ສສຊ ເຂດ 5 ລົງເລິກປັບປຸງບາງເນື້ອໃນກົດໝາຍສາມັນສຶກສາ

ສສຊ ເຂດ 5 ລົງເລິກປັບປຸງບາງເນື້ອໃນກົດໝາຍສາມັນສຶກສາ

ສສຊ ເຂດ 5 ລົງເລິກປັບປຸງບາງເນື້ອໃນກົດໝາຍສາມັນສຶກສາ
ສະມາຊິກສະພາແຫ່ງຊາດ(ສສຊ)ເຂດເລືອກຕັ້ງ ທີ 5 ແຂວງບໍ່ແກ້ວ ໄດ້ລົງເລິກໃສ່ເນືຶ້ອໃນບາງມາດຕາຂອງກົດໝາຍວ່າດ້ວຍສາມັນສຶກສາ(ສ້າງໃໝ່)ແນໃສເພື່ອເຮັດໃຫ້ກົດໝາຍສະບັບດັ່ງກ່າວໃນການນຳໄປຈັດຕັ້ງປະຕິບັດໃຫ້ແທດເໝາະກັບຄວາມເປັນຈິງ,ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 18 ມີຖຸນານີ້, ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຄິກະຊວງສຶກສາທິການ ແລະ ກິລາ ໄດ້ສະເເໜີ ກົດໝາຍວ່າດ້ວຍສາມັນສຶກສາ(ສ້າງໃໝ່), ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ,ຈາກນັ້ນ ສສຊ ໄດ້ສຸມທຸກສະຕິປັນຍາຢ່າງກົງໄປກົງມາໃສ່ກົດໝາຍດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ.
ສສຊ ເຂດ 5 ລງເລກປບປງບາງເນອໃນກດໝາຍສາມນສກສາ - image 1
 

ທ່ານ ພັນໂທ ເນັ່ງສີດາ ເບຼຍລືມົວ ສສຊ ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວມີຄຳເຫັນໃນມາດຕາທີສອງ ສາມັນສຶກສາ ແມ່ນການຮຽນການສອນ ຄວາມຮູ້ພື້ນຖານທົ່ວໄປ ໂດຍມີຈຸດໝາຍພັດທະນານັກຮຽນ ຢ່າງຮອບດ້ານ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະກ່ຽວກັບ ພາສາລາວ, ຄະນິດສາດ ແລະ ພາສາຕ່າງປະເທດໃດໜຶ່ງ ຂັ້ນພື້ນຖານ, ມີຄວາມຮູ້ ດ້ານວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ, ກິລາ-ກາຍະກຳ, ສິລະປະ, ເຕັກໂນໂລຊີ ແລະ ວິຊາຊີບ ເພື່ອກຽມເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ຫຼື ປະກອບອາຊີບ.