ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ
ຄະນະພັກສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບ ຮອບ 70 ປີ ແລະ ເຊື່ອມຊຶມນິຕິກໍາສໍາຄັນຂອງພັກ ຂຶ້ນໃນວັນທີ 6 ມິຖຸນາຜ່ານມາທີ່ ສນຊ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານ ສນຊ ຜູ້ປະຈຳການ, ມີຄະນະປະຈໍາພັກ, ຮອງປະທານ, ກໍາມະການພັກ ແລະ ສະມາຊິກພັກພະນັກງານເຂົ້າຮ່ວມ.
ສນຊ ຫວນຄນມນເຊອວນສາງຕງຄະນະຈດຕງສນກາງພກ ຄບຮອບ 70 ປ - image 1
 

ສະຫາຍ ຄຳໄຫຼ ສີປະເສີດ ໄດ້ຫວນຄືນມູນເຊື້ອຄວາມເປັນມາການກໍາເນີດເຕີບໃຫຍ່ຜົນງານ ແລະ ມູນເຊື້ອໃນການກໍ່ສ້າງພັກ-ພະນັກງານບາງຕອນວ່າ: ຕະຫຼອດໄລຍະ 70 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ຂອງຄະນະຈັດຕັ້ງສູນກາງພັກ ກໍຄືຂະແໜງຈັດຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ ນັບແຕ່ໄດ້ສ້າງຕັ້ງຂຶ້ນຈົນເຖິງປັດຈຸບັນ ບໍ່ວ່າໃນເງື່ອນໄຂ ແລະ ສະພາບແວດລ້ອມໃດກໍຕາມ ການນໍາຂອງຄະນະຈັດຕັ້ງສູນກາງພັກແຕ່ລະຮຸ່ນ ແຕ່ລະສະໄໜລ້ວນແຕ່ໄດ້ສຸມທຸກເຫື່ອແຮງສະຕິປັນຍາເອົາໃຈໃສ່ຊີ້ນຳ - ນຳພາພະນັກງານສະມາຊິກພັກແບກຫາບໜ້າທີ່ວຽກງານທີ່ພັກ ແລະ ປະຊາຊົນມອບໜາຍໃຫ້ ເປັນເສນາທິການຄົ້ນຄວ້າການກໍ່ສ້າງພັກ ທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ປະກອບສ່ວນເຮັດໃຫ້ການຈັດຕັ້ງພັກ ຖັນແຖວສະມາຊິກພັກ-ພະນັກງານມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ, ພ້ອມກັນນີ້ສະຫາຍຍັງໄດ້ນໍາເອົາບາງເນື້ອໃນຈິດໃຈທີ່ສໍາຄັນ ຄໍາເວົ້າທີ່ໜັກ ແໜ້ນໃນບົດສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ທີ່ກ່າວໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງວັນດັ່ງກ່າວ.

ສນຊ ຫວນຄນມນເຊອວນສາງຕງຄະນະຈດຕງສນກາງພກ ຄບຮອບ 70 ປ - image 2
 

ໂອກາດນີ້, ສະຫາຍ ສຸຣິປັນຍາ ຣາຊສົມບັດ ກໍາມະການພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025 ແລະ ໄດ້ຮັບຟັງແຈ້ງການແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ເລກທີ 30/ຄຈສພ, ລົງວັນ 29 ພຶດສະພາ 2025 ເລື່ອງການຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີຈາກສະຫາຍນາງ ແພງພັນ ບຸບຜາພອນ ກໍາມະການປະຈໍາພັກ ຫົວໜ້າກົມໂຄສະນາໄດ້ຮັບຟັງມະຕິຕົກລົງຂອງຄະນະປະຈໍາພັກ ສນຊ ເລກທີ 20/ຄປຈ, ລົງວັນທີ 4/6/2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການປະເມີນໜ່ວຍພັກປອດ, ໃສເຂັ້ມແຂງ, ໜັກແໜ້ນ ຂອງ ສນຊ ແລະ ຂໍ້ຕົກລົງເລກທີ 159/ຄປຈ, ລົງວັນທີ 5/6/2025 ວ່າດ້ວຍການແຕ່ງຕັ້ງທ່ານ ໄມສຸກ ສອນຕຸໃຈ ຫົວໜ້າພະແນກ ຂຶ້ນເປັນຮອງຫົວໜ້າຫ້ອງການ ສນຊ.

