ໄດ້ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດ ແລະ ໂຄງການພັດທະນາຕ່າງໆ ທີ່ຈັດຕັ້ງປະຕິບັດຢູ່ໃນ ນວ ກ່ຽວກັບການຊົດເຊີຍຊັກຊ້າ, ບໍ່ເໝາະສົມ ແລະ ຜົນກະທົບອື່ນໆ ພາຍຫຼັງການຈັດຕັ້ງປະຕິບັດບັນດາໂຄງການ ເຊັ່ນ: ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລໂວນ, ໂຄງການທາງດ່ວນວຽງຈັນ ໝາຍເລກ 1, ໂຄງການລົດໄຟລາວ-ຈີນ ໄລຍະທີ 2, ໂຄງການທ່າບົກ-ທ່ານາແລ້ງ ແລະ ໂລຈິສຕິກ, ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ເໜືອ, ໂຄງການກໍ່ສ້າງເສັ້ນທາງດອນນົກຂຸ້ມ-ທາງ 450 ປີ, ໂຄງການພັດທະນາບຶງສາລາຄຳ, ໂຄງການຂົນສົ່ງແບບຍືນຍົງລົດເມດ່ວນ BRT ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 ເມກາວັດ, ການຂຸດຄົ້ນແຮ່ທາດ ໂດຍສະເພາະການຕິດຕາມກວດກາໂຄງການສຶກສາສຳຫຼວດ ແລະ ຂຸດຄົ້ນແຮ່ເກືອໂປຕາສ (ເກືອກາລີ) ຢູ່ ນວ ຊຶ່ງສະພາປະຊາຊົນ ສະເໜີຕໍ່ສະພາແຫ່ງຊາດ ໄດ້ຄົ້ນຄວ້າ, ພິຈາລະນາຢ່າງຮອບດ້ານ ຕໍ່ກັບຜົນການຕິດຕາມກວດກາ ຂອງສະພາປະຊາຊົນ ນວ ແລະ ການຕິດຕາມກວດກາ ຂອງກຳມາທິການກ່ຽວຂ້ອງ ຕໍ່ຜົນກະທົບດ້ານສິ່ງແວດລ້ອມທີ່ເກີດຂຶ້ນ ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້ອອກມະຕິ ສະບັບເລກທີ 182/ຄປຈ, ລົງວັນທີ 1 ກໍລະກົດ 2025 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວໃນຕໍ່ໜ້າ.
ນອກຈາກນີ້, ຍັງໄດ້ລົງຕິດຕາມກວດກາບັນຫາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຕິດພັນກັບຄຳຮ້ອງຄຳສະເໜີ ຂອງປະຊາຊົນ ເປັນຕົ້ນ ການສົ່ງກິ່ນເໝັນເນົ່າ ແລະ ການປ່ອຍນໍ້າເສຍຂອງໂຮງງານຂ້າສັດ, ຂໍ້ຂັດແຍ່ງທີ່ດິນ, ການລັກລອບຕັດໄມ້ເຂດສະຫງວນພູພະນັງວຽກງານສາສະໜາ, ການປະລະການຮຽນ ແລະ ບັນຫາອື່ນໆ. ຊຶ່ງຄະນະປະຈຳສະພາປະຊາຊົນ ກໍໄດ້ກໍານົດເອົາບາງບັນຫາທີ່ພົ້ນເດັ່ນ ເພື່ອຕັ້ງເປັນຫົວຂໍ້ໃຫ້ອົງການປົກຄອງ ແລະ ພະແນກການກ່ຽວຂ້ອງ ຂຶ້ນລາຍງານຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນ ໃນແຕ່ລະຄັ້ງ. (ຂ່າວ: ແສງຈັນ)
ຄໍາເຫັນ