ສສຊ ແລະ ສສຂ ແຂວງວຽງຈັນ ສໍາເລັດການເຜີຍແຜ່ຜົນຂອງກອງປະຊຸມຢູ່ເມືອງທຸລະຄົມ

ສສຊ ແລະ ສສຂ ແຂວງວຽງຈັນ ສໍາເລັດການເຜີຍແຜ່ຜົນຂອງກອງປະຊຸມຢູ່ເມືອງທຸລະຄົມ
ຄະນະຜູ້ແທນ ສສຊ ແລະ ສສຂ ແຂວງວຽງຈັນ ທີ່ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງວຽງຈັນ ເທື່ອທີ 6 ຊຸດທີ II ຢູ່ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງນໍາໂດຍທ່ານ ບຸນນໍາ ຈັນທອງສີ ສສຊ ເຂດ 10 ແຂວງວຽງຈັນ ຊຶ່ງເລີ່ມເຄື່ອນໄຫວແຕ່ວັນທີ 23 ມັງກອນ-ວັນທີ 2 ກຸມພາ 2024 ລວມມີ 10 ຈຸດ ເຄື່ອນໄຫວ. 
    ການລົງເຄື່ອນໄຫວຂອງຄະນະຜູ້ແທນຄັ້ງນີ້, ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງວຽງຈັນ ເທື່ອທີ 6 ຊຸດທີ ຢູ່ບັນດາກົມກອງ ແລະ ບັນດາບ້ານ ຂອງ 5 ກຸ່ມບ້ານ ຢູ່ເມືອງທຸລະຄົມ ເພື່ອແນໃສ່ເຮັດໃຫ້ພະນັກງານທຸກສາຂາອາຊີບ, ການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນຮັບຮູ້ເຂົ້າໃຈ, ໂດຍລວມແລ້ວຮູບການເຄື່ອນໄຫວມີລັກສະນະດຽວຄືກັບຊຸດຜ່ານໆມາ. ສໍາລັບຄໍາສະເໜີຕ່າງໆຂອງປະຊາຊົນ ສັງລວມແລ້ວແມ່ນສະເໜີໃຫ້ຂັ້ນເທິງສືບຕໍ່ແກ້ໄຂບັນຫາຄ່າຄອງຊີບ, ລາຄານໍ້າມັນ, ສິນຄ້າຖີບຕົວຂຶ້ນສູງ, ອັດຕາເງິນເຟີ້, ການແກ້ໄຂວຽກເຮັດງານທໍາ, ການຊອກຫາຕະຫຼາດວາງຂາຍຜົນຜະລິດຂອງປະຊາຊົນ, ບັນຫາສ້ອມແປງເສັ້ນທາງເປ່ເພ, ສະເໜີຂໍທາງປູຢາງ, ປັບປຸງ-ຂະຫຍາຍລະບົບຄອງຊົນລະ ປະທານ, ຂອດປະສານງານການແກ້ໄຂບັນຫາຂອງບາງຂະແໜງການໃຫ້ກົມກຽວກະທັດຮັດ, ບໍ່ແກ່ຍາວເວລາ, ບັນຫາປະກົດການຫຍໍ້ທໍ້ໃນຖັນແຖວໄວໜຸ່ມ, ສະເໜີພິຈາລະນາເພີ່ມເງິນເດືອນພະນັກງານ, ກໍາມະກອນ ແລະ ອາຊີບຕ່າງໆໃຫ້ດຸ່ນດ່ຽງກັບຄ່າຄອງຊີບໃນປະຈຸບັນ ແລະ ອື່ນໆ.
(ຂ່າວ: ບ່າວທົ່ງ-ລ້ອງງື່ມ-ພາບ: ສົມສະໜິດ ລາດຊະວົງ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ສະຫະພັນກໍາມະບານທະນາຄານ ແຫ່ງ ສປປ ລາວ ຄັ້ງທີ IX

ກອງປະຊຸມໃຫຍ່ສະຫະພັນກໍາມະບານທະນາຄານ ແຫ່ງ ສປປ ລາວ ຄັ້ງທີ IX

ສະຫະພັນກໍາມະບານທະນາຄານ ແຫ່ງ ສປປ ລາວ (ສກບ.ທຫລ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານທະນາຄານແຫ່ງ ສປປ ລາວ ຄັ້ງທີ IX ຂຶ້ນໃນວັນທີ 30 ມິຖຸນາ ນີ້ ທີ່ສະຖາບັນການທະນາຄານ ໂດຍການເປັນປະທານຂອງສະຫາຍ ນາງ ມະໂນລາ ເມືອງມະນີ ຮັກສາການປະທານຄະນະບໍລິຫານງານ ສກບ.ທຫລ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກໍາມະບານລາວ, ມີແຂກຖືກເຊີນ ພ້ອມດ້ວຍສະມາຊິກກໍາມະບານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II

