ພິທີສະເຫຼີມສະຫຼອງວັນເດັກໂລກ ແລະ ວັນຄົບຮອບສົນທິສັນຍາ ວ່າດ້ວຍ ສິດທິເດັກ ຄົບຮອບ 35 ປີ

ສປປ ລາວ ສະຫຼອງວັນເດັກໂລກ ຄົບຮອບ 35 ປີ

ສປປ ລາວ ສະຫຼອງວັນເດັກໂລກ ຄົບຮອບ 35 ປີ
ພິທີສະເຫຼີມສະຫຼອງວັນເດັກໂລກ ແລະ ວັນຄົບຮອບສົນທິສັນຍາ ວ່າດ້ວຍ ສິດທິເດັກ ຄົບຮອບ 35 ປີ (20 ພະຈິກ 1989 - 20 ພະຈິກ 2024) ໄດ້ຈັດຂຶ້ນໃນວັນທີ 20 ພະຈິກທນີ້,

ໃນພິທີແມ່ນໄດ້ເປີດໄຟສີຟ້າໃສ່ປະຕູໄຊເຮັດໃຫ້ປະຕູໄຊກາຍເປັນສີຟ້າ ແລະ ພິທີດັ່ງກ່າວແມ່ນໄດ້ຈັດຂຶ້ນພ້ອມກັນໃນທົ່ວໂລກໂດຍການເຂົ້າຮ່ວມຂອງ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ(ຄຊກມດ); ທ່ານ ອາຕູໂຣ ໂຮມໂບລີ ຮອງຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ມີບັນດາຄູ່ຮ່ວມພັດທະນາ, ບັນດາອົງການທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ສະມາຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄພວັນ ແກ້ວປະເສີດ ໄດ້ກ່າວວ່າ: ການສະເຫຼີມສະຫຼອງວັນດັ່ງກ່າວ ສະແດງໃຫ້ເຫັນເຖິງນິມິດໝາຍຂອງຊາດທີ່ຄໍານຶງເຖິງຄວາມສໍາຄັນດ້ານສິດທິເດັກ ແລະ ຮັບຮູ້ເຖິງຄວາມຈໍາເປັນຮີບດ່ວນຂອງໄວໜຸ່ມ ໃນການມີສ່ວນຮ່ວມຕໍ່ກັບການຈັດຕັ້ງແຜນງານການປ່ຽນແປງດິນຟ້າອາກາດ. ການສະຫຼອງໃນປີນີ້ ຄຊກມດ ໄດ້ເນັ້ນໜັກໃສ່ການປົກປ້ອງສິດທິເດັກ ໄປຄວບຄູ່ກັບການແກ້ໄຂບັນຫາຄວາມທ້າທາຍດ້ານສິ່ງແວດລ້ອມ. ທຸກໆປີການສະຫຼອງວັນສໍາຄັນດັ່ງກ່າວ, ຄຊກມດ ມີຄວາມພາກພູມໃຈທີ່ອົງການອຸຍນີເຊັບ, ບັນດາຄູ່ຮ່ວມພັດທະນາ, ບັນດາອົງການທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ສະມາຄົມ ແລະ ບັນດາພາກສ່ວນເອກະຊົນ ພາກທຸລະກິດຕ່າງໆໄດ້ຢືນຄຽງຂ້າງ ແລະ ເປັນຄູ່ຮ່ວມງານຂອງພວກເຮົາໃນການສະໜັບສະໜູນ ແລະ ປົກປ້ອງສິດທິຂອງເດັກທຸກຄົນ. ພ້ອມດຽວກັນນັ້ນ ລັດຖະບານ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາໃນການຊ່ວຍເຫຼືອເດັກນ້ອຍ ແລະ ໄວໜຸ່ມ ໂດຍການໂຄສະນາປຸກລະດົມສັງຄົມ ແລະ ມວນຊົນ ພ້ອມກັນລົງທຶນໃສ່ການຈັດຕັ້ງສິດທິເດັກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກໃນທຸກດ້ານ ພ້ອມທັງຮັບຟັງສຽງ ຄວາມຕ້ອງການຂອງເດັກ ເພື່ອພັດທະນາ ແລະ ປົກປ້ອງພວກເຂົາ ໂດຍສະເພາະ ເພື່ອຄົ້ນຫາຄໍາຕອບໃນວິທີການແກ້ໄຂຄວາມທ້າທາຍຂອງບັນຫາສິ່ງແວດລ້ອມ, ທັງໝົດນີ້ ກໍເພື່ອພ້ອມກັນສ້າງອະນາຄົດທີ່ສົດໃສ ແລະ ຍືນຍົງໃຫ້ກັບເຂົາເຈົ້າ.

ທ່ານ ອາຕູໂຣ ໂຮມໂບລີ ໄດ້ກ່າວວ່າ: ການສະເຫຼີມສະຫຼອງຄັ້ງນີ້ ເປັນການລະນຶກເຖິງຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາໃນການປົກປ້ອງ ແລະ ລ້ຽງດູເດັກທຸກໆຄົນ, ໂດຍການຮ່ວມມືກັນ, ພວກເຮົາສາມາດຮັບປະກັນໃຫ້ເດັກບໍ່ພຽງແຕ່ຢູ່ລອດເທົ່ານັ້ນ ແຕ່ຍັງໃຫ້ມີການເຕີບໃຫຍ່ຢ່າງປອດໄພໃນໂລກທີ່ປະເຊີນໜ້າກັບການປ່ຽນແປງດ້ານສະພາບດິນຟ້າອາກາດ.ການສະເຫຼີມສະຫຼອງຂອງ ສປປ ລາວ ຖືເປັນສ່ວນໜຶ່ງຂອງການລິເລີ່ມຂອງ ອົງການອຸຍນີເຊັບ ໃນການຮຽກຮ້ອງໃຫ້ປະເທດຕ່າງໆ ກ້າວໄປສູ່ການກໍານົດນະໂຍບາຍດ້ານສະພາບອາກາດທີ່ຄໍານຶງເຖິງເດັກ. “ສົນທິສັນຍາເພື່ອອະນາຄົດ" (Pact for the Future) ຂອງອົງການສະຫະປະຊາຊາດ ທີ່ຈະປຶກສາຫາລື ໃນກອງປະຊຸມສະພາບອາກາດ COP29 ໃນປີນີ້ ທີ່ເມືອງບາກູປະເທດອາແຊກໄບຊານຊຶ່ງເປົ້າໝາຍສະເພາະແນໃສ່ເພື່ອຮັບປະກັນວ່າ ການສະໜັບສະໜອງທຶນດ້ານສະພາບດິນຟ້າອາກາດ ຈະໄປເຖິງຕາມຄວາມຕ້ອງການຂອງເດັກ ແລະ ການສະໜັບສະໜູນທີ່ກຳນົດໃນລະດັບຊາດ ໂດຍໃຫ້ບຸລິມະສິດການມີສ່ວນຮ່ວມຂອງໄວໜຸ່ມ ແລະ ຂໍ້ລິເລີ່ມທີ່ເປັນມິດກັບເດັກເປັນອັນດັບທໍາອິດ.ສົນທິສັນຍາວ່າດ້ວຍ ສິດທິເດັກ, ໄດ້ຮັບການຮັບຮອງໃນວັນທີ 20 ພະຈິກ ປີ 1989, ແມ່ນສົນທິສັນຍາສິດທິມະນຸດທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງທີ່ສຸດ, ໂດຍລະບຸເຖິງສິດທິຂອງເດັກຢູ່ທົ່ວທຸກແຫ່ງ.

(ຂ່າວ-ພາບ: ຍຸພິນທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