ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວານີ້, ທີ່ ສມປຊ, ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ສມປຊ ເປດຝກອບຮມທດສະດການເມອງ ແລະ ການບລຫານຄມຄອງລດ ໃຫເລຂາພກເມອງ ຊດທ VIII - image 1
 

 

ໃນວາລະພິທີອັນມີຄວາມໝາຍສຳຄັນນີ້, ທ່ານ ສຸພາວະດີ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວຝຶກອົບຮົມ ຊຶ່ງທ່ານໄດ້ລາຍງານໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້ແມ່ນຈັດຂຶ້ນໂດຍອີງຕາມມະຕິຕົກລົງຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 591/ຄຈສພ ແລະ ແຜນການເຄື່ອນໄຫວປະຈຳປີ 2025 ຂອງ ສມປຊ. ຈຸດປະສົງຫຼັກແມ່ນເພື່ອສ້າງຄວາມຮັບຮູ້ຢ່າງເປັນລະບົບກ່ຽວກັບຫຼັກມູນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ແກ່ພະນັກງານການນຳຂັ້ນເມືອງ ໃຫ້ມີຄວາມຮູ້ຢ່າງເລິກເຊິ່ງເຖິງຖອງ, ພ້ອມທັງຍົກສູງບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງລັດ ຕາມຫຼັກການແບ່ງຂັ້ນຄຸ້ມຄອງຢ່າງມີວິທະຍາສາດ. ສຳລັບຜູ້ເຂົ້າຮ່ວມຝຶກອົບຮົມໃນຊຸດທີ VIII ນີ້ມີທັງໝົດ 46 ສະຫາຍ ໃນນີ້ປະກອບມີກໍາມະການປະຈໍາພັກແຂວງ 3 ສະຫາຍ ແລະ ກໍາມະການພັກແຂວງ 43 ສະຫາຍ, ຊຶ່ງມາຈາກນະຄອນຫຼວງວຽງຈັນ 2 ສະຫາຍ ແລະ ມາຈາກບັນດາແຂວງທົ່ວປະເທດ 44 ສະຫາຍ. ເນື້ອໃນການຝຶກອົບຮົມໃນຄັ້ງນີ້ມີຄວາມເຂັ້ມຂຸ້ນ; ກວມເອົາບັນຫາພື້ນຖານທີ່ສຳຄັນໂດຍແບ່ງອອກເປັນ 2 ພາກໃຫຍ່ລວມທັງໝົດ 24 ຫົວຂໍ້, ໃຊ້ເວລາຝຶກອົບຮົມທັງໝົດ 15 ວັນ (ລະຫວ່າງວັນທີ 15-30 ທັນວາ 2025).

1. ພາກທິດສະດີການເມືອງ-ການປົກຄອງ (16 ຫົວຂໍ້): ດຳເນີນແຕ່ວັນທີ 15-24 ທັນວາ. ບັນດານັກຝຶກອົບຮົມຈະໄດ້ຄົ້ນຄວ້າກ່ຽວກັບພື້ນຖານທິດສະດີ ແລະ ແນວທາງການກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດ, ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພິເສດ, ຫຼັກສູດຍັງ ເນັ້ນໜັກໃສ່ "ການເປັນຜູ້ນຳແບບໃໝ່", ການນຳພາປະຕິບັດມະຕິ 3 ສ້າງໃນການພັດທະນາຊົນນະບົດ ແລະ ການແກ້ໄຂຂໍ້ຂັດແຍ່ງຢູ່ຂັ້ນເມືອງ, ລວມເຖິງວຽກງານການຕ່າງປະເທດ, ວຽກງານຊົນເຜົ່າ ແລະ ສາສະໜາ.

2. ພາກທິດສະດີການບໍລິຫານຄຸ້ມຄອງລັດ (8 ຫົວຂໍ້): ດຳເນີນແຕ່ວັນທີ 25-30 ທັນວາ. ຈະເນັ້ນໃສ່ທັກສະການບໍລິຫານລັດໃນລະບົບການເມືອງ, ການບໍລິຫານການປ່ຽນແປງ, ການວາງແຜນຍຸດທະສາດ, ການຄຸ້ມຄອງຮູບແບບການຮຽນ-ການສອນແມ່ນຈະເນັ້ນການບັນຍາຍຈາກຄູ-ອາຈານ, ຜູ້ຊົງຄຸນວຸດທິຈາກ ສມປຊ ແລະ ອາຈານຮັບເຊີນລະດັບການນຳຂັ້ນລັດຖະມົນຕີ, ຮອງລັດຖະມົນຕີມາຖ່າຍທອດບົດຮຽນ ແລະ ພຶດຕິກຳຕົວຈິງ, ພ້ອມທັງມີການສົນທະນາແລກປ່ຽນ, ໄປທັດສະນະສຶກສາເພື່ອສົມທຽບທິດສະດີກັບໜ້າວຽກຕົວຈິງ.

