![]() |
ທ່ານ ຄຳຜອຍ ວັນນະສານ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ໂດຍຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບຕະຫຼອດໄລຍະ 77 ປີ ຜ່ານມາ, ຈາກກອງຮ້ອຍລາດຊະວົງ ທີ່ຖືກສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ (ເຂດຖໍ້າແມ) ທີ່ມີກຳລັງພົນພຽງ 26 ສະຫາຍ, ມາຮອດປັດຈຸບັນ ກອງທັບໄດ້ເຕີບໃຫຍ່ເຂັ້ມແຂງ ໂດຍມີຫຼາຍກອງຮ້ອຍ, ກອງ ພັນ ແລະ ກອງພົນ, ມີກຳລັງຫຼວງ, ກຳລັງທ້ອງຖິ່ນ ແລະ ອື່ນໆ ໄດ້ກາຍເປັນກຳແພງເພັດໃນການປົກປ້ອງເຂດນ້ຳແດນດິນຂອງປະເທດຊາດ; ຜົນງານອັນລ້ຳເລີດ ແລະ ໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ຊຶ່ງຕະຫຼອດໄລຍະການປະຕິວັດຊາດ ໄດ້ສູ້ຮົບມີໄຊບໍ່ວ່າບັ້ນຮົບນ້ອຍ-ໃຫຍ່ໃດໆ, ອຸປະສັກໃດໆ ກອງທັບປະຊາຊົນລາວ ກໍສາມາດຍາດໄດ້ໄຊຊະນະເປັນຕົ້ນມາ ສາມາດປົດປ່ອຍປະເທດຊາດໃນວັນທີ 2 ທັນວາ 1975 ຢ່າງສົມບູນ. ພ້ອມນີ້, ທ່ານໄດ້ຍົກໃຫ້ເຫັນທາດແທ້ມູນເຊື້ອປະຕິວັດຂອງກອງທັບ ແລະ ການສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ດັ່ງກ່າວ ເພື່ອສ້າງກອງທັບໃຫ້ເຂັ້ມແຂງ ທັນສະໄໝ ແລະ ມີລະບຽບວິໄນ.
![]() |
ໃນພິທີ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ ໄດ້ເຜີຍແຜ່, ແນະນຳກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງຈະໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງ ໃນຂອບເຂດທົ່ວປະເທດໃນວັນທີ 22 ກຸມພາ 2026 ເລີ່ມແຕ່ເວລາ 7:00-17:00 ໂມງ, ທ່ານໄດ້ເນັ້ນບາງເນື້ອໃນຈິດໃຈທີ່ສຳຄັນ ໂດຍສະເພາະການເຂົ້າຮ່ວມແຕ່ຫົວທີ ເລີ່ມແຕ່ດຽວນີ້ໃນການຮັບຮູ້-ເຂົ້າໃຈ, ເຂົ້າຮ່ວມປຸກລະດົມ ແລະ ພ້ອມກັນສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຈັດຕັ້ງປະຕິບັດມະຕິ XII ຂອງພັກ ແລະ ສູ້ຊົນປະຕິບັດ 400% ຕາມຄາດໝາຍວາງໄວ້.
ຂ່າວ-ພາບ: ສນຊ


ຄໍາເຫັນ