼັກຂອງກຸ່ມບໍລິສັດຊາຕ້າຢູ້ (Dayi) ແລະຕັ້ງຢູ່ໃນເມືອງໄຮ, ກິ່ງແຂວງສິບສອງພັນນາຊຶ່ງຢູ່ເຂດສູນກາງຂອງແຫຼ່ງຜະລິດຊາຜູເອີ. ໂຮງງານດັ່ງກ່າວໄດ້ຕັ້ງຂຶ້ນໃນປີ 1940 ຊຶ່ງໄດ້ກາຍເປັນວິສາຫະກິດຊາທີ່ມີລະບົບຕ່ອງໂສ້ອຸດສາຫະກໍາທີ່ສົມບູນແບບລວມເອົາວັດຖຸດິບການປູກ,ການປຸງແຕ່ງ,ການຄົ້ນຄວ້າແລະພັດທະນາ, ການຈໍາໜ່າຍແລະການສົ່ງເສີມວັດທະນະທໍາຊາເປັນກິດຈະກໍາຕົ້ນຕໍ.

ເມື່ອຮອດຍາມຄໍ່າຄືນໃນຕົວເມືອງມີຕະຫຼາດກາງຄືນທີ່ກວ້າງຂວາງ ເປັນບ່ອນຈໍາໜ່າຍຜະລິດຕະພັນພູມປັນຍາຂອງປະຊາຊົນທີ່ມີການຈັດສັນຢ່າງເປັນລະບຽບ ແລະ ແຕ່ລະຄືນຈະມີການສະແດງສິລະປະພື້ນ ເມືອງຂອງເຜົ່າລື້ ຫຼາກຫຼາຍສີສັນຮັບໃຊ້ມວນຊົນທຸກຄືນ ພິເສດນັກສິນລະປິນສິບສອງພັນນາ ໄດ້ຮ້ອງເພງປະຕິວັດຂອງລາວສຽງດັງກ້ອງໄປທົ່ວງານ.

ສໍາລັບສະພາບອາກາດໃນສິບສອງພັນນາ ບໍ່ຕ່າງຫຍັງຫຼາຍກັບບ້ານເຮົາ ເປັນອາກາດມໍລະສຸມເຂດຮ້ອນ, ມີອຸນຫະພູມສູງ ແລະ ຝົນຕົກຫຼາຍ.ສະພາບດິນຟ້າອາກາດນີ້ເຮັດໃຫ້ ສິບສອງພັນນາ ກາຍເປັນເຂດປູກຝັງລ້ຽງສັດໄດ້ດີ ຕິດພັນກັບການທ່ອງທ່ຽວ.

ຕາມສະຖິຕິຂອງການທ່ອງທ່ຽວ ສິບສອງພັນນາ ໃນປີ 2023ຜ່ານມາ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເຖິງ62 ລ້ານກວ່າຄົນ, ເພີ່ມຂຶ້ນ 29.8% ເມື່ອທຽບໃສ່ປີກາຍ.ມີຍອດລາຍຮັບ 97,611 ຕື້ຢວນ,ເພີ່ມຂຶ້ນ 60.8%.ສະເພາະດືອນ 1-9 ປີ2024ສິບສອງພັນນາມີນັກທ່ອງທ່ຽວເຂົ້າມາທ່ຽວ ປະມານ 55.74 ລ້ານເທື່ອຄົນເພີ່ມຂຶ້ນ 3,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍຄາດວ່າການໃຊ້ຈ່າຍຂອງນັກທ່ອງທ່ຽວພາຍໃນປະເທດຈະມີປະມານ 79,17 ຕື້ຢວນເພີ່ມຂຶ້ນ8,5%.

