ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ

ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ

ສສຊ-ສສນວ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງສັງທອງ
ສສຊ ເຂດ 1 ນວ ລົງພົບປະຜູ້ມີສິດເລືອກຕັ້ງເມືອງສັງທອງ ແລະ ສະມາຊິກສະພາປະຊາຊົນ ນວ ລົງພົບປະກັບຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 16 ມິຖຸນານີ້ ທີ່ສະໂມສອນຂອງເມືອງສັງທອງ ນະຄອນຫຼວງວຽງຈັນ.
ສສຊ-ສສນວ ລງພບປະກບຜມສດເລອກຕງເມອງສງທອງ - image 1
 

 

ໃຫ້ກຽດນໍາພາຄະນະ ໂດຍສະຫາຍ ນາງ ບົວລະພັນ ທິລະສັກ ຄະນະປະຈໍາພັກ ປະທານຄະນະກໍາມະການ ປກຊ-ປກສ ແລະ ຍຸຕິທໍາ ສະພາປະຊາຊົນ ນວ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນວ, ເຂົ້າຮ່ວມ ໂດຍ ສະຫາຍ ສັງວອນ ພິມມະສອນ ປະທານອົງການປົກຄອງເມືອງສັງທອງ, ສະຫາຍນາງ ໂພທູນ ອ່າງມັດສາ ຮອງປະທານອົງການປົກຄອງເມືອງເຟືອງ, ຄະນະປະຈໍາພັກ ແລະ ຄະນະພັກ, ບັນດາຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ ພ້ອມດ້ວຍອົງການປົກຄອງບ້ານທີ່ນອນຢູ່ໃນຕາແສງເພຍລາດ.

ຈຸດປະສົງ ເພື່ອພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດ ທີ V, ເພື່ອຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ຜູ້ມີສິດເລືອກຕັ້ງ ໂດຍສະເພາະແມ່ນກໍາລັງປ້ອງກັນຄວາມສະຫງົບ ກ່ຽວກັບບັນຫາຂັດຂ້ອງໝອງໃຈຕ່າງໆ ເພື່ອຈະນໍາສະເໜີ ຕໍ່ສະພາປະຊາຊົນ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໃນວາລະ, ພາຍຫຼັງໄດ້ຮັບຟັງບົດລາຍງານສະພາບການຂອງບ້ານໂດຍຫຍໍ້ແລ້ວ, ບັນດາ ສສຊ-ສສນວ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ວຽກງານຕ່າງໆທີ່ກ່ຽວຂ້ອງ ແລະ ພ້ອມນັ້ນ ບັນດາຜູ້ມີສິດເລືອກຕັ້ງ ຍັງໄດ້ມີຄໍາສະເໜີ ເປັນຕົ້ນແມ່ນເຂດປ່າສະຫງວນພູພະນັງ ຍັງເຫັນປະຊາຊົນເຂົ້າບຸກລຸກປູກຕົ້ນຢາງ, ບັນຫາໄຟຟ້າ-ນໍ້າປະປາບໍ່ພຽງພໍ-ບໍ່ປົົກກະຕິ, ບັນຫາລົດແກ່ຫີນ-ຊາຍ ເກີນນໍ້າໜັກ ສົ່ງຜົນກະທົບຕໍ່ຫົນທາງ, ລາຄາສິນຄ້າກະສິກໍາ (ເຂົ້າ-ຊີ້ນໝູ).

(ຂ່າວ: ແສງຈັນ; ພາບ-ຂໍ້ມູນ: ສະພາ ນວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ ທີ່ ວທ ນະຄອນຫຼວງ

ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ ທີ່ ວທ ນະຄອນຫຼວງ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ), ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 16 ມິຖຸນານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ.
ຄໍາມ່ວນ ມອບ​ເງິນສະ​ໜັບ​ສະ​ໜູນຄອບຄົວຕົວແບບ ການປູກເຫັດ

ຄໍາມ່ວນ ມອບ​ເງິນສະ​ໜັບ​ສະ​ໜູນຄອບຄົວຕົວແບບ ການປູກເຫັດ

ການ​ນຳ​ແຂວງ​ຄຳ​ມ່ວນ ໄດ້ມອບເງິນຊຸກຍູ້ຈໍານວນ 50 ລ້ານກີບ ໃຫ້ແກ່ຄອບຄົວຕົວແບບດ້ານການປູກເຫັດ ຢູ່ບ້ານສົ້ມ ເມືອງເຊບັ້ງໄຟ ເພື່ອນໍາໃຊ້ເຂົ້າໃນການປັບປຸງ ແລະ ພັດທະນາຟາມເຫັດໃຫ້ມີປະສິດທິພາບສູງຂຶ້ນ.
ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ

ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ

ວັນທີ 12 ມິຖຸນາ 2026 ນີ້, ໄດ້ມີການສະແດງປະສານສຽງແຕກການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ລາໂຣສ 2026” ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງສະຫະພັນຣັດເຊຍ ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຮັບຊົມການສະແດງຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານ ເຂດຕາເວັນອອກ ກອງທັບແຫ່ງສະຫະພັນຣັດເຊຍ, ມີບັນດາອະດີດການນຳ, ຄະນະຊີ້ນຳການຊ້ອມຮົບຮ່ວມ, ຕະຫຼອດຮອດນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມການຫັດແອບ.
ພະແນກການເງິນ ແຂວງຄຳມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍບັນດານິຕິກຳ ວ່າດ້ວຍວຽກງານແຮ່ທາດ

ພະແນກການເງິນ ແຂວງຄຳມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍບັນດານິຕິກຳ ວ່າດ້ວຍວຽກງານແຮ່ທາດ

​ ວັນທີ 16 ມິຖຸນາ 2026 , ພະແນກການເງິນແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກຳ ກ່ຽວກັບວຽກງານແຮ່ທາດ, ໂດຍມີທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄຳມ່ວນ, ມີຄະນະພັກ-ຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.
ຄອສພ ສຳມະນາວິທະຍາສາດກະກຽມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1

ຄອສພ ສຳມະນາວິທະຍາສາດກະກຽມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກະກຽມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ຫ້ອງປະຊຸມ ຄອສພ, ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ມີບັນດາຕາງໜ້າກົມກອງ, ກະຊວງ, ອົງການ ອ້ອມຂ້າງຂັ້ນສູນກາງ ທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານສື່ມວນຊົນທົ່ວປະເທດເຂົ້າຮ່ວມ.
ສສຊ ເຂດ 6 ພົບປະ ປະຊາຊົນ ຢູ່ເມືອງຊຽງເງິນ

ສສຊ ເຂດ 6 ພົບປະ ປະຊາຊົນ ຢູ່ເມືອງຊຽງເງິນ

ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງຫລວງພະບາງ ຊຸດທີ V, ພ້ອມຄະນະ ໄດ້ເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຫລວງພະບາງ ຊຸດທີ V ທີ່ເມືອງຊຽງເງິນໃນວັນທີ 15 ມິຖຸນາຜ່ານມາ.
ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກກ ຢູ່ເມືອງຈຳປາສັກ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກກ ຢູ່ເມືອງຈຳປາສັກ

ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ15 ແຂວງຈຳປາສັກ ນຳໂດຍ ທ່ານ ນາງ ປານຄຳ ຂະຫຍອງເອກ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຈຳປາສັກໄດ້ລົງພົບປະ ປະຊາຊົນ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊູດທີ V ຢູ່ 6 ບ້ານ ທີ່ຂຶ້ນກັບຕາແສງໜອງແຕ້, 2 ກົມກອງ, ກອງພັນ 13, ກອງຮ້ອຍຊາຍແດນ 523, ຄູອາຈານ ແລະ ແພດໝໍ ແລະ 3 ບ້ານຂອງຕາແສງດອນຕະລາດຄື: ບ້ານ ໜອງສະໂນ, ບ້ານ ໜອງຫີນ ແລະ ບ້ານ ໜອງຂາມ, ໃນວັນທີ 15 ມິຖູນາຜ່ານມາ.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມໂຮງງານກັ່ນຫຼອມວັດຖຸມີຄ່າລາວ-ສາກົນ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມໂຮງງານກັ່ນຫຼອມວັດຖຸມີຄ່າລາວ-ສາກົນ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ຢ້ຽມຢາມ, ຕິດຕາມຄວາມຄືບໜ້າຂອງການດຳເນີນງານ ແລະ ຢ້ຽມຊົມຂະບວນການຜະລິດຂອງໂຮງງານກັ່ນຫຼອມວັດຖຸມີຄ່າລາວ-ສາກົນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນ​ວັນ​ທີ 11 ມິ​ຖຸ​ນາ​ຜ່ານ​ມາ ໂດຍ​ມີ ທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງໂຮງງານກັ່ນຫຼອມວັດຖຸມີຄ່າລາວ-ສາກົນ ພ້ອມດ້ວຍຄະນະຜູ້ບໍລິຫານ ໃຫ້​ການ​ຕ້ອນ​ຮັບ.
ນວ ສ້າງພະນັກງານຮາກຖານການເມືອງປະຈໍາປີ 2026

ນວ ສ້າງພະນັກງານຮາກຖານການເມືອງປະຈໍາປີ 2026

ນະຄອນຫຼວງວຽງຈັນ (ນວ) ເປີດຝຶກອົບຮົມ ຫຼັກສູດສະເພາະສ້າງພະນັກງານກໍ່ໍ່ສ້າງຮາກຖານການເມືອງປະຈໍາປີ 2026, ໃນວັນທີ 15 ມິຖຸນານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງນະຄອນ ຫຼວງວຽງຈັນ. ໃຫ້ກຽດໃນພິທີ ໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີ ບັນດາພະນັກງານລົງຮາກຖານ ອ້ອມຂ້າງ ນວ, ພະນັກງານ ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງ ນວ ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 6.
ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ) ກຸ່ມ 1, ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 13 ມິຖຸນາ ຜ່ານມານີ້ ທີ່ວັດອົງຕື້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