![]() |
ການຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້, ແມ່ນເປັນການຫັດເເອບຄວາມຊໍານິຊຳນານໃນການນຳໃສ່ອາວຸດ ທີ່ໄດ້ເຝິກແອບຮ່ຳຮຽນໃນໄລຍະຜ່ານມາ ແລະ ເປັນການປະຕິບັດຕາມແຜນອົບຮົມ-ຫັດແອບ ປະຈໍາປີ 2025 ຂອງກົມກອງ ໃຫ້ແຕ່ລະສະຫາຍໄດ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ ທັງນີ້ກໍເພື່ອເປັນການເຝິກສີນລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກຮົບ.ການອົບຮົມ-ຫັດແອບຕົວຈິງ ສາມາດຕີລາຄາຜົນໄດ້ຮັບ: ເຫັນໄດ້ວ່າບັນລຸຕາມລະດັບຄາດໝາຍ, ຊຶ່ງຜົນສຳເລັດໃນການອົບຮົມຄັ້ງນີ້ແມ່ນພະນັກງານຄູ-ອາຈານເປັນຜູ້ຖ່າຍທອດວິຊາຄວາມຮູ້-ຄວາມສາມາດໃຫ້ແກ່ພະນັກງານ-ນັກຮົບ ແລະ ຕັດສິນໃຈຂອງບັນດາພະນັກງານ-ນັກຮົບ ໄດ້ຕັ້ງໜ້າຄົ້ນຄວ້າກຳແໜ້ນບັນດາບົດຮຽນທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ, ຈຶ່ງເຮັດໃຫ້ການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ມີ ໄດ້ຮັບໝາກຜົນສູງ ແລະ ຮັບປະກັນຄວາມປອດໄພ 100%,
![]() |
(ຂ່າວ: ສົມພົງ ອິນຕະວັນ, ພາບ: ສຸລິພັນ ແກ້ວອຸດົມ)


ຄໍາເຫັນ