ສື່ມວນຊົນເປັນກະບອກສຽງທີ່ແຫຼມຄົມຂອງພັກ - ລັດຢ່າງແທ້ຈິງ

ສື່ມວນຊົນເປັນກະບອກສຽງທີ່ແຫຼມຄົມຂອງພັກ - ລັດຢ່າງແທ້ຈິງ

ສື່ມວນຊົນເປັນກະບອກສຽງທີ່ແຫຼມຄົມຂອງພັກ - ລັດຢ່າງແທ້ຈິງ
ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນ, ເນື່ອງຈາກວ່າສື່ມວນຊົນມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນເຄື່ອງມື ເປັນປາກກະບອກສຽງອັນແຫຼມຄົມຂອງອົງການຈັດຕັ້ງພັກ-ລັດ ແລະ ສັງຄົມໃນການໂຄສະນາສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມທົ່ວປວງຊົນໃຫ້ມີນໍ້າໃຈຮັກຊາດຮັກລະບອບໃໝ່.

 

 

ເພື່ອຂໍ່ານັບຮັບຕ້ອນວັນສຳຄັນດັ່ງກ່າວທີ່ໃກ້ຈະມາເຖິງນີ້, ທ່ານນາງ ສິມມະນີ ແກ້ວແກ່ນ ຜູ້ອຳນວຍການໂທລະພາບແຫ່ງຊາດລາວ ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຍາມໃດພັກ-ລັດ ກໍຄືຜູ້ນຳການປະຕິວັດລາວແຕ່ລະຮຸ່ນລ້ວນແຕ່ຖືສຳຄັນວຽກງານໂຄສະນາສຶກສາອົບຮົມ ແລະ ນຳໃຊ້ສື່ຕ່າງໆເປັນພາຫານະອັນແຫຼມຄົມເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍທີ່ຖືກຕ້ອງສ່ອງໃສຂອງພັກລົງເຖິງປະຊາຊົນລາວບັນດາເຜົ່າ ປຸກລະດົມຂົນຂວາຍໃຫ້ມີນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູເຂົ້າຮ່ວມຂະບວນການປົດປ່ອຍປະເທດຊາດ. ຕະຫຼອດໄລຍະແຫ່ງການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບມາສູ່ປະຊາຊົນກໍຄືໄລຍະ 50 ປີແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໃນນັ້ນ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍກໍໄດ້ກາຍເປັນອາວຸດອັນແຫຼມຄົມ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນໄຊຊະນະລວມຂອງການປະຕິວັດ.

ໂດຍປະຕິບັດຕາມພາລະບົດບາດຂອງໂທລະພາບແຫ່ງຊາດລາວໃນໄລຍະ 1 ປີຜ່ານມາ, ໄດ້ປະຕິບັດໜ້າທີ່ທີ່ມີກຽດສະຫງ່າງາມຂອງຕົນໃນການກະຈາຍຂໍ້ມູນຂ່າວສານທີ່ສຳຄັນຂອງພັກ-ລັດ ແລະ ສັງຄົມ, ສ່ອງແສງເຫດການທີ່ພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງວ່ອງໄວ, ຕ້ານປະກົດການຫຍໍ້ທໍ້ຕ່າງໆຂອງສັງຄົມ ແລະ ຖ້ອຍທຳນອງບິດເບືອນຄວາມຈິງ ໃສ່ຮ້າຍປ້າຍສີຂອງຜູ້ບໍ່ຫວັງດີຕໍ່ຜົນສຳເລັດໃນການປົກປັກຮັກສາພັດທະນາປະເທດຊາດ, ໂຄສະນາໃຫ້ແກ່ວັນສຳຄັນຕ່າງໆຂອງພັກ-ຂອງຊາດຢ່າງກວ້າງ ເປັນຕົ້ນການເຄື່ອນໄຫວວຽກງານການເປັນປະທານອາຊຽນ 2024 ຂອງ ສປປ ລາວ ເປັນເຈົ້າພາບ; ການໂຄສະນາດຶງດູດນັກທ່ອງທ່ຽວໃນໂອກາດເປີດປີທ່ອງທ່ຽວລາວ 2024 ແລະ ນຳໃຊ້ເສັ້ນທາງລົດໄຟລາວ-ຈີນ; ການດຳເນີນການປັບປຸງລັດຖະທຳມະນູນ ສະບັບປີ 2015 ແລະ ການກະກຽມດຳເນີນບັ້ນສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດຄັ້ງທີ 5 ປີ 2025 ແລະ ວັນສຳຄັນອື່ນໆ.

