![]() |
ໃຫ້ກຽດນໍາພາຄະນະ ໂດຍ ສະຫາຍ ຕຸດາວັນ ໜໍ່ເມືອງເສດ ກໍາມະການຄະນະປະຈໍາພັກກະ ຊວງ ຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນວ, ເຂົ້າຮ່ວມ ມີສະຫາຍ ພົງສະຫວັນ ສິລິພັນ ຄະນະປະຈໍາພັກ ນວ ປະທານແນວລາວສ້າງຊາດ ນວ, ສະຫາຍ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍບັນດາ ແຂກຖືກເຊີນທີ່ກ່ຽວຂ້ອງ.
ຈຸດປະສົງ ເພື່ອພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດ ທີ V, ເພື່ອຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ຜູ້ມີສິດເລືອກຕັ້ງ ໂດຍສະເພາະແມ່ນກໍາລັງປ້ອງກັນຄວາມສະຫງົບ ກ່ຽວກັບບັນຫາຂັດຂ້ອງໝອງໃຈຕ່າງໆ ເພື່ອຈະນໍາສະເໜີ ຕໍ່ສະພາປະຊາຊົນ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນວາລະພົບປະຄັ້ງນີ້ ສສຊ-ສສນວ ໄດ້ຜັດປ່ຽນກັນ ລາຍງານເຜີຍແຜ່ວຽກງານທີ່ກ່ຽວຂ້ອງໃຫ້ກັບ ບັນດາຜູ້ມີສິດເລືອກຕັ້ງໄດ້ຮັບຊາບ ພ້ອມນັ້ນ ຍັງໄດ້ປະກອບຄໍາຄິດເຫັນ-ແລກປ່ຽນຄໍາຄິດເຫັນ ຊຶ່ງກັນ ແລະ ກັນ ແລະ ຄໍາສະເໜີຈໍານວນໜຶ່ງ ເປັນຕົ້ນແມ່ນບັນຫາລາຄາໄຟຟ້າແພງ, ຄ່າຄອງຊີບ, ການບໍລິການເກັບຂີ້ເຫຍື້ອບໍ່ຖ່ວງທັນ (ຂີ້ເຫຍື້ອຊະຊາຍ), ເສັ້ນທາງເມືອງຈັນທະບູລີເປ່ເພຫຼາຍ ທັ້ງໆທີ່ວ່າ ເປັນເສັ້ນທາງຕົວເມືອງ.
(ຂ່າວ: ແສງຈັນ)

ຄໍາເຫັນ