ໃນວັນທີ 30 ມິຖຸນານີ້, ສະພາປະຊາຊົນແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ.
ຫສພ ເຜີຍແຜ່ເອກະສານສຳຄັນ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ

ຫສພ ເຜີຍແຜ່ເອກະສານສຳຄັນ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ

ໃນຕອນເຊົ້າວັນທີ 30 ມິຖຸນາ ນີ້, ຫ້ອງວ່າການສູນກາງພັກ (ຫສພ) ໄດ້ເຊື່ອມຊຶມມະຕິ 10 ສະ ໄໝ XI ຂອງສູນກາງພັກ ແລະ ເອກະສານວັນສຳຄັນຂອງພັກຂອງຊາດຈຳນວນໜຶ່ງ, ໂດຍການເຂົ້າຮ່ວມແລະ ເຜີຍແຜ່ຂອງ ສະຫາຍ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ຊຶ່ງມີຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນທົ່ວ ຫສພ ເຂົ້າຮ່ວມ.
ສະຫວັນນະເຂດ ເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຊຸດທີ II

ສະຫວັນນະເຂດ ເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຊຸດທີ II

ໃນວັນທີ 30 ມິຖຸນານີ້, ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງຊຸດທີ II, ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ມີທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວັນນະເຂດ, ມີການນໍາພັກ-ລັດຂັ້ນແຂວງ, ບັນດາສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ, ອົງການຈັດຕັ້ງຕ່າງໆອ້ອມຂ້າງແຂວງ, ເມືອງເຂົ້າຮ່ວມ.
ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີຄັ້ງທີ 2 ສະໄໝທີ X

ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີຄັ້ງທີ 2 ສະໄໝທີ X

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີ ແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ X ໄດ້ສໍາເລັດລົງໃນວັນທີ 26 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີ.
ສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຍົມມະລາດ

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຍົມມະລາດ

ກອງປະຊຸມໃຫຍ່ຄັ້ງທີ XIV ຜູ້ແທນອົງຄະນະພັກເມືອງຍົມມະ ໄດ້ອັດລົງໃນ ວັນທີ 28 ມິຖຸນານີ້ ທີ່ສະໂມສອນຂອງເມືອງ ໂດຍມີຜູ້ແທນສົມບູນເຂົ້າຮ່ວມຈໍານວນ 150 ສະຫາຍຍິງ 16 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ 1,549 ສະຫາຍໃນທົ່ວເມືອງ.
ຍົມມະລາດ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ XIV

ຍົມມະລາດ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ XIV

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຍົມມະລາດ ແຂວງຄໍາມ່ວນ ຄັ້ງທີ XIV ໄດ້ໄຂຂຶ້ນໃນວັນທີ 27 ມິຖຸນານີ້, ໂດຍການເປັນປະທານຂອງສະຫາຍ ຄໍາໝັ້ນ ສໍປະເສີດ ກຳມະການພັກແຂວງ, ຮັກສາການເລຂາພັກເມືອງເຈົ້າເມືອງຍົມມະລາດ, ເປັນກຽດເຂົ້າຮ່ວມມີສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຄຳມ່ວນ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ ຈຳນວນ 150 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງເຂົ້າຮ່ວມ.
ສຳເລັດກອງປະຊຸມໃຫຍ່ຄະນະພັກຮາກຖານຫ້ອງວ່າການແຂວງຊຽງຂວາງ

ສຳເລັດກອງປະຊຸມໃຫຍ່ຄະນະພັກຮາກຖານຫ້ອງວ່າການແຂວງຊຽງຂວາງ

ກອງປະຊຸມໃຫຍ່ ຄະນະພັກຮາກຖານຫ້ອງວ່າການແຂວງຊຽງຂວາງ ຄັ້ງທີIII ໄດ້ດຳເນີນໃນວັນທີ27ມິຖຸນານີ້ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວສງ ເຈົ້າແຂວງໆຊຽງຂວາງ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້​ປິດ​ລົງ​ດ້ວຍຜົນສຳເລັດຢ່າງຈົບງາມ ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ທີ່ ສະພາແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.
ອົງຄະນະພັກກອງບັນຊາການທະຫານແຂວງຄໍາມ່ວນດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI

ອົງຄະນະພັກກອງບັນຊາການທະຫານແຂວງຄໍາມ່ວນດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI ອົງຄະນະພັກກອງບັນຊາການທະຫານແຂວງຄໍາມ່ວນໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາຜ່ານມາ ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍພາຍການເປັນປະທານຂອງສະຫາຍ ພັອ ສີສົມພູ ແກ້ວບຸນລ້ອມ ເລຂາຄະນະພັກຮັກສາການຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງທັງເປັນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ສະຫາຍ ພົຈ ແສງມະນີວອນ ຄໍາມະນີ ຄະນະພັກກະຊວງປ້ອງກັນປະເທດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ.
ເພີ່ມເຕີມ