ສປປ ລາວ ຍັງສືບຕໍ່ຄໍ້າປະກັນປະກັນສະບຽງອາຫານ

ສປປ ລາວ ຍັງສືບຕໍ່ຄໍ້າປະກັນປະກັນສະບຽງອາຫານ ໄດ້ຢ່າງພຽງພໍ

ສປປ ລາວ ຍັງສືບຕໍ່ຄໍ້າປະກັນປະກັນສະບຽງອາຫານ ໄດ້ຢ່າງພຽງພໍ
ໂດຍ: ສ.ບຸດປະຊາ ໃນປີ 2024ຜ່ານມາ, ເຖິງວ່າປະເທດເຮົາ ມີຫຼາຍປັດໄຈທີ່ກະທົບຕໍ່ການຜະລິດ ໂດຍສະເພາະແມ່ນສະພາບເສດຖະກິດມີການປ່ຽນແປງ, ລາຄາສິນຄ້າຂອງປັດໄຈການຜະລິດທີ່ນໍາເຂົ້າຈາກຕ່າງປະເທດສູງ

 

ເຮັດໃຫ້ການຜະລິດກະສິກຳຂອງລາວເຮົາໄດ້ຮັບຜົນກະທົບ; ເຖິງຢ່າງໃດກໍຕາມ, ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມດ້ານຕ່າງໆຢ່າງຕັ້ງໜ້າ ສາມາດເຮັດໃຫ້ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ພາຍໃນປະເທດຍັງສືບຕໍ່ສາມາດຄໍ້າປະກັນໄດ້ຢ່າງພຽງພໍ.

ຕາມການລາຍງານຂອງທ່ານ ກິແກ້ວສິງນາວົງຮອງລັດຖະມົນຕີກະຊວງກປ ໄດ້ກ່າວໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2024 ແລະ ທິດທາງແຜນການ ປີ 2025 ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງານທີ 1 ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃນປີຜ່ານມາໄດ້ຜະລິດເຂົ້າເປືອກ ທີ່ປັກດຳໄດ້ທັງໝົດ916,616ເຮັກຕາ, ເນື້ອທີ່ເກັບກ່ຽວປະມານ912,998ເຮັກຕາ, ຜົນຜະລິດປະມານ3,750,740ໂຕນ, ເທົ່າກັບ 97% ຂອງແຜນການປີ (3.86ລ້ານໂຕນ).

ການຜະລິດເຂົ້າເປືອກລວມມີ: ການຜະລິດເຂົ້ານາແຊງສາມາດປັກດໍາໄດ້ 92,779 ເຮັກຕາ, ເທົ່າກັບ 95% ຂອງແຜນການ (97,430 ເຮັກຕາ), ຜົນຜະລິດ 426,830 ໂຕນ, ທຽບໃສ່ປີ 2023ເຫັນວ່າຫຼຸດລົງ 15,170 ໂຕນ ຫຼື 3%;ການຜະລິດເຂົ້ານາປີສາມາດປັກດໍາໄດ້ທັງໝົດ 754,603 ເຮັກຕາ, ແຕ່ໄດ້ຮັບຜົນເສຍຫາຍຈາກທໍາມະຊາດ ເຮັດໃຫ້ເນື້ອທີ່ເສຍຫາຍ 3,604 ເຮັກຕາ, ຄາດຄະເນເນື້ອທີ່ເກັບກ່ຽວ 750,999 ເຮັກຕາ ຫຼື ເທົ່າກັບ 98% ຂອງແຜນການ (764,720 ເຮັກຕາ) ແລະ ຜົນຜະລິດປະມານ 3.17 ລ້ານໂຕນ, ທຽບໃສ່ປີ2023ເຫັນວ່າຫຼຸດລົງ 73,800 ໂຕນ ຫຼື 2.2%; ການຜະລິດເຂົ້າໄຮ່ສາມາດປູກໄດ້ທັງໝົດ 69,234 ເຮັກຕາ, ໄດ້ຮັບຜົນເສຍຫາຍ 14 ເຮັກຕາ, ຄາດຄະເນເນື້ອທີ່ເກັບກ່ຽວ ປະມານ 69,220ເຮັກຕາ, ເທົ່າກັບ 79% ຂອງແຜນການ (180,600 ເຮັກຕາ) ແລະ ຜົນຜະລິດປະມານ 144,910 ໂຕນ,ທຽບໃສ່ປີ2023ເຫັນວ່າ ຫຼຸດລົງ 60,490 ໂຕນ ຫຼື 29.4%.

