![]() |
ໃນພິທີ, ສະຫາຍ ສຸລິປັນຍາ ຣາຊສົມບັດ ໄດ້ສະຫຼຸບຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ວ່າ: ອົງຄະນະພັກ ສນຊ ປະກອບມີ 8 ໜ່ວຍພັກ, ມີສະມາຊິກພັກທັງໝົດ 153 ສະຫາຍ ຍິງ 66 ສະຫາຍ ທັງ 8 ໜ່ວຍພັກ ສາມາດຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກ ແໜ້ນຕາມເກນການຕີລາຄາ 5 ເນື້ອໃນ.
![]() |
ໂອກາດນີ້, ສະຫາຍ ຄຳຜອຍ ວັນນະສານ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ 8 ໜ່ວຍພັກ ພ້ອມກັນນັ້ນ ເລຂາໜ່ວຍພັກທັງໝົດໄດ້ຂຶ້ນຈັບມືສືບຕໍ່ແຂ່ງຂັນກັນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ດ້ວຍບັນຍາກາດຟົດຟື້ນ.
ຕອນທ້າຍພິທີ, ສະຫາຍ ຄຳຜອຍ ວັນນະສານ ໄດ້ຊົມເຊີຍຜົນສຳເລັດຂອງບັນດາໜ່ວຍພັກ ແລະ ເນັ້ນໃຫ້ສືບຕໍ່ຍົກສູງວຽກງານສຶກສາອົບຮົມການເມືອງ-ແນວຄິດ, ປັບປຸງວິທີເຮັດວຽກ ແລະ ພັດທະນາບຸກຄະລາກອນ ເພື່ອເສີມສ້າງວຽກງານກໍ່ສ້າງພັກໃຫ້ເຂັ້ມແຂງຕໍ່ໄປ.
![]() |
ໃນພິທີໄດ້ປະກາດແຕ່ງຕັ້ງພະນັກງານ ສນຊ ດຳລົງຕຳແໜ່ງບໍລິຫານປະເພດ 3 ໂດຍມີ 2 ສະຫາຍໄດ້ຮັບການເລື່ອນຕຳແໜ່ງໃນຄັ້ງນີ້.
ຂ່າວ-ພາບ: ແສງຫຼ້າ+ດວງມະນີ



ຄໍາເຫັນ