ສນຫລ ປາຖະກະຖາວັນສ້າງຕັ້ງພັກ ປປລາວ ຄົບຮອບ 70 ປີ

ສນຫລ ປາຖະກະຖາວັນສ້າງຕັ້ງພັກ ປປລາວ ຄົບຮອບ 70 ປີ

ສນຫລ ປາຖະກະຖາວັນສ້າງຕັ້ງພັກ ປປລາວ ຄົບຮອບ 70 ປີ
ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກປປລາວ) ຄົບຮອບ 70 ປີ(22/3/1955-22/3/2025)ຂຶ້ນໃນວັນທີ 19 ມີນານີ້

 

 

ທີ່ກົມໃຫຍ່ການເມືອງກອງທັບ ໂດຍໃຫ້ກຽດເປັນປະທານແລະ ປາຖະກະຖາຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ນາຍ ແລະ ພົນທະຫານເຂົ້າຮ່ວມ.

ສະຫາຍ ພົນໂທ ແສງນວນ ໄຊຍະລາດໄດ້ຍົກໃຫ້ເຫັນປະຫວັດຂະບວນວິວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປປລາວໃນທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດ 20 ເປັນໄລຍະທີ່ລັດທິທຶນນິຍົມໄດ້ຂະຫຍາຍຕົວກາຍເປັນລັດທິຈັກກະພັດ, ພວກເຂົາໄດ້ຢຶດເອົາບັນດາປະເທດທີ່ອ່ອນນ້ອຍເປັນຫົວເມືອງຂຶ້ນ ແລະ ເຄິ່ງຫົວເມືອງຂຶ້ນຂອງພວກເຂົາ. ບັນດາປະຊາຊາດຢູ່ແຫຼມອິນດູຈີນ (ລາວ, ຫວຽດນາມແລະ ກຳປູເຈຍ)ໄດ້ຖືກຈັກກະພັດລ່າເມືອງຂຶ້ນແບບເກົ່າຮຸກຮານ ແລະຢຶດຄອງເອົາເປັນຫົວເມືອງຂຶ້ນ.ສຳລັບປະເທດລາວນັບແຕ່ປີ 1893 ພວກລ່າເມືອງຂຶ້ນແບບເກົ່າໄດ້ເຂົ້າມາຢຶດຄອງລາວ ເປັນຫົວເມືອງຂຶ້ນພວກເຂົາໄດ້ດໍາເນີນການກົດຂີ່ຂູດຮີດປະຊາຊົນລາວບັນດາເຜົ່າຢ່າງແສນສາຫັດ ແລະ ໂຫດຮ້າຍປ່າເຖື່ອນ. ຍ້ອນປະຊາຊົນລາວບັນດາເຜົ່າທົນຕໍ່ການກົດຂີ່ຂົມເຫັງບໍ່ໄດ້ຈຶ່ງພາໃຫ້ເກີດມີຂະບວນການຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າເປັນແຕ່ລະໄລຍະ, ຂະບວນການຕໍ່ສູ້ແຕ່ລະຄັ້ງລ້ວນແຕ່ບໍ່ໄດ້ຮັບໄຊຊະນະ ແລະ ຖືກປາມປາມໃຫ້ສະຫຼາຍຕົວໄປຍ້ອນຂາດແນວທາງການຕໍ່ສູ້, ຂາດການນຳພາຢ່າງຖືກຕ້ອງ,ເພື່ອຕ້ານຢັນ ແລະ ເອົາຊະ­ນະກັບການຮຸກຮານມັນໄດ້ຮຽກ­ຮ້ອງໃຫ້ມີການນຳ­ພາການຕໍ່­ສູ້ທີ່ຖືກ­ຕ້ອງ, ປະທານໂຮ່ຈິມິນຈຶ່ງໄດ້ນໍາເອົາທິດສະດີປະຕິວັດມາເຜີຍແຜ່ແລະນຳພາການປະຕິວັດຢູ່ໃນອິນດູຈີນເຮັດໃຫ້ການປະຕິວັດ 3 ຊາດອິນດູຈີນໄດ້ມີການເຕີບໃຫຍ່ຂະຫຍາຍຕົວ. ມາຮອດວັນທີ 3/2/1930 ພັກກອມມູນິດອິນ­ດູຈີນຈຶ່ງໄດ້ຮັບການສ້າງ­ຕັ້ງຂຶ້ນພາຍໃຕ້ການຊີ້ນຳໂດຍກົງຮອບ­ດ້ານຂອງປະ­ທານໂຮ່ຈິມິນ. ພາຍໃຕ້ການນຳ­ພາຂອງພັກກອມມູນິດອິນ­ດູ­ຈີນການປະ­ຕິ­ວັດຂອງປະ­ເທດເຮົາໄດ້ເຕີບໃຫຍ່ຂຶ້ນເລື້ອຍໆ. ໃນວັນທີ 6-7 ກັນຍາ 1934 ກອງປະຊຸມໃຫຍ່ພັກກອມມູນິດອີນດູຈີນໄດ້ເປີດຂຶ້ນຢູ່ດອນຊິງຊູ້ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານຂອງທ່ານ ເລ່ແມັງຈິງ.