ສື່ມວນຊົນ ຮ່ວມເຄື່ອນໄຫວເກັບກໍາຂ່າວວຽກງານສຸຂະພາບຈະເລີນພັນຢູ່ແຂວງວຽງຈັນ

ສື່ມວນຊົນ ຮ່ວມເຄື່ອນໄຫວເກັບກໍາຂ່າວວຽກງານສຸຂະພາບຈະເລີນພັນຢູ່ແຂວງວຽງຈັນ

ສື່ມວນຊົນ ຮ່ວມເຄື່ອນໄຫວເກັບກໍາຂ່າວວຽກງານສຸຂະພາບຈະເລີນພັນຢູ່ແຂວງວຽງຈັນ
ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນຈາກໜັງສືພິມປະຊາຊົນ, ໜັງສືພິມວຽງຈັນໃໝ່, ໜັງສືພິມພາສາຕ່າງປະເທດ, ໂທລະພາບ Vte9 ແລະ ວິທະຍຸປ້ອງກັນຄວາມສະຫງົບ (ປກສ) ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໃນລະຫວ່າງວັນທີ 1-4 ກໍລະກົດນີ້.
ສມວນຊນ ຮວມເຄອນໄຫວເກບກາຂາວວຽກງານສຂະພາບຈະເລນພນຢແຂວງວຽງຈນ - image 1
 

ໂອກາດນີ້, ທ່ານ ນາງ ວຽງມະນີ ແກ້ວມະຫາວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນຜູ້ຊີ້ນໍາວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ໃຫ້ຮູ້ກ່ຽວກັບການຕິດຕາມ, ຊຸກຍູ້ວຽກງານສຸຂະພາບຈະເລີນພັນໃນໄລຍະຜ່ານມາຕໍ່ສື່ມວນຊົນໃນວັນທີ 1 ກໍລະກົດ ນີ້ວ່າ: ໂດຍປະຕິບັດຕາມ 5 ຍຸດທະສາດ, ສຸຂະພາບຈະເລີນພັນໄວໜຸ່ມ, ສຸຂະພາບຂອງແມ່, ເດັກ ທີ່ໄດ້ຈັດຕັ້ງປະຕິບັດນັບແຕ່ໂຮງໝໍແຂວງ ຈົນຮອດຂັ້ນສຸກສາລາ ແລະ ແຜນປະຕິບັດງານສຸຂະພາບຈະເລີນພັນແມ່ ແລະ ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມທີ່ສູນແມ່ ແລະ ເດັກ ກໍຄືກະຊວງສາທາລະນະສຸກ ທີ່ໄດ້ວາງອອກ ພະແນກສາທາລະນະສຸກແຂວງວຽງຈັນ ກໍໄດ້ຈັດຕັ້ງປະຕິບັດຕະຫຼອດມາ.

