ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ
ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.

ທ່ານ ທອງສະລິດ ມັງໜໍ່ເມກ ກ່າວວ່າ: ຕໍ່ບັນຫາດັ່ງກ່າວ, ກະຊວງ ສສກ ໄດ້ມີວິທີການ ໃນການແກ້ໄຂແຕ່ລະຊັ້ນຮຽນດັ່ງນີ້: ສະພາບການປະລະການຮຽນ ຍັງເປັນບັນຫາສິ່ງທ້າທາຍໃຫຍ່ສໍາລັບຂົງເຂດສຶກສາ ແຕ່ໂດຍ ລວມແລ້ວຫຼາຍຕົວຊີ້ວັດທີ່ສະພາແຫ່ງຊາດໄດ້ຮັບຮອງມີທ່າອ່ຽງດີຂຶ້ນ ເມື່ອສົມທຽບກັບປີຜ່ານມາ. ໃນນັ້ນ, ສົກປີ 2025-2026 ການບັນລຸອັດຕາການເຂົ້າຮຽນໃໝ່ສຸດທິຂັ້ນ ປ1 ແມ່ນເພີ່ມຂຶ້ນ 100%; ການຫຼຸດລົງຂອງອັດຕາການປະລະການຮຽນໃນຊັ້ນມັດທະຍົມຕອນຕົ້ນຈາກ 12.4% ເປັນ 10.9% ຜົນສໍາເລັດດັ່ງກ່າວແມ່ນໝາກຜົນຂອງການຈັດຕັ້ງປະຕິບັດຫຼາຍມາດຕະການ ໂດຍສະເພາະ ການຍົກສູງບົດບາດຄວາມສໍາຄັນຂອງການສຶກສາ, ໂຄງການນໍານ້ອງກັບສູ່ໂຮງຮຽນ, ການສະໜອງອາຫານທ່ຽງໃຫ້ນ້ອງນັກຮຽນຈໍານວນ 217,000 ຄົນ, ໃຫ້ເງິນອຸດໜູນເບ້ຍລ້ຽງໃຫ້ນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດຈໍານວນ 1,000 ຄົນ (ຂັ້ນປະຖົມ), 4,148 ຄົນ (ຊັ້ນມັດ ທະຍົມ). ນອກຈາກນັ້ນ, ຍັງໄດ້ສະໜອງທຶນການສຶກສາຈໍານວນ 153 ທຶນໃຫ້ນັກຮຽນເກັ່ງ. ການສຶກສາສາຍອາຊີວະ ໄດ້ດໍາເນີນການສອນສາມັນວິຊາຊີບຄູ່ຂະໜານໃນ 9 ສາຂາວິຊາຊີບ (ສ້ອມແປງຄອມພິວເຕີ, ໄຟຟ້າ, ປຸງແຕ່ງອາຫານ, ຕັດຫຍິບ ແລະ ອື່ນໆ ຢູ່ຕາມໂຮງຮຽນກິນນອນຊົນເຜົ່າ ແລະ ໂຮງຮຽນຕ່າງໆ ຊຶ່ງມີຜູ້ເຂົ້າຮຽນຈໍານວນ 1,762 ຄົນ. ການສຶກສາຊັ້ນສູງ ໄດ້ປະຕິບັດນະໂຍບາຍຕໍ່ນັກຮຽນທີ່ທຸກຍາກ ໃນເຂດຫ່າງໄກສອກຫຼີກ ໄດ້ເຂົ້າຮຽນໃນສາຍການສຶກສາຊັ້ນສູງ ໂດຍການສະໜັບສະໜູນທຶນການສຶກສາ 1,500 ທຶນ ໃນສົກຮຽນ 2025-2026 ແລະ 2026-2027. ໃນສົກປີ 2026-2027 ມີຈໍານວນນັກສຶກສາທີ່ກໍາລັງຮຽນຢູ່ 4 ມະ ຫາວິທະຍາໄລຄື: ມະຫາວິທະຍາໄລແຫ່ງຊາດ (ມຊ) ທັງໝົດ 14,564 ຄົນ, ລົງທະບຽນຮຽນເຂົ້າໃໝ່ 3,776 ຄົນ; ມະຫາວິທະຍາໄລສຸພານຸວົງ ຈໍານວນນັກສຶກສາທີ່ກໍາລັງຮຽນຢູ່ທັງໝົດ 2,494 ຄົນ, ລົງທະບຽນເຂົ້າຮຽນ 727 ຄົນ; ມະຫາວິທະຍາໄລສະຫວັນນນະເຂດ ຈໍານວນນັກສຶກສາກໍາລັງຮຽນຢູ່ທັງໝົດ 2,150 ຄົນ, ລົງທະບຽນເຂົ້າຮຽນໃໝ່ 750 ຄົນ; ມະຫາວິທະຍາໄລຈໍາປາສັກ ຈໍານວນນັກສຶກສາກໍາລັງຮຽນຢູ່ທັງໝົດ 2,333 ຄົນ, ລົງ ທະບຽນເຂົ້າຮຽນໃໝ່ 920 ຄົນ. ເຖິງແນວໃດກໍຕາມໃນ 9 ຄາດໝາຍທີ່ສະພາແຫ່ງຊາດຮັບຮອງມີ 4 ຄາດໝາຍ ທີ່ມີຄວາມຄືບໜ້າດີ ແລະ ຍັງອີກ 5 ຄາດໝາຍ ທີ່ຍັງບໍ່ທັນບັນລຸຕາມແຜນການ ເປັນຕົ້ນ ອັດຕາການປະລະຂອງນັກຮຽນຊັ້ນປະຖົມ, ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ອັດຕາມວນຊົນທຸກເພດ, ທຸກໄວເຂົ້າຮ່ວມຫັດກາຍບໍລິຫານ, ອອກກໍາລັງກາຍ ແລະ ຫຼິ້ນກິລາ. ສາເຫດຕົ້ນຕໍທີ່ບໍ່ທັນບັນລຸຕາມຄາດໝາຍແມ່ນມາຈາກສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ເຮັດໃຫ້ນັກຮຽນ ແລະ ຄູບາງສ່ວນຕ້ອງອອກໄປຊອກວຽກເຮັດງານທໍາ ເພື່ອຫາລາຍໄດ້ລ້ຽງຄອບຄົວ; ການຂາດແຄນຄູໃນບາງທ້ອງຖິ່ນ, ບາງວິຊາ ໂດຍສະເພາະເຂດຫ່າງໄກສອກຫຼີກ, ການຂາດແຄນງົບປະມານບໍລິຫານ ແລະ ອຸປະກອນທີ່ຈຳເປັນ ເພື່ອໃຫ້ຂັ້ນທ້ອງຖິ່ນຕິດຕາມ, ປະເມີນຜົນບັນດາຕົວຊີ້ວັດ ຍັງບໍ່ທັນມີຄວາມຊັດເຈນ ແລະ ຕໍ່ເນື່ອງເທົ່າທີ່ຄວນ.

ທ່ານລັດຖະມົນຕີກະຊວງ ສສກ ກ່າວຕື່ມວ່າ: ຕໍ່ບັນຫາທີ່ກ່າວມານັ້ນ, ກະຊວງ ສສກ ໄດ້ມີຄວາມພະຍາມແກ້ໄຂຢ່າງເປັນລະບົບ ໂດຍໄດ້ປະຕິຮູບໂຄງສ້າງ, ປັບປຸງລະບົບການສຶກສາສາມັນຈາກ 5+4+3 ມາເປັນ 6+3+3, ປັບປຸງລະບົບສ້າງຄູຄືນໃໝ່ດ້ວຍການຍຸບໂຮມບັນດາວິທະຍາໄລສ້າງຄູໃນທົ່ວປະເທດ ທີ່ຍັງມີລັກສະນະກະແຈກກະຈາຍບໍ່ລວມສູນ ແລະ ສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ; ຫັນປ່ຽນເອົາສະຖານການສຶກສາຈໍານວນໜຶ່ງ ຫັນເປັນໂຮງຮຽນສາມັນວິຊາຊີບ (ສິດສອນທັງລະບົບສາມັນ ແລະ ເພີ່ມທັກສະວິຊາຊີບຂັ້ນຕົ້ນ); ຂຶ້ນແຜນສໍາຫຼວດ ແລະ ສ້ອມແປງບັນດາໂຮງຮຽນທີ່ບໍ່ໄດ້ມາດຕະຖານ ຊຶ່ງປັດຈຸບັນມີ 1,059 ແຫ່ງຂັ້ນປະຖົມ ທີ່ຍັງບໍ່ທັນໄດ້ມາດຕະຖານເພື່ອປັບປຸງສະພາບແວດລ້ອມ ແລະ ສິ່ງອໍານວຍຄວາມສະດວກໃຫ້ນັກຮຽນດີຂຶ້ນກວ່າເກົ່າ.

ຄຽງຄູ່ກັນນັ້ນ, ກໍສຸມໃສ່ປັບປຸງຫຼັກສູດການສຶກສາຊັ້ນສູງ ໂດຍມີການສ້າງຫຼັກສູດໃໝ່ໃຫ້ສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄໝ ແລະ ຄວາມຕ້ອງການຕົວຈິງຂອງການພັດທະນາ, ຍຸບບັນດາຫຼັກສູດທີ່ເຫັນວ່າມີຄົນສົນໃຈຮຽນໜ້ອຍ ແລະ ບໍ່ແທດເໝາະກັບສະພາບໃນປັດຈຸບັນ, ສົ່ງເສີມສະຖານການສຶກສາຊັ້ນສູງໃຫ້ຂະຫຍາຍພາກຄໍ່າ, ທ້າຍອາທິດ, ຮຽນອອນລາຍ/ປະສົມ ໃນສາຂາທີ່ສັງຄົມຕ້ອງການ ເພື່ອໃຫ້ຄົນເຮັດວຽກຮຽນຕໍ່ໄດ້.

ນອກຈາກບັນດາມາດຕະການ, ວິທີການທີ່ກ່າວມາແລ້ວ. ກະຊວງ ສສກ ໄດ້ມີກົນໄກກອງປະຊຸມສະຫຼຸບຕີລາຄາປະຈຳພາກຮຽນ ແລະ ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດປະຈຳແຕ່ລະປີ ຊຶ່ງໃນປີ 2026 ກໍໄດ້ວາງຄາດໝາຍສຸມໃສ່ແກ້ໄຂບັນຫາການປະລະການຮຽນ ແລະ ປັບປຸງຄຸນນະພາບຄູ.

(ຂ່າວ: ວັນເພັງ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