![]() |
ສະຫາຍ ພັນເອກ ສະເຫຼີມ ໄຊສົມພອນ ໄດ້ຫວນຄືນເຖິງປະຫວັດມູນເຊື້ອການກຳເນີດເຕີບ ໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວສູ້ຮົບຂອງກອງພົນທະຫານຮາບທີ 3 ຕະຫຼອດໄລຍະ 44 ປີຜ່ານມາ. ກອງພົນທີ 3 ໄດ້ຮັບການປະກາດສ້າງຕັ້ງຂຶ້ນໃນວັນທີ 25 ຕຸລາ 1981 ຢູ່ແຂວງຫຼວງນ້ຳທາວິລະຊົນ, ໂດຍແມ່ນ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຜູ້ ປະກາດສ້າງຕັ້ງ, ມາຮອດປີ 1991 ຈິ່ງຍົກຍ້າຍມາສ້າງຕັ້ງຢູ່ເມືອງຮຸນ ແຂວງອຸດົມໄຊ ຈົນເຖິງ ປັດຈຸບັນ, ນັບແຕ່ນັ້ນມາຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພົນທີ 3 ໄດ້ທຸ້ມເທທຸກ ສະຕິປັນຍາເລືອດເນື້ອເຫື່ອແຮງທັງກາຍ ແລະ ໃຈປະກອບສ່ວນເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໂດຍໄດ້ຮັບໜ້າທີ່ເປັນກຳລັງ ເຄື່ອນທີ່ຂອງກະຊວງ ປ້ອງກັນ ປະເທດ ເພື່ອຊ່ວຍໜູນບັນດາກຳລັງທ້ອງຖິ່ນເຂດແຂວງພາກເໜື່ອທັງປັບປຸງກໍ່ສ້າງກຳລັງ, ປັບປຸງກໍ່ ສ້າງກົມກອງສະຖານທີ່ຄ້າຍຄູໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ທັງເຄື່ອນໄຫວເຮັດໜ້າທີ່ປົກປັກຮັກສາ ເຂດນໍ້າແດນດິນ 4 ແຂວງພາກເໜືອໂດຍຜ່ານຂະບວນການຕໍ່ສູ້ອັນພິລະອາດຫານ ລະອິດລະອ່ຽວ ຫຼາຍບັ້ນຮົບ, ບັນຕີດ້ວຍນ້ຳໃຈເສຍສະຫຼະ ແລະ ຮັກຊາດອັນສູງສົງອົງອາດກ້າແກ່ນ, ຍອມເສຍ ສະຫຼະເພື່ອປະເທດຊາດຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອຄວາມຢູ່ເຢັນເປັນສຸກຂອງພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າຢູ່ໃນເຂດແຂວງພາກເໜືອ ແລະ ວຽກງານອື່ນໆກໍມີຜົນສໍາເລັດ.
ການປາຖະກະຖາຄັ້ງນີ້, ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບຮຸ່ນສືບທອດໄດ້ຮັບຮູ້ເຂົ້າໃຈ ເຊື່ອມຊືມເຖິງປະຫວັດມູນເຊື້ອອັນອົງອາດກ້າແກ່ນ, ນ້ຳໃຈເສຍສະຫຼະ ແລະ ຮັກຊາດອັນສູງສົງ, ການເຕີບໃຫຍ່ຂະຫຍາຍຕົວແຕ່ລະໄລຍະ ແລະ ຜົນງານໄຊຊະນະອັນໃຫຍ່ຫຼວງຂອງພະນັກງານ-ນັກຮົບກອງພົນທີ 3 ໃນເມື່ອກ່ອນຊຶ່ງມັນໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ພະນັກງານ-ນັກຮົບໃນ ການປະຕິບັດໜ້າທີ່ວຽກງານໃນຮຸ່ນປັດຈຸບັນ.
(ຂ່າວ: ສົມພົງ ອິນຕະວັນ, ພາບ : ສຸວິໄລ ຄໍາສະຫວັນ)
ຄໍາເຫັນ