ນອກຈາກ,ແຫຼ່ງລາຍຮັບຈາກການທ່ອງທ່ຽວແລ້ວ ສິບສອງພັນນາ ຍັງມີລາຍຮັບຈາກການຜະລິດກະສິກໍາປ່າໄມ້,ລ້ຽງສັດ ແລະ ການປະມົງໃນຕະຫຼອດປີ 2023ໄດ້3ຕື້ກວ່າຢວນ,ເພີ່ມຂຶ້ນ 4,2%ເມື່ອທຽບໃສ່ປີກາຍ.ໃນນັ້ນ,ມູນຄ່າການຜະລິດກະສິກໍາ 1,8 ຕື້ກວ່າຢວນ,ເພີ່ມຂຶ້ນ 6,7% ມູນຄ່າການຜະລິດປ່າໄມ້ 698.9 ລ້ານກວ່າຢວນ,ຫຼຸດລົງ 0.6% ມູນຄ່າການລ້ຽງສັດແມ່ນ 212.6 ລ້ານກວ່າຢວນ,ຫຼຸດລົງ 2%; ມູນຄ່າການຜະລິດການປະມົງແມ່ນ 171.2 ລ້ານກວ່າຢວນ, ເພີ່ມຂຶ້ນ 8.8%.ມູນຄ່າການຄ້າຂາເຂົ້າ-ຂາອອກປີ 2023ມີ 5.4 ຕື້ກວ່າຢວນ, ເພີ່ມຂຶ້ນ 13.7% ເມື່ອທຽບໃສ່ປີກາຍ. ໃນນັ້ນ, ມູນຄ່າການນຳເຂົ້າມີ 2.7 ຕື້ກວ່າຢວນ, ເພີ່ມຂຶ້ນ 22.4% ມູນຄ່າການສົ່ງອອກແມ່ນ 2.6 ຕື້ກວ່າຢວນ, ເພີ່ມຂຶ້ນ 5.7%. ການນໍາໃຊ້ຕົວຈິງຂອງການລົງທຶນໂດຍກົງຈາກຕ່າງປະເທດໃນຕະຫຼອດປີມີ14.42 ລ້ານໂດລາ,ເພີ່ມຂຶ້ນ 100.8% ເມື່ອທຽບໃສ່ປີຜ່ານມາ.ອັນໄດ້ເຮັດໃຫ້ຍອດລາຍຮັບງົບປະມານປີ2023ໄດ້ເຖິງ0.645 ຕື້ຢວນ, ເພີ່ມຂຶ້ນ 39.6% ເມື່ອທຽບໃສ່ປີກາຍ. ລາຍຮັບງົບປະມານຂອງລັດທົ່ວໄປແມ່ນ 0.390 ຕື້ຢວນ, ເພີ່ມຂຶ້ນ 17.3%. ໃນນັ້ນ, ລາຍຮັບຈາກພາສີອາກອນໄດ້ 0.278 ຕື້ຢວນ, ເພີ່ມຂຶ້ນ 71.8% ແລະ ລາຍຮັບທີ່ບໍ່ແມ່ນພາສີອາກອນແມ່ນ 0.112 ຕື້ຢວນ, ຫຼຸດລົງ 34.5%.

ປີ 2023, GDP ຂອງສິບສອງພັນນາ ບັນລຸເຖິງ 7.7 ຕື້ກວ່າຢວນ, ເພີ່ມຂຶ້ນ 5.0% ເມື່ອທຽບໃສ່ປີກ່ອນ.ໃນນັ້ນ, ມູນຄ່າເພີ່ມຂອງຂະແໜງການຂັ້ນໜຶ່ງແມ່ນ 1.8 ຕື້ກວ່າຢວນ, ເພີ່ມຂຶ້ນ 4.1%; ມູນຄ່າເພີ່ມຂອງຂະແໜງການສອງແມ່ນ 1.8 ຕື້ກວ່າຢວນ, ເພີ່ມຂຶ້ນ 0.1% ແລະ ມູນຄ່າເພີ່ມຂອງຂະແໜງການຂັ້ນສາມແມ່ນ 4.1 ຕື້ກວ່າຢວນ, ເພີ່ມຂຶ້ນ 7.8%. GDP ຕໍ່ຫົວຄົນຕໍ່ປີແມ່ນ 58,938 ຢວນ, ເພີ່ມຂຶ້ນ 3,9%.

ຖ້າທ່ານໃດຢາກໄປທ່ຽວ ສິບສອງພັນນາ ແມ່ນສາມາດເດີນທາງດ້ວຍລົດໄຟລາວ-ຈີນ ແບບສະດວກສະບາຍ ຈາກວຽງຈັນໄປຮອດ ສິບສອງພັນນາ ແຂວງຢູນນານ ໃຊ້ເວລາປະມານ 7 ຊົ່ວໂມງ ຫຼື ຈະໄປທາງສາຍການບິນ ວຽງຈັນ-ຄຸນມິງໃຊ້ເວລາ ເກືອບ 2 ຊົວໂມງ ແລະ ຂີ່ຍົນຈາກຄຸນມິງ ໄປສິບສອງພັນນາປະມານ 5 ຊົ່ວໂມງ.ຖ້າທ່ານໃດ ມີເງື່ອນໄຂ ແລະ ໂອກາດ ຢ່າລືມໄປທ່ຽວ ສິບສອງພັນນາ ແຂວງຢູນນານ ເມືອງຊົນເຜົ່າລື້ ທ່ານຈະໄດ້ຮຽນຮູ້ປະຫວັດສາດ,ປະເພນີ,ວັດເກົ່າແກ່,ປະຊາຊົນມີນິໄສຕ້ອນຮັບແຂກຄົນດີ ຄືກັບນິໄສຄົນລາວເຮົາ,ອາຫານການກິນໃກ້ຄຽງອາຫານບ້ານເຮົາ,ອາກາດດີ,ບ້ານເມືອງມີການພັດທະນາ ສະອາດ,ຈັດສັນຢ່າງເປັນລະບຽບຮຽບຮ້ອຍ ທັງມີຄວາມສະຫງົບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