ຊຶ່ງຢູ່ໃນມາດຕານີ້ວັກທີສອງການຮຽນການສອນຄວາມຮູ້ພື້ນຖານທົ່ວໄປຢາກໃຫ້ເວົ້າຂັ້ນປະຖົມສຶກສາ ຫຼື ມໍຕົ້ນ ແລະ ມໍປາຍໃຫ້ມີຄວາມຈະແຈ້ງຕື່ມ ແລະ ໃນວັກສຸດທ້າຍກ່ຽວກັບການເຂົ້າຮຽນຕໍ່ສາຍອາຊີວະສຶກສາຊັ້ນສູງປະກອບອາຊີບຕໍ່ບັນຫານີ້ ຢາກໃຫ້ຂຽນວ່າປະກອບອາຊີບໃດໜຶ່ງທີ່ມີຄວາມຊຳນານ ເປັນຊ່ຽວຊານເປັນນັກຄົ້ນຄວ້າ ແລະ ເປັນອາຈານ ຕໍ່ບັນຫານີ້ກໍຢາກໃຫ້ເພີ່ມຕື່ມໃສ່,ໃນມາດຕາ4 ນະໂຍບາຍຂອງລັດກ່ຽວກັບວຽກງານສາມັນສຶກສາລັດ ຖືເອົາວຽກງານສາມັນສຶກສາ ເປັນພື້ນຖານໃນການພັດທະນາຊັບພະຍາກອນມະນຸດ, ສົ່ງເສີມ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ພົນລະເມືອງທຸກຄົນ ໂດຍບໍ່ຈໍາແນກ ເພດ, ໄວ ແລະ ເຜົ່າ ເຂົ້າເຖິງການສຶກສາ ແລະ ກຳນົດໃຫ້ຊັ້ນມັດທະຍົມສຶກສາຕອນຕົ້ນ ເປັນການສຶກສາພາກບັງຄັບ ແລະ ເປັນການສຶກສາທີ່ບໍ່ເສຍຄ່າ ຢູ່ໃນສະຖານການສຶກສາຂອງລັດ.ຕໍ່ມາດຕານີ້ແມ່ນຢາກໃຫ້ເວົ້າແຈ້ງຕື່ມໂດຍສະເພາະໃນວັກທີໜຶ່ງລັດໄດ້ຖືເອົາວຽກງາກງານສຶກສາເປັນພື້ນຖານ ແລະຢາກໃຫ້ຂຽນໃສ່ຕື່ມອີກວ່າເປັນປັດໃຈພື້ນຖານ ແລະ ການກຳນົດຊັ້ນມັດທະຍົມຕອນຕົ້ນເປັນພາກບັງຄັບ ແລະ ສຳລັບມໍປາຍບໍ່ມີພາກບັງຄັບຕໍ່ບັນຫານີ້ກໍຢາກໃຫ້ອະທິບາຍໃຫ້ມີຄວາມຈະແຈງຕື່ມ, ໃນວັກທີສອງ ລັດລົງທຶນເຂົ້າໃສ່ການພັດທະນາວຽກງານການສຶກສາ ຢາກໃຫ້ຕື່ມໃສ່ວ່າລັດໄດ້ລົງທຶນຊຶ່ງຈະມີນໍ້າໜັກ ແລະ ຄວາມຈະແຈ້ງຂຶ້ນຕື່ມຊຶ່ງຈະມິປະສິດທິພາບ ແລະ ປະສິດທິຜົນ ,ໃນນັ້ນກຽ່ວກັບນະໂຍບາຍຕໍ່ຄູ ແລະ ບຸກຄະລາກອນການສຶກສາທີ່ເວົ້າວ່າ:ໄດ້ຢ່າງເໝາະສົມແຕ່ຢາກໃຫ້ປ່ຽນຄຳສັບວ່າ:ໃຫ້ດີທີ່ສຸດ ແລະ ຕໍ່ກັບການສະໜອງຄູໃຫ້ພຽງພໍແມ່ນຢາກໃຫ້ຂຽນວ່າ:ຮັັບປະກັນການຮຽນ ແລະ ການສອນ, ສໍາລັບນັກຮຽນພິການທີ່ມີພອນສະຫວັນຢາກໃຫ້ຂຽນຕື່ມວ່າ:ຜູ້ຢູ່ເຂດຫ່າງໄກສອກຫຼີກ,ເຂດຊົນນະບົດຊົນເຜົ່າມາຕື່ມໃສ່ຊຶ່ງຈະເຮັດໃຫ້ມີຄວາມຈະແຈ້ງ ແລະ ມີນໍ້າໜັກຫຼາຍຂຶ້ນ,ໃນຂະນະດຽວກັນໃນມາດຕາມ 30 ຫຼັກສູດສາມັນສຶກສາ,ຫຼັກສູດສາມັນສຶກສາ ແມ່ນເອກະສານ ທີ່ກຳນົດຫຼັກການ, ຈຸດໝາຍຂອງການສຶກສາ, ໂຄງສ້າງເນື້ອໃນວິຊາຕ່າງໆ, ວິທີການຈັດຕັ້ງການຮຽນການສອນ ຂອງແຕ່ລະຊັ້ນ, ແຕ່ລະສາຍ, ການປະເມີນຜົນວິຊາຮຽນຕ່າງໆ ເພື່ອຮັບປະກັນໃຫ້ນັກຮຽນມີຄວາມຮູ້, ຄວາມສາມາດ, ທັກສະ, ຄວາມສະຫຼາດແລະ ຄຸນສົມບັດ,ຫຼັກສູດສາມັນສຶກສາ ປະກອບດ້ວຍຫຼັກສູດການສຶກສາແຫ່ງຊາດ, ຫຼັກສູດການສຶກສາທ້ອງຖິ່ນ ແລະ ຫຼັກສູດການສຶກສານານາຊາດ.ນອກຈາກນັ້ນ ຍັງມີຫຼັກສູດວິຊາຊີບຊັ້ນຕົ້ນ ທີ່ສາມາດນໍາໃຊ້ ສໍາລັບຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ໂດຍກະຊວງສຶກສາທິການ ແລະ ກິລາ ອະນຸມັດໃຫ້ນໍາໃຊ້ໃນແຕ່ລະໄລຍະ.ໃນມາດຕານີ້ຢາກໃຫ້ຂຽນເພີ່ມວ່າ: ມີວິທະຍາສາດເຂົ້າຕື່ມໃສ່ອີກ,ໃນມາດຕາ 31 ເນື້ອໃນຫຼັກສູດສາມັນສຶກສາຢາກໃຫ້ຂຽນວ່: ເນື້ອໃນປະຕິຮູບຫຼັກສູດໃນການສຶກສາ,ມາດ ຕາ 62 ນະໂຍບາຍຕໍ່ການຮຽນ ແລະ ການສອນສາມັນສຶກສາ ຢາກໃຫ້ເວົ້າແຈ້ງຕື່ມວ່າ:ໄດ້ຮັບນະໂຍບາຍອັນໃດກໍຢາກໃຫ້ເວົ້າແຈ້ງຊຶ່ງຈະເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມຂຶ້ນຕື່ມ,ໃນມາດຕາ 83 ຄ່າຮຽນຊຶ່ງມີວັກໜຶ່ງໃນມາດຕານີ້ເວົ້າວ່າ ພາຍໃຕ້ການຄຸ້ມຄອງຂອງລັດ ຕໍ່ບັນຫານີ້ຢາກໃຫ້ຂຽນຄຳວ່າຮັດກຸມໃສ່ຕື່ມ ແລະ ແຈ້ງຄ່າບໍລິການຕ່າງໆ,ໃນນັ້ນຕໍ່ບັນຫາຄຸ້ມຄອງຂອງລັດຜ່ານມາເຫັນວ່າຍັງເຮັດບໍ່ທັນໄດ້ດີສະແດງອອກໃນຄ່າບໍລິການພາກເອກກະຊົນຍັງເກັບຄ່າຮຽນໃນລາຄາແພງຕໍ່ບັນຫານີ້ພວກເຮົາຈະບໍ່ມີໂອກາດພັດທະນາຊັບພະຍາກອນມະນຸດເຕັມຮູບແບບ ສະນັ້ນຈຶ່ງຢາກສະເໜີພາກສ່ວນທີ່ກ່ຽວຂ້ອງພິຈາລະນາເບິ່ງຄືນ,ໃນຂະນະດຽວກັນງົບປະມານຂອງລັດຕໍ່ການສຶກສາຜ່ານມາເຫັນວ່າຍັງບໍ່ທັນພຽງພໍຕໍ່ບັນຫານີ້ກໍຢາກໃຫ້ເພີ່ມຂຶ້ນເພື່ອເຮັດໃຫ້ນັກຮຽນຮູ້ປັນຍາຊົນມີຄວາມຮູ້ຄວາມສາມາດ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