ຂ່າວ-ຮູບ: ສນຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະຫວ່າງວັນທີ 13-19 ມິຖຸນາ ຈະມີການຕັດຮອນກິ່ງຫງ່າໄມ້ຢູ່ຖະໜົນເສດຖາທິລາດເພື່ອປ້ອງກັນຄວາມປອດໄພ

ລະຫວ່າງວັນທີ 13-19 ມິຖຸນາ ຈະມີການຕັດຮອນກິ່ງຫງ່າໄມ້ຢູ່ຖະໜົນເສດຖາທິລາດເພື່ອປ້ອງກັນຄວາມປອດໄພ

ທ່ານ ດວງຕາ ບົວລະວົງ ຮອງພາກວິຊາເສດຖະສາດເຕັກໂນໂລຊີປຸງແຕ່ງໄມ້ ຊ່ຽວຊານອຸດສາຫະກຳປຸ່ງແຕ່ງໄມ້ ແລະ ພັດທະນາຜະລິດຕະພັນໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບການຕັດຮອນກິ່ງຫງ່າຂອງຕົ້ນໄມ້ໃນວັນທີ 13 ມິຖຸນາວ່າ: ເນື່ອງຈາກວ່າມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງຖະໜົນເສດຖາທິຣາດໄດ້ມີຜົນກະທົບຕໍ່ຮາກໄມ້ ໂດຍສະເພາະໄດ້ມີການຈົກເຮັດໃຫ້ຮາກໄມ້ສ່ວນໃຫຍ່ມັນຂາດ ເຮັດໃຫ້ການຢືນໂຕຂອງຕົ້ນ ໄມ້ອາດຈະບໍ່ໝັ້ນຄົງ ແລະ ຕົ້ນໄມ້ຢູ່ລຽບຕາມແຄມທາງ ເປັນຕົ້ນໄມ້ທີ່ມີອາຍຸຫຼາຍສິບປີ ແລະ ຂະໜາດໃຫຍ່ສູງອາດຈະມີຄວາມສ່ຽງລົ້ມໃນໄລຍະລະດູຝົນ ເພື່ອເປັນການປ້ອງກັນຄວາມປອດໄພ ແລະ ອຸບັດເຫດທີ່ອາດຈະເກີດຂຶ້ນຈຶ່ງຈໍາເປັນຕ້ອງໄດ້ມີການຕັດຮອນກິ່ງຫງ່າໄມ້ຂອງຕົ້ນໄມ້ຈຳນວນ 61 ຕົ້ນ.
ກອງປະຊຸມຄົບຄະນະເປີດກວ້າງ ຄຊກມດ ປີ 2024

ກອງປະຊຸມຄົບຄະນະເປີດກວ້າງ ຄຊກມດ ປີ 2024

ກອງປະຊຸມຄົບຄະນະເປີດກວ້າງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນານີ້ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ກ່າວເປີດຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ; ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຜູ້ປະຈຳການພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮັບເໝົາເກັບກູ້ລະເບີດ ອອກຈາກໂຄງການກໍ່ສ້າງເສັ້ນທາງ ຢູ່ 3 ເມືອງ

ຮັບເໝົາເກັບກູ້ລະເບີດ ອອກຈາກໂຄງການກໍ່ສ້າງເສັ້ນທາງ ຢູ່ 3 ເມືອງ

ພິທີເຊັນສັນຍາຮັບເໝົາເກັບກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນແຕກ ອອກຈາກໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ສະພາບດິນຟ້າອາກາດ ຈັດຂຶ້ນໃນວັນທີ 12 ມິຖຸນາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍແມ່ນບໍລິສັດ ອິນຊີເກັບກູ້ ແລະ ທຳລາຍລະເບີດ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ຊຶ່ງປະກອບມີ 3 ເສັ້ນທາງຄື: ເສັ້ນທາງແຕ່ບ້ານປາກພະນັງ ຫາ ບ້ານຊອກ ເມືອງບົວລະພາ ມີຄວາມຍາວ 19.01 ກິໂລແມັດ, ເສັ້ນທາງແຕ່ບ້ານນາຊອຍ ເມືອງເຊບັ້ງໄຟ ຫາ ບ້ານກະພະ-ນໍ້າມະລາ ເມືອງມະຫາໄຊ ຄວາມຍາວ 19.55 ກິໂລແມັດ ແລະ ເສັ້ນທາງແຕ່ບ້ານບຶງຫົວນາ ເມືອງເຊບັ້ງໄຟ ຫາ ບ້ານຜາໂຄ້ງ ເມືອງໄຊບົວທອງ ຄວາມຍາວ 53.02 ກິໂລແມັດ ຊຶ່ງລວມຄວາມຍາວທັງໝົດ 91.59 ກິໂລແມັດ.
ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ - ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ - ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ຊຸດຝຶກອົບຮົມວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາໃຫ້ແກ່ພະນັກງານຫ້ອງວ່າການສູນກາງພັກ ຊຶ່ງໄດ້ດຳເນີນມາເປັນເວລາ 2 ວັນ ໄດ້ປິດລົງໃນຕອນແລງວັນທີ 12 ມິຖຸນານີ້ ທີ່ ຫສພ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໂດຍ ມີພະນັກງານເຂົ້າຮ່ວມຝຶກອົບຮົບຈາກກົມຕ່າງໆພາຍໃນ ຫສພ ທັງໝົດ 40 ສະຫາຍ ຍິງ 17 ສະຫາຍ.
ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ

ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ

ສະພາແຫ່ງຊາດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກປປ ລາວ) ໃຫ້ສະມາຊິກພັກພາຍໃນສະພາແຫ່ງຊາດ ຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ຫ້ອງປະຊຸມສະພາແຫ່ງຊາດ; ເປັນກຽດປະດັບຫຼຽນໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາແຫ່ງຊາດ, ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ກໍາມະການປະຈໍາພັກ ປະທານຄະນະກວດກາພັກ ຮອງປະທານສະພາແຫ່ງຊາດ; ມີບັນດາສະຫາຍກໍາມະການຄະນະບໍລິຫານງານພັກ, ອະດີດຄະນະປະຈໍາສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ພໍເຖິງເດືອນ 5-8 ຂອງທຸກໆປີ ແມ່ນລະດູການທີ່ໝາກນັດໃຫ້ຜົນຜະລິດແກ່ຊາວສວນ ກໍຄືສັງຄົມໄດ້ບໍລິໂພກຢ່າງເຕັມສ່ວນ, ໝາກນັດມີຫຼາຍສາຍພັນ ແຕ່ໃນບົດນີ້ຈະເວົ້າເຖິງໝາກນັດສາຍພັນນໍ້າເຜິ້ງ ທີ່ຊາວສວນຂອງບ້ານຜາເມືອງປູກໄວ້ເພື່ອບໍລິໂພກພາຍໃນຄອບຄົວ ແລະ ຂາຍສົ່ງອອກ ໃຫ້ລູກຄ້າທົ່ວໄປໄດ້ບໍລິໂພກເຊັ່ນກັນ.
ທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

ທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຂຶ້ນໃນວັນທີ 11 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງ ປກສ, ມີທ່ານ ກົງຈິ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີບັນດາຮອງລັດຖະມົນຕີກະຊວງ; ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ແລະ ລະນຶກວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ມີບັນຍາກາດຟົດຟື້ນ ແລະ ບັນລຸຈຸດປະສົງທີ່ກຳນົດໄວ້. ອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນຍ້ອງຍໍໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນໃນວັນທີ 11 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມ ສນຊ ໂດຍການເປັນປະທານຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຫົວໜ້າອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ ໂດຍມີທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຄະນະກຳມະການ, ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດໄຟຟ້ານ້ຳເທີນ 2 ປະກອບສ່ວນພັນທະໃຫ້ລັດຖະບານ ມູນຄ່າ 35 ລ້ານກວ່າໂດລາ

ບໍລິສັດໄຟຟ້ານ້ຳເທີນ 2 ປະກອບສ່ວນພັນທະໃຫ້ລັດຖະບານ ມູນຄ່າ 35 ລ້ານກວ່າໂດລາ

ວັນທີ 9 ມີຖຸນາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດໄຟຟ້າ ນ້ຳເທີນ 2 ຈໍາກັດ ໄດ້ມອບອາກອນກໍາໄລຈາກການຜະລິດໄຟຟ້າໃຫ້ລັດຖະບານ ລວມມູນຄ່າ 35,180,529 ໂດລາສະຫະລັດ.
ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ກອງປະຊຸມສະຫຼູບວຽກງານໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນານີ້ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນີກ ວີຊາຊີບແບບປະສົມແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງຜົ້ງສາລີປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ.
ເພີ່ມເຕີມ