ສ່ວນການຜະລິດພືດສະບຽງອາຫານສາມາດປູກພືດໄດ້ທັງໝົດ 265,559 ເຮັກຕາ ເທົ່າກັບ 95% ຂອງແຜນການ (ແຜນການ 279,682 ເຮັກຕາ) ຜົນຜະລິດປະມານ 2,384,280 ໂຕນ ເທົ່າກັບ 97% (ແຜນການ 2.46 ລ້ານໂຕນ), ທຽບໃສ່ໄລຍະດຽວກັນຂອງປີ2023 ເນື້ອທີ່ ແລະ ຜົນຜະລິດຫຼຸດລົງ 1.4%.ໃນນັ້ນ, ພືດທີ່ພົ້ນເດັ່ນແມ່ນສາລີຫວານ 17,478 ເຮັກຕາ, ຜົນຜະລິດ 100,690 ໂຕນ;ເຜືອກມັນຕ່າງໆ 111,638 ເຮັກຕາ, ຜົນຜະລິດ 987,000 ໂຕນ; ພືດຜັກ 91,771 ເຮັກຕາ, ຜົນຜະລິດ 847,290 ໂຕນ, ໝາກໄມ້ 44,672 ເຮັກຕາ, ຜົນຜະລິດ 449,300 ໂຕນ.

ສຳລັບການລ້ຽງສັດ ແລະ ການປະມົງ ກໍໄດ້ເອົາໃຈໃສ່ສົ່ງເສີມການລ້ຽງສັດ ແລະ ການປະມົງ ເຮັດໃຫ້ຝູງສັດ ມີການຂະຫຍາຍຕົວສະເລ່ຍໃນລະດັບ 3.5%.ໃນນັ້ນ, ຄວາຍ 1,263,342 ໂຕ ເພີ່ມຂຶ້ນ 1.1%; ງົວ 2,691,456 ໂຕ ເພີ່ມຂຶ້ນ 5.1%;ໝູ 4,766,775 ໂຕ ເພີ່ມຂຶ້ນ 5%;ແກະ/ແບ້ 834,129ໂຕ ເພີ່ມຂຶ້ນ 5.2% ແລະ ສັດປີກ 54,773,212 ໂຕ ເພີ່ມຂຶ້ນ 5.4%.ການຜະລິດຊີ້ນ, ໄຂ່ ແລະ ປາ ສາມາດຜະລິດໄດ້ທັງໝົດ 554,000 ໂຕນ ເທົ່າກັບ 100% ຂອງແຜນການ. ໃນນັ້ນ, ຜະລິດຊີ້ນ ໄດ້ທັງໝົດ 271,500ໂຕນ, ໄຂ່ 52,500 ໂຕນ ແລະ ປາ 230,000 ໂຕນ.

ພ້ອມດຽວກັນ, ກໍໄດ້ກໍານົດລາຍການສິນຄ້າ ເພື່ອສົ່ງເສີມການຜະລິດພາຍໃນ ຫຼຸດຜ່ອນການນໍາເຂົ້າ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການກໍານົດບັນຊີລາຍການສິນຄ້າກະສິກໍາເພື່ອສົ່ງເສີມການຜະລິດພາຍໃນ ແລະ ທົດແທນການນໍາເຂົ້າ ໂດຍສະເພາະ ແມ່ນລາຍການສິນຄ້າ ດ້ານການປູກຝັງ, ລ້ຽງສັດ ແລະ ການປະມົງ, ດ້ານແນວພັນ ແລະ ບັນດາປັດໄຈການຜະລິດຕ່າງໆ.

ສັງລວມແລ້ວ, ເຫັນວ່າຜ່ານການຈັດຕັ້ງປະຕິບັດແຜນງານການຄໍ້າປະກັນສະບຽງອາຫານແລະໂພຊະນາການປີ 2024 ຜ່ານມາ ເຖິງວ່າການຜະລິດເຂົ້າເປືອກ ແລະ ພືດສະບຽງອາຫານ ຍັງບໍ່ບັນລຸຕາມແຜນການ, ແຕ່ກໍສາມາດຜະລິດໄດ້ເປັນຈໍານວນຫຼວງຫຼາຍ; ໃນຂະນະດຽວກັນ ການລ້ຽງສັດ ແລະ ການປະມົງ ກໍມີການຂະຫຍາຍຕົວດີ ເຮັດໃຫ້ການຜະລິດຊີ້ນ, ໄຂ່, ປາ ສາມາດບັນລຸແຜນ ຊຶ່ງທັງໝົດນັ້ນໄດ້ປະກອບສ່ວນສຳຄັນໃຫ້ ສປປ ລາວ ສາມາດສືບຕໍ່ການຄໍ້າປະກັນການບໍລິໂພກພາຍໃນໄດ້ຢ່າງພຽງພໍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