ແຂວງວຽງຈັນ ມີໂຮງໜໍແຂວງ 1 ແຫ່ງ ປະມານ 100 ຕຽງ, ມີໂຮງໝໍເມືອງ 11 ແຫ່ງ, ສຸກສາລາ 40 ແຫ່ງ. ພ້ອມນັ້ນ, ມີການບໍລິການຄົງທີ່ ແລະ ມີບໍການເຄື່ອນທີ່ເຊື່ອມສານ ປະມານ 112 ບ້ານໃນຈໍານວນ 424 ບ້ານໃນທົ່ວແຂວງ ໂດຍສະເພາະບ້ານທີ່ມີໄວຈະເລີນພັນທີ່ຢູ່ຫ່າງໄກສອກຫຼີກໃຫ້ໄດ້ເຂົ້າເຖິງການບໍລິການຮັກສາສຸຂະພາບຢ່າງທົ່ວເຖິງ. ໃນປີ 2024 ຜ່ານມາການກວດທ້ອງໃຫ້ແມ່ຍິງຖືພາຄັ້ງທີ 1 ບັນລຸໄດ້ 96%, ກວດຄັ້ງທີ 4 ບັນລຸ 69% ຖືວ່າຍັງຕໍ່າ ຊຶ່ງເກີດມາຈາກຫຼາຍສາເຫດຄື: ຄວາມບໍ່ພໍໃຈຢູ່ສະຖານທີ່ໃຫ້ບໍລິການ, ເປັນໂຮງໝໍນ້ອຍ, ບໍ່ເຊື່ອໝັ່ນຕໍ່ແພດໝໍ, ຢູ່ຫ່າງໄກສອກຫຼີກ ເຮັດໃຫ້ບໍ່ມາກວດທ້ອງ, ຝາກທ້ອງນໍາແພດໝໍ ແລະ ອື່ນໆ. ໃນນັ້ນ, ມີແມ່ຖືພາມາເກີດລູກຢູ່ສະຖານທີ່ບໍລິການໄດ້ພຽງ 73% ເຫັນວ່າຍັງບໍ່ບັນລຸຕາມໂຕເລກສະພາຮັບຮອງໃຫ້ແຕ່ລະແຂວງປະຕິບັດ 89%. ຢ່າງໃດກໍຕາມກໍໄດ້ມີຄວາມພະຍາຍາມປັບປຸງການບໍລິການຕ່າງໆ ເພື່ອເຮັດໃຫ້ແມ່ຍິງຖືພາເຂົ້າມາບໍລິການຝາກທ້ອງຫຼາຍຂຶ້ນ ເພື່ອເຮັດໃຫ້ຫຼຸດຜ່ອນການເສຍຊີວິດຂອງແມ່ ແລະ ເດັກ. ພ້ອມນັ້ນ, ການເສຍຊີວິດຂອງແມ່ຖືພາ ໃນປີ 2024 ມີພຽງ 3 ກໍລະນີ ຖ້າທຽບໃສ່ປີ 2023 ຫຼຸດລົງຕາມລໍາດັບ.

ທ່ານ ນາງ ວຽງມະນີ ແກ້ວມະຫາວົງ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າຈະເລັ່ງໃສ່ການເກັບຂໍ້ມູນ ເພື່ອສະ ເໜີໃຫ້ໂຮງໝໍສູນກາງປ້ອນຂໍ້ມູນໃຫ້ຄຽງຄູ່ກັບການໃຫ້ຂໍ້ມູນ ແລະ ຄໍາປຶກສາດ້ານສຸຂະສຶກສາໃຫ້ແກ່ແມ່ຍິງໃນຫຼາຍຮູບແບບ; ສືບຕໍ່ເຮັດກິດຈະກໍາສໍາລັບໄວໜຸ່ມຢູ່ໃນໂຮງຮຽນ ເພື່ອໃຫ້ຂະເຈົ້າມີຄວາມຮູ້ກ່ອນຈະແຕ່ງງານ ແລະ ຮັບຮູ້ເຖິງຄວາມອັນຕະລາຍຂອງການແຕ່ງງານກ່ອນໄວອັນຄວນ, ຖືພາແບບບໍ່ໄດ້ຕັ້ງໃຈ, ສືບຕໍ່ໃຫ້ຄໍາປຶກສາຄູ່ແຕ່ງງານໃໝ່ ຊຶ່ງຈະໄດ້ຜົນດີ ແລະ ຊ່ວຍຫຼຸດຜ່ອນການຕາຍຂອງແມ່ ໂດຍເພີ່ມການສັກຢາກັນພະຍາດໃຫ້ແມ່ ແລະ ອື່ນໆ.

ສມວນຊນ ຮວມເຄອນໄຫວເກບກາຂາວວຽກງານສຂະພາບຈະເລນພນຢແຂວງວຽງຈນ - image 2
 

ການເຄື່ອນໄຫວໃນຄັ້ງນີ້, ສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນໄດ້ຮ່ວມກັນເກັບກຳຂ່າວການຈັດຕັ້ງປະຕິບັດວຽກງານສຸຂະພາບຈະເລີນພັນ, ກວດທ້ອງ, ວາງແຜນຄອບຄົວ ແລະ ການໃຫ້ຄຳປຶກສາວຽກງານສຸຂະພາບຈະເລີນພັນ ຢູ່ພາຍໃນແຂວງແລ້ວ, ຍັງຈະໄດ້ເຄື່ອນໄຫວເກັບກໍາຂ່າວວຽກງານດັ່ງກ່າວຢູ່ ເມືອງວັງວຽງ ແຂວງວຽງຈັນ ຕື່ມອີກ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