ສພຊ ຫາລືກັບ ທູດອັງກິດ ກຽມເດີນທາງຮັດແໜ້ນຄວາມສຳພັນໃນຕົ້ນປີໜ້າ

ສພຊ ຫາລືກັບ ທູດອັງກິດ ກຽມເດີນທາງຮັດແໜ້ນຄວາມສຳພັນໃນຕົ້ນປີໜ້າ
ທ່ານ ລິນຄຳ ດວງສະຫວັນ ຄະນະປະຈໍາພັກສະພາແຫ່ງຊາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນປະທານຄະນະມິດຕະພາບລັດຖະສະພາ ລາວ-ອັງກິດ ພ້ອມຄະນະ ໄດ້ພົບປະກັບ ທ່ານ ນາງ ເມລານີ ຫຼຸຍ ບາໂລ (Melanie Louise Barlow) ເອກອັກຄະລັດຖະທູດ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ໃນວັນທີ 22 ພະຈິກ ນີ້ ທີ່ຕຶກສະພາແຫ່ງຊາດຫຼັງໃໝ່ ຊຶ່ງການພົບປະຄັ້ງນີ້ ເພື່ອປຶກສາຫາລື ກ່ຽวກັບແຜນການເຄື່ອນໄຫວ ທີ່ຈະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຈັກອັງກິິດ ຄາດຄະເນໃນຕົ້ນປີ 2024 ເພື່ອຮັດແໜ້ນຄວາມສຳພັນຂອງສອງລັດຖະສະພາ.
ໃນການພົບປະ, ທ່ານ ລິນຄຳ ດວງສະຫວັນ ໄດ້ກ່າວໃຫ້ຮູ້ວ່າ: ຄະນະມິດຕະພາບລັດຖະສະພາລາວ-ອັງກິດ ມີແຜນທີ່ຈະໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ອັງກິດ ເພື່ອຮັດແໜ້ນຄວາມສຳພັນ ລະຫວ່າງ ສອງລັດຖະສະພາ ຊຶ່ງການພົບປະຄັ້ງນີ້ ກໍເພື່ອປຶກສາຫາລືແຜນການດັ່ງກ່າວ ຊຶ່ງໃນໂອກາດນີ້ ກໍຂໍສະເໜີໃຫ້ ທ່ານ ນາງເມລານີ ຫຼຸຍບາໂລ ຊ່ວຍປະສານງານໄປຍັງ ລັດຖະສະພາ ແຫ່ງ ສະຫະຣາຊະອານາຈັກອັງກິດ ເພື່ອພິຈາລະນາອອກໜັງສືເຊື້ອເຊີນທາງການ ໃຫ້ແກ່ຄະນະມິດຕະພາບລັດຖະສະພາ ລາວ-ອັງກິດ ຂອງສະພາແຫ່ງຊາດລາວ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດ ຄາດຄະເນໃນຕົ້ນປີ 2024; ແຜນການເຄື່ອນໄຫວ ທີ່ອາດຈະຂໍເຂົ້າຢ້ຽມຂໍ່ານັບ ທ່ານປະທານ ຫຼື ຮອງປະທານລັດຖະສະພາອັງກິດ, ພົບປະເຮັດວຽກກັບ ສະມາຊິກລັດຖະສະພາ ຂອງກໍາມາທິການກ່ຽວຂ້ອງ ໃນຂົງເຂດວຽກງານເສດຖະກິດ. ສ່ວນການປະກອບຄະນະໄປຢ້ຽມຢາມ ປະກອບດ້ວຍ: ປະທານຄະນະມິດຕະພາບ; ສະມາຊິກຄະນະມິດຕະພາບ ຈໍານວນ 3 ທ່ານ ແລະ ວິຊາການ 3 ທ່ານ (ຄາດຄະເນ 7 ທ່ານ) ກໍານົດເວລາຢ້ຽມຢາມ 3-4 ມື້.
ພ້ອມກັນນີ້, ທ່ານ ລິນຄຳ ດວງສະຫວັນ ຍັງໄດ້ແຈ້ງໃຫ້ຊາບວ່າ: ໃນປີ 2024, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ແລະ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ 44, ສ່ວນສະພາແຫ່ງຊາດລາວ ກໍຈະເປັນເຈົ້າພາບຈັດກອງຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45.
ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ-ອຽກລັງເໜືອ ໄດ້ສ້າງຕັ້ງສາຍພົວພັນການທູດ ຮ່ວມກັນ ໃນວັນທີ 5 ກັນຍາ 1955. ນັບຕັ້ງແຕ່ນັ້ນມາ, ການພົວພັນ ລະຫວ່າງ ລາວ-ອັງກິດ ມີທ່າກ້າວ ແລະ ຂະຫຍາຍຕົວ ສະແດງອອກໃນການແລກປ່ຽນຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນຕ່າງໆນໍາກັນ, ສອງຝ່າຍໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອັງກິດ ຄົບຮອບ 60 ປີໃນປີ 2015 ແລະ 65 ປີ ໃນປີ 2020. ໃນເວທີສາກົນ, ສປປ ລາວ ໄດ້ສະໜັບສະໜູນອັງກິດ ໃນການເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສາກົນຕ່າງໆ ແລະ ສະໜັບສະໜູນດ້ານອື່ນໆ. ຂະນະດຽວກັນ, ການພົວພັນການຄ້າ ລະຫວ່າງ ລາວ-ອັງກິດ ໃນ 6 ເດືອນຕົ້ນປີ 2021 ມູນຄ່າການຄ້າສອງຝ່າຍ ລາວ-ອັງກິດ ສາມາດປະຕິບັດໄດ້ 19.547 ລ້ານໂດລາ; ໃນນັ້ນ, ມູນຄ່າການນໍາເຂົ້າປະຕິບັດໄດ້ 8.690 ລ້ານ ໂດລາ ແລະ ມູນຄ່າການສົ່ງອອກປະຕິບັດໄດ້ 10.857 ລ້ານໂດລາ.
ແຕ່ຫາກວ່າ, ໄລຍະຜ່ານມາ ສະພາແຫ່ງຊາດລາວ ແລະ ລັດຖະສະພາອັງກິດກໍຍັງບໍ່ທັນມີການພົວພັນກັນເທົ່າທີ່ຄວນ ແຕ່ແນວໃດກໍຕາມ ກໍຍັງມີການແລກປ່ຽນຄະນະຜູ້ແທນ ໂດຍແມ່ນ ມູນນິທິເວດສມິນສະເຕີ, ມີການພົວພັນຮ່ວມມື ໃນເວທີລັດຖະສະພາສາກົນ, ASEP ແລະ ອື່ນໆ.
(ຂ່າວ: ສຸກສະຫວັນ, ພາບ: ສພຊ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ໃນວັນທີ 7 ຕຸລານີ້, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 7-8 ຕຸລາ 2025 ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍລວມຈຳນວນທັງໝົດ 30 ທ່ານ.
ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫວ່າງບໍ່ດົນມານີ້, ທ່ານນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກຳ ແລະ ສິ່ງແລ້ວລ້ອມ, ກະຊວງການເງິນ, ສື່ມວນຊົນ ADB - ສື່ມວນຊົນລາວ (ສູນກາງ) ໄດ້ເຄື່ອນໄຫວຢ້ຽມຢາມເບິ່ງຜົນສຳເລັດ ແລະ ຜົນປະໂຫຍດຂອງປະຊາຊົນທີ່ໄດ້ຮັບຈາກໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 GMS2 ຢູ່ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຂອງອົງການໃຈກາງປະສານງານວ່າດ້ວຍການຮ່ວມມືທາງອາຍາ ຄັ້ງທີ 4 (The 4th SOM-MLAT) ຂຶ້ນໃນລະຫວ່າງວັນທີ 7-8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ (ຜູ້ສັງເກດການ), ອອປສ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ກະຊວງ ປກສ, ສານປະຊາຊົນສູງສຸດເຂົ້າຮ່ວມ.
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືທາງດ້ານວິຊາການເພື່ອແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີຢູ່ ສປປ ລາວ (ໄລຍະ 2 ປີ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ແລະ ທ່ານ ຊານໄຊ ພັນທອງວິລິຍະກຸນ ປະທານມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດສໍາເລັດ, ໃນວັນທີ 6 ຕຸລານີ້ ທີ່ທໍານຽບປະທານປະເທດ.
ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຫວ່າງບໍ່ດົນມານີ້, ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ​ເລຂາຄະນະພັກ ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ຊຶ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ຊຶ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy ເລຂາທິການແຫ່ງລັດ ລັດຖະມົນຕີປະຈໍາຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ໃນວັນທີ 2 ຕຸລາ ຜ່ານມາທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ-ກາແນນ (Miguel Diaz-Canel)ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ (Manual Marrero Cruz)ນາຍົກລັດຖະມົນຕີ ແຫ່ງ ສກູບາ, ໃນໂອກາດເດີນທາງຢ້ຽມຢາມ ສກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ໃນຕອນບ່າຍວັນທີ 29 ກັນຍາຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76ປີ (1 ຕຸລາ 1949 – 1 ຕຸລາ 2025) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.
ເພີ່ມເຕີມ