ຄຽງຄູ່ກັບຜົນງານ ແລະ ຜົນສຳເລັດຍັງມີສິ່ງທ້າທາຍຕໍ່ສື່ມວນຊົນ ໂດຍສະເພາະໂທລະພາບໃນຍຸກປັດຈຸບັນເຊັ່ນ: ບຸກຄະລາກອນຍັງມີຄວາມຈຳກັດໂດຍສະເພາະແມ່ນໂກຕ້າພະນັກງານເພື່ອສ້າງເປັນພະນັກງານສືບທອດປ່ຽນແທນ, ອຸປະກອນເກົ່າແກ່ຊຸດໂຊມ ຊຶ່ງເປັນສິ່ງທ້າທາຍຕໍ່ກັບໜ້າວຽກ ໂດຍສະເພາະການຍົກລະດັບຫ້ອງອອກອາກາດ ງົບປະມານຮັບໃຊ້ຍັງບໍ່ທັນຕອບສະໜອງໄດ້ກັບໜ້າວຽກຕົວຈິງ. ຕໍ່ກັບບັນຫາດັ່ງກ່າວ, ໃນຕໍ່ໜ້າໂທລະພາບແຫ່ງຊາດລາວຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່, ສິດ, ພາລະບົດບາດຂອງຕົນຢ່າງເລິກເຊິ່ງຂຶ້ນຕື່ມ ແລະ ໃຫ້ສາມາດຮັບປະກັນໃນການຮັບໃຊ້ໜ້າທີ່ການເມືອງໃນລະດັບທີ່ດີໃຫ້ສົມກັບວ່າເປັນກະບອກສຽງທີ່ແຫຼມຄົມຂອງພັກ-ລັດທີ່ແທ້ຈິງ ແລະ ເປັນເຄື່ອງມືຮັບໃຊ້ໂຄສະນາສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ແກ່ສັງຄົມກໍຄືປະຊາຊົນ ແລະ ເປັນເວທີສົ່ງເສີມການແລກປ່ຽນບົດຮຽນ, ເປັນແຫຼ່ງຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ຕອບໂຕ້ຖ້ອຍທຳນອງຂອງກຸ່ມຄົນບໍ່ດີ, ເອົາໃຈໃສ່ພັດທະນາເນື້ອໃນ ແລະ ຮູບການໃຫ້ສາມາດດຶງດູດຄວາມສົນໃຈຂອງຜູ້ຊົມພ້ອມທັງຮັບປະກັນຕາມ 4 ລັກສະນະຂອງສື່ມວນຊົນຢູ່ໃນຂອບເຂດຂອງແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.

ໃນຍຸກດີຈີຕອນຮຽກຮ້ອງໃຫ້ສື່ມວນຊົນເອົາໃຈໃສ່ປັບປຸງ ພັດທະນາຕົນເອງໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບ, ທັນສະໄໝເທື່ອລະກ້າວພ້ອມກັນແກ້ໄຂບັນຫາຂອດອຸດຕັນ, ຫຍຸ້ງຍາກຕ່າງໆໃຫ້ມີຄວາມໂລ່ງລຽນ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ, ຕິດຕາມກວດກາ ຕອບໂຕ້ຫາງສຽງທີ່ບໍ່ດີຂອງສັງຄົມຢ່າງເປັນລະບົບ, ຕໍ່ເນື່ອງພ້ອມດຽວກັນນັ້ນກໍປະສານສົມທົບກັບພາກສ່ວນກ່ຽວຂ້ອງ, ຊີ້ແຈງອະທິບາຍບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ຄວາມຂ້ອງໃຈຂອງປະຊາຊົນໃຫ້ວ່ອງໄວ, ທັນການ, ຖືກເປົ້າໝາຍ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າຕາງໜ້າໃຫ້ຄະນະນຳຂອງໂທລະພາບແຫ່ງຊາດລາວຂໍອວຍໄຊໃຫ້ພອນບັນດາທ່ານການນຳພັກ-ລັດຈົ່ງມີຄວາມສຸກຄວາມຈະເລີນໃນຊີວິດສ່ວນຕົວ ແລະ ຄອບຄົວ ມີຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດປະກອບສ່ວນພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ນ້ຳໃຈວັນສື່ມວນຊົນ ແລະ ການພິມຈໍາໜ່າຍວັນທີ 13 ສິງຫາ ຈົ່ງໝັ້ນຍືນ !

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