ສມປຊ ເປດຝກອບຮມທດສະດການເມອງ ແລະ ການບລຫານຄມຄອງລດ ໃຫເລຂາພກເມອງ ຊດທ VIII - image 2
 

ໃນໂອກາດກ່າວເປີດພິທີ, ທ່ານ ພູວົງ ອຸ່ນຄຳແສນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳອັນມີຄ່າ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມພາຍນອກ ແລະ ພາຍໃນ ທີ່ມີຄວາມທ້າທາຍຫຼາຍປະການ. ທ່ານກ່າວວ່າ: "ຊຸດຝຶກອົບຮົມຄັ້ງນີ້ຈັດຂຶ້ນໃນທ່າມກາງທີ່ສະພາບການຂອງໂລກ ແລະ ອະນຸພາກພື້ນມີຄວາມສັບສົນ, ໂດຍສະເພາະແມ່ນບັນຫາຂໍ້ຂັດແຍ່ງຊາຍແດນ ແລະ ການແກ່ງແຍ້ງຜົນປະໂຫຍດທາງເສດຖະກິດຂອງບັນດາປະເທດມະຫາອຳນາດ".

ທ່ານປະທານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ "ທິດສະດີ" ໂດຍທ່ານໄດ້ຍົກເອົາຄຳສອນຂອງ ທ່ານ ເລນິນ ທີ່ວ່າ: "ບໍ່ມີທິດສະດີປະຕິວັດ ກໍບໍ່ມີຂະບວນການປະຕິວັດ" ແລະ ຄຳສອນຂອງ ປະທານ ໄກສອນ ພົມວິຫານ ທີ່ປຽບທິດສະດີແມ່ນອາວຸດທີ່ດີກວ່າໝູ່ ເພື່ອໃຫ້ພວກເຮົາຮັບຮູ້ສັງຄົມ ແລະ ດັດສ້າງສັງຄົມ"; ພິເສດ, ທ່ານ ພູວົງ ອຸ່ນຄຳແສນ ໄດ້ນຳເອົາທິດຊີ້ນຳຂອງ ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ມາກ່າວຢ້ຳເຕືອນບັນດາເລຂາພັກເມືອງໃຫ້ຍຶດໝັ້ນຫຼັກການ"3 ເປັນ, 7 ຮູ້"ຄື:

· 3 ເປັນ: ເປັນຄົນດີ, ເປັນຄົນເກັ່ງ, ເປັນຜູ້ຫ້າວຫັນປະຕິວັດ.

· 7 ຮູ້: ຮູ້ເຮັດວຽກ, ຮູ້ເສຍສະຫຼະ, ຮູ້ອັນຖືກ-ອັນຜິດ, ຮູ້ວາງແຜນ, ຮູ້ຈັດຕັ້ງປະຕິບັດແຜນ, ຮູ້ການເຮັດວຽກທີ່ຖືກຫຼັກການ, ມີວິທະຍາສາດ, ປະດິດສ້າງ ແລະ ຮູ້ດຳລົງຊີວິດທີ່ເປັນແບບຢ່າງ.

ສະນັ້ນ, ທ່ານຈຶ່ງໄດ້ຮຽກຮ້ອງໃຫ້ບັນດານັກຝຶກອົບຮົມທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນພື້ນຖານທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກຢ່າງເລິກເຊິ່ງ ແລະ ຖືເອົາໂອກາດນີ້ໃນການແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານຢູ່ທ້ອງຖິ່ນຂອງຕົນໃຫ້ເກີດດອກອອກຜົນ ແລະ ມີການຫັນປ່ຽນຢ່າງແທ້ຈິງ.

ຜ່ານການຝຶກອົບຮົມໃນໄລຍະ 15 ວັນນີ້, ຄາດຫວັງວ່າ ບັນດາສະຫາຍເລຂາພັກເມືອງຈະສາ ມາດກຳແໜ້ນທິດສະດີ ແລະ ຫຼັກການຄຸ້ມຄອງລັດຢ່າງເລິກເຊິ່ງ, ສາມາດປັບປຸງແບບແຜນວິທີເຮັດວຽກ, ແບບແຜນນຳພາ-ຄຸ້ມຄອງ ໃຫ້ເປັນລະບົບ, ມີລັກສະນະວິທະຍາສາດຫຼາຍຂຶ້ນ ອັນສຳຄັນແມ່ນສາມາດນຳເອົາຄວາມຮູ້ທີ່ໄດ້ໄປຜັນຂະຫຍາຍເປັນແຜນການລະອຽດ ໃນການນຳພາສ້າງສາພັດທະນາເມືອງຂອງຕົນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ສ້າງເມືອງໃຫ້ເຂັ້ມແຂງຮອບດ້ານຕາມທິດ 3 ສ້າງຂອງພັກ.

ພິທີເປີດຊຸດຝຶກອົບຮົມ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍ,ຄວາມສໍາຄັນ. ພາຍຫຼັງສຳເລັດພິທີທາງການ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມໄດ້ເລີ່ມຕົ້ນການຮຽນ-ການສອນ ຕາມຕາຕະລາງທີ່ກຳນົດໄວ້ໃນທັນທີ. (ຂ່າວ: ສມປຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມນ້ອຍຊັ້ນ II ຂອງຄະນະໂຄສະນາອົບຮົມສູນກາງພັກ(ຄອສພ); ກົມອົບຮົມ ຄອສພ ໄດ້ຈັດຕັ້ງຂະບວນການແຂ່ງຂັນວິຊາສະເພາະຂອງກົມ ຄັ້ງທີ 2 ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ຂອງປະທານ ໄກສອນ ພົມວິຫານ” ຊຶ່ງພິທີຈັດຂຶ້ນ ໂດຍ ການເປັນປະທານ ຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງກົມອົບຮົມ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ການນຳຂອງຫຼາຍພະແນກການ ຂອງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ16 ທັນວາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານຂັ້ນແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງ ຫົວໜ້າ ຮອງຫົວໜ້າພະແນກການ ກອງບັນຊາການ, ອົງການ ແລະ ພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງຊາດລາວ, ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ (ວທ), ສະຖານທູດລາວປະຈໍາປະເທດຝຣັ່ງ ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາ ສະໄໝ ຮ່ວມກັນຈັດງານວັນລາວ (Lao Festival) ຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນປະທານຂອງທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດປະຈໍາສປປ ລາວ ທີ່ປະ ເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງວັດທະນະທໍາ-ການທ່ອງທ່ຽວ (ວທ) ສປປ ລາວ, ມີຜູ້ເຂົ້າຮ່ວມ 300 ກວ່າທ່ານມາຈາກສະຖານທູດຕ່າງໆ, ກະຊວງການຕ່າງປະເທດທີ່ປະເທດຝຣັ່ງ, ພາກທຸລະກິດ, ຄົນເຊື້ອ ຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ  ຈະເປີດບໍລິການຕົ້ນປີ 2026

ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026

ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 10 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນຊຸດ​ທີ IV, ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງນະຄອນຫຼວງວຽງຈັນ, ຮອງ​ເຈົ້າ​ຄອງ​, ມີບັນ​ດາ​ທ່ານ​ການ​ນໍານະຄອນຫຼວງ​ວຽງຈັນ, ບັນດາ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະມາຊິກ​ສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ພິທີເຊັນສັນຍາວ່າດ້ວຍການພັດທະນາລະບົບຄຸ້ມຄອງແບບຟອມດິຈີຕອນແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing)ລະຫວ່າງກະຊວງການເງິນແລະບໍລິສັດພູນຜົນນະຄອນຈໍາກັດ, ໄດ້ຈັດຂຶ້ນ ໃນວັນທີ12ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ການແຂ່ງຂັນຊົງກາເຟ ປາກຊ່ອງ (Paksong Drip Battle) ປະຈຳປີ 2025 ຈັດຂຶ້ນ ໃນງານບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ອານຸສາວະລີທ່ານສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ, ໄດ້ສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງທັກສະ ແລະ ຄວາມມຸ່ງໝັ້ນຂອງ ບາຣິສຕ້າໃນ ສປປ ລາວ ແລະ ພາກພື້ນທີ່ໃກ້ຄຽງ. ການແຂ່ງຂັນດັ່ງກ່າວໄດ້ຮວບຮວມບາຣິສຕ້າຈຳນວນ 32 ຄົນ ຈາກທົ່ວປະເທດລາວ ພ້ອມທັງມີຜູ້ເຂົ້າແຂ່ງຂັນຈາກປະເທດໄທ ສະແດງໃຫ້ເຫັນຄວາມສົນໃຈທີ່ມີຕໍ່ກາເຟພິເສດທີ່ເພີ່ມຂຶ້ນໃນລະດັບພາກພື້ນ.
ເພີ່ມເຕີມ