ກອງປະຊຸມໃຫຍ່ໄດ້ຕົກລົງສ້າງຕັ້ງຄະນະບໍລິຫານງານພັກກອມມູນິດອິນດູຈີນປະຈຳພັກແຄວ້ນລາວຊຸດທຳອິດໃສ່ຊື່ວ່າ: “ຄະນະພັກແຄວ້ນລາວ” ຂຶ້ນເພື່ອຊີ້ນຳ-ນຳພາການປະຕິວັດໃນລາວ.ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ກໍຄືຄະນະພັກແຄວ້ນລາວ, ພັກໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ, ຖືຊາວໄຮ່ນາເປັນກຳລັງພື້ນຖານຂອງການປະຕິວັດ ເຮັດໃຫ້ຂະບວນການຕໍ່ສູ້ລະເບີດຂຶ້ນແຕ່ຕ່ຳຫາສູງໃນທົ່ວປະເທດດ້ວຍບັນດາຮູບການທີ່ເໝາະສົມ ເປັນສາເຫດພາໃຫ້ມີການຢຶດອຳນາດ 23 ສິງຫາ 1945, ປະກາດເອກະລາດວັນທີ 12 ຕຸລາ 1945, ສ້າງຕັ້ງກອງທັບປະຊາຊົນລາວໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວລາວອິດສະຫຼະຂຶ້ນໃນວັນທີ 13 ສິງຫາ 1950 ຊຶ່ງໄດ້ກາຍເປັນຄັນທຸງເຕົ້າໂຮມ, ດຶງດູດເອົາທຸກຊັ້ນຄົນເຂົ້າຮ່ວມການປະຕິວັດໄດ້ຢ່າງກວ້າງຂວາງແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ພາຍ­ຫຼັງພັກປະ­ຊາ­ຊົນລາວໄດ້ຮັບການສ້າງ­ຕັ້ງຂຶ້ນຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນຳພາການປະຕິວັດ 70 ປີຜ່ານມາ ພັກຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກຂອງຊາດ ແລະ ຈຸດພິເສດຂອງສປປ ລາວ; ພັກໄດ້ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ. ໃນເງື່ອນໄຂໃໝ່ ພັກໄດ້ສືບຕໍ່ນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດມີຜົນສຳເລັດເປັນກ້າວໆ. ເຮັດໃຫ້ປະເທດເຮົາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ເພີ່ມທະວີຄວາມສາມາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງບົດບາດຂອງປະເທດໃນເວທີສາກົນນັບມື້ສູງຂຶ້ນ; ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນບັນດາເຜົ່າຕໍ່ກັບການຊີ້ນຳ-ນຳພາຂອງພັກ. ພັກເຮົາສົມແລ້ວທີ່ເປັນກຳລັງຫຼັກແຫຼ່ງນຳພາໃນທົ່ວລະບົບການເມືອງປະຊາທິປະໄຕ ປະຊາຊົນ, ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນພວກເຮົາສຸດທີ່ມີຄວາມເອກອ້າງທະນົງໃຈຕໍ່ທາດແທ້ອັນດີງາມ, ມູນເຊື້ອວິລະຊົນ ແລະ ປະຫວັດສາດອັນສະຫວ່າງສະໄຫວຂອງພັກ. ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ເພີ່ມເຕີມ