ສເກົາຫຼີ-ສປປ ລາວ ເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ

ສເກົາຫຼີ-ສປປ ລາວ ເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ
ໂດຍ: ຣັດສະໝີ ດວງສັດຈະ
ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສາທາລະນະລັດ ເກົາຫຼີ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 28 ປີ (25 ຕຸລາ 1995-25 ຕຸລາ 2023); ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສເກົາຫຼີ ປະຈໍາ ສປປ ລາວ ໄດ້ມີຄຳເຫັນຕໍ່ການພົວພັນທາງການທູດ ລະຫວ່າງ ສເກົາຫຼີ- ສປປ ລາວໃນໄລຍະ 28ປີຜ່ານມາ ໂດຍທ່ານໄດ້ກ່າວວ່າ:
1.    ການພົວພັນຮ່ວມມືສອງຝ່າຍ ໂດຍລວມ ໃນໄລຍະ 28ປີ ຜ່ານມາ 
ວັນທີ 25 ຕຸລານີ້ ແມ່ນວັນທີ່ ສ ເກົາຫຼີ ແລະ ສປປ ລາວ ສ້າງຕັ້ງສາຍພົວພັນການທູດນຳກັນຄືນໃໝ່ ຄົບຮອບ 28ປີ. ສເກົາຫຼີ ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດຄືນໃໝ່ ໃນວັນທີ 25 ຕຸລາ 1995, ຊຶ່ງເຫັນໄດ້ວ່າ ໃນໄລຍະເວລາອັນສັ້ນໆບໍ່ທັນເຖິງ 30ປີ ມານີ້, ສາຍພົວພັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ແລະ ຂະແໜງການຮ່ວມມືອື່ນໆ ລະຫວ່າງສອງປະເທດ ແມ່ນໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ, ໂດຍເດັ່ນກວ່າໝູ່ການຮ່ວມມືທາງດ້ານການລົງທຶນ ຊຶ່ງເຫັນໄດ້ວ່າ ສເກົາຫຼີ ກວມເອົາອັນດັບ 5 ໃນບັນດາປະເທດ ທີ່ມາລົງທຶນຫຼາຍກວ່າໝູ່, ກວມເອົາອັນດັບ4 ໃນປະເທດ ທີ່ມີນັກທ່ອງທ່ຽວມາທ່ຽວ ສປປ ລາວ ຫຼາຍທີ່ສຸດ ແລະ ກວມເອົາອັນດັບ3 ໃນປະເທດຄູ່ຮ່ວມພັດທະນາທີ່ໃຫ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ(ODA) ແກ່ສປປ ລາວ ຫຼາຍທີ່ສຸດ. 
ການພົວພັນຮ່ວມມືຂອງສອງປະເທດ ແມ່ນໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍໃນປີ 2023ນີ້ ສອງປະເທດກໍສືບຕໍ່ຮ່ວມມືກັນຢ່າງບໍ່ຢຸດຢັ້ງ ຊຶ່ງໃນວັນທີ 7 ກັນຍາຜ່ານມາ ການນຳຂັ້ນສູງຂອງສອງປະເທດ ນຳໂດຍ ທ່ານປະທານາທິບໍດີ ຢຸນຊອກຢ່ອນຂອງ ສເກົາຫຼີ ແລະ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຂອງ ສປປ ລາວ ໄດ້ພົບປະສອງຝ່າຍ ຢູ່ອິນໂດເນເຊຍຊຶ່ງສອງຝ່າຍໄດ້ປະເມີນຕີລາຄາ ກ່ຽວກັບການຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລືກັນ ເພື່ອເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ສະເພາະໃນປີນີ້ ກໍມີທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕິີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍລັດຖະມົນຕີກະຊວງອື່ນໆຂອງ ສປປ ລາວ ລວມກັນ 8 ທ່ານກໍ່ໄດ້ເດີນ ທາງຢ້ຽມຢາມ ສເກົາຫຼີ ເພື່ອປຶກສາຫາລືກັບຝ່າຍ ສເກົາຫຼີ ກ່ຽວກັບທິດທາງເພີ່ມທະວີສາຍພົວພັນໃນຂະແໜງການຕ່າງໆຂອງສອງປະເທດ. 
2.    ການພົວພັນຮ່ວມມື ທີ່ພົ້ນເດັ່ນ ທາງດ້ານການຄ້າ, ການລົງທຶນ, ວຽກງານແຮງງານ ແລະ ຂະແໜງເສດຖະກິດອື່ນໆ 
ຄືດັ່ງທີ່ກ່າວມາຂ້າງເທິງນີ້ແລ້ວວ່າ: ການພົວພັນຮ່ວມມືທາງດ້ານເສດຖະກິດນັ້ນ ສ ເກົາຫຼີ ເປັນປະເທດ ທີ່ມາລົງທຶນໃນສປປ ລາວຫຼາຍເປັນອັນດັບ 5 ໂດຍຂະແໜງການລົງທຶນສ່ວນໃຫຍ່ ແມ່ນພະລັງງານ, ການກໍ່ສ້າງ, ການເງິນ ແລະ ຂະແໜງການຍ່ອຍອື່ນໆ ທີ່ປິ່ນອ້ອມ. ການແລກປ່ຽນການຄ້າຂອງສອງປະເທດນັ້ນ ຕາມຂໍ້ມູນ ປະຈຳປີ 2022 ເຫັນວ່າ: ສເກົາຫຼີ ນອນໃນອັນດັບ 8 ທີ່ ສປປ ລາວ ນຳເຂົ້າ ແລະ ກວມເອົາອັນດັບທີ2 ໃນປະເທດ ທີ່ສປປ ລາວ ສົ່ງອອກຫຼາຍທີ່ສຸດ. ສິນຄ້າຫຼັກ ທີ່ສປປ ລາວ ນຳເຂົ້າມາຈາກ ສເກົາຫຼີ ປະກອບມີ ລົດຍົນ, ອຸປະກອນກໍ່ສ້າງ, ເຄື່ອງສຳອາງ ແລະ ອື່ນໆ. ສ່ວນສິນຄ້າຫຼັກ ທີ່ສປປ ລາວ ສົ່ງອອກໄປຍັງ ສເກົາຫຼີ ປະກອບມີ : ຖ່ານໄມ້, ເກືອກາລີ ແລະ ອື່ນໆ. ຂ້າພະເຈົ້າ ເຊື່ອແນ່ວ່າ: ໃນຕໍ່ໜ້ານີ້, ການຄ້າ ລະຫວ່າງສອງປະເທດ ແລະ ການລົງທຶນຂອງ ສເກົາຫຼີ ໃນສປປ ລາວ ຈະສືບຕໍ່ເພີ່ມຂຶ້ນ ຕາມການພົວພັນຮ່ວມມືຂອງສອງປະເທດ ທີ່ນັບມື້ເພີ່ມທະວີຂຶ້ນ. 
ສຳລັບ ການຮ່ວມມືທາງດ້ານຂະແໜງແຮງງານ ກໍແມ່ນໜຶ່ງໃນຂະແໜງເສດຖະກິດ ທີ່ສຳຄັນ ລະຫວ່າງສອງປະເທດ ສເກົາຫຼີ ແລະ ສປປ ລາວ. ປັດຈຸບັນ ມີແຮງງານລາວຈຳນວນຫຼາຍຄົນ ໄດ້ໄປເຮັດວຽກທັງໄລຍະສັ້ນ ແລະ ໄລຍະຍາວ ຢູ່ໃນ ສເກົາຫຼີ ຊຶ່ງໄດ້ປະກອບສ່ວນອັນສຳຄັນ ຕໍ່ເສດຖະກິດຂອງສອງປະເທດ, ໂດຍຕາມຂໍ້ມູນຮອດທ້າຍເດືອນກັນຍາ ປີ 2023ນີ້ ໃຫ້ຮູ້ວ່າ: ປັດຈຸບັນ ມີແຮງງານລາວ ທີ່ໄປເຮັດວຽກຢູ່ໃນ ສ.ເກົາຫຼີ ໂດຍຜ່ານລະບົບ EPS(ລະບົບອະນຸຍາດຈ້າງງານ) ທັງໝົດ 1.863 ຄົນ ແລະ ມີແຮງງານ ທີ່ໄປເຮັດວຽກ ຕາມລະດູການ ມີເຖິງ 2.351ຄົນ. ທາງສະຖານເອກອັກຄະລັດຖະທູດ ສເກົາຫຼີ ປະຈຳສປປ ລາວ ຈະສືບຕໍ່ຮ່ວມມືກັບລັດຖະບານ ແຫ່ງສປປ ລາວ ເພື່ອໃຫ້ໄດ້ແຮງງານລາວ ໄດ້ໄປເຮັດວຽກຢູ່ໃນ ສເກົາຫຼີ ໃຫ້ຫຼາຍຂຶ້ນກວ່າເກົ່າ. 
3.    ທິດທາງການຮ່ວມມືຂອງສອງປະເທດ ໃນຕໍ່ໜ້າ 
ໃນ 2ປີຕໍ່ໜ້ານີ້ ຄາດວ່າ ຈະເປັນໄລຍະເວລາ ທີ່ສຳຄັນເປັນພິເສດ ຕໍ່ສາຍພົວພັນຮ່ວມມືຂອງສອງປະເທດ ສເກົາຫຼີ ແລະ ສປປ ລາວ, ເນື່ອງຈາກວ່າ ປີ 2024 ເປັນປີ ທີ່ສປປ ລາວ ໄດ້ເປັນປະທານອາຊຽນ ແລະ ທັງເປັນປີ ທີ່ສເກົາຫຼີ ສ້າງຕັ້ງສາຍພົວພັນຄູ່ຮ່ວມເຈລະຈາກັບອາຊຽນ ຄົບຮອບ 35ປີ. ສ່ວນປີ 2025 ແມ່ນປີ ທີ່ສອງປະເທດ ສ້າງຕັ້ງສາຍພົວພັນການທູດ ຄົບຮອບ 30ປີ, ໂດຍປີ 2025 ຊິມາເຖິງນັ້ນ ສອງປະເທດ ສເກົາຫຼີ ແລະ ສປປ ລາວຈະຮ່ວມກັນທົບທວນ ແລະ ສະເຫຼີມສະຫຼອງຜົນງານການຮ່ວມມື ທີ່ສອງປະເທດຍາດມາໄດ້ໃນໄລຍະ 30ປີຜ່ານມາ ແລະ ປຶກສາຫາລື ເພື່ອວາງທິດທາງແຜນການຮ່ວມມືໃນອີກ 30 ປີຕໍ່ໜ້າ ເພື່ອໃຫ້ການຮ່ວມມືໃນສະເພາະໜ້າມີຄວາມໂດດເດັ່ນກວ່າໄລຍະຜ່ານມາ. ພາຍໃຕ້ຂໍ້ລິເລີ່ມຄວາມສາມັກຄີ ສເກົາຫຼີ-ອາຊຽນ(Korea-Asean Solidarity Initiative: KASI) ຂອງລັດຖະບານແຫ່ງ ສ ເກົາຫຼີ, ສະຖານທູດ ສເກົາຫຼີ ປະຈຳສປປ ລາວ ພວກເຮົາ ຈະທຸ້ມເທທຸກຄວາມພະຍາຍາມໃນການເສີມຂະຫຍາຍສາຍພົວພັນຂອງສອງປະເທດ ສເກົາຫຼີ ແລະ ສປປ ລາວມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ເພື່ອໃຫ້ການຮ່ວມມືໃນຂອບສອງຝ່າຍ ກາຍເປັນພື້ນຖານທີ່ດີໃນການປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື ລະຫວ່າງ ສເກົາຫຼີ ແລະ ອາຊຽນ.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