ສື່ມວນຊົນຕ້ອງໂຄສະນາໃຫ້ທຸກຊັ້ນຄົນເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ

ສື່ມວນຊົນຕ້ອງໂຄສະນາໃຫ້ທຸກຊັ້ນຄົນເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ

ສື່ມວນຊົນຕ້ອງໂຄສະນາໃຫ້ທຸກຊັ້ນຄົນເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ
ສື່ມວນຊົນຕ້ອງເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ; ໃນຂະນະດຽວກັນ, ສື່ມວນຊົນ ຕ້ອງຮັບປະກັນ 4 ລັກສະນະຕົ້ນຕໍ ຄື: “ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງນໍາພາຊີ້ນຳມະຫາຊົນ ແລະ ລັກສະນະຕົວຈິງ.

 

 

ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ເນັ້ນໃຫ້ສື່ມວນຊົນໃນພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 12 ສິງຫາຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດວ່າ: ຕະຫຼອດ 75 ປີ ຜ່ານມາ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຂະຫຍາຍຕົວທາງດ້ານປະລິມານ, ຄຸນນະພາບ, ຮູບການ, ປະເພດ ແລະ ມີເນື້ອໃນອຸດົມສົມບູນສາມາດຕອບສະໜອງບັນດາຂໍ້ມູນຂ່າວສານແກ່ສັງຄົມໄດ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ, ສື່ມວນຊົນໄດ້ ປະຕິບັດບົດບາດໃນການໂຄສະນາເຜີຍແຜ່, ສຶກສາອົບຮົມການເມືອງ-ແນວຄິດ, ບຳລຸງກໍ່ສ້າງພະນັກງານ-ລັດຖະກອນ ໄດ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ອຸດົມສົມບູນ ໄປດ້ວຍຄຸນນະພາບ; ການຄຸ້ມຄອງວຽກງານຖະແຫຼງຂ່າວ-ສື່ມວນຊົນໃນຂອບເຂດທົ່ວປະເທດ ໄດ້ຫັນເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ. ພາຍໃຕ້ການນໍາພາໂດຍກົງ ແລະ ຮອບດ້ານຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ສະແດງໃຫ້ເຫັນເຖິງທີ່ຕັ້ງ, ພາລະບົດບາດໃນການເຮັດໜ້າທີ່ເປັນກະບອກສຽງ ຂອງອົງການຈັດຕັ້ງພັກ, ລັດ ແລະ ສັງຄົມໃນການໂຄສະນາ, ສຶກສາອົບຮົມ, ເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະໜ້າຮູ້ ແລະ ອື່ນໆ ໃຫ້ແກ່ສັງຄົມ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ຍັງໄດ້ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຖ້ອຍທໍານອງບິດເບືອນ, ທັບຖົມໂຈມຕີ ແລະ ແບ່ງແຍກຄວາມສາມັກຄີພາຍໃນ ແລະ ພາຍນອກຂອງກຸ່ມຄົນບໍ່ດີ; ສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ໄດ້ເອົາໃຈໃສ່ໃນການສ້າງ, ປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ພັດທະນາບຸກຄະລາກອນ ແລະ ພື້ນຖານໂຄງລ່າງໃຫ້ທັນສະໄໝ ເພື່ອຮອງຮັບໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ ຊຶ່ງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາຮັກໄດ້ຢືນຢັນວ່າ: “ພັກເຮົາຍາມໃດກໍຖືວ່າວຽກງານສົມວນຊົນແມ່ນເຄື່ອງມືທາງດ້ານການເມືອງ-ແນວຄິດ, ເປັນພາຫານະອັນແຫຼມຄົມໃນການໂຄສະນາ ເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍ ແລະ ລະບຽບ ການຂອງລັດ”.

ຄຽງຄູ່ກັບຜົນສໍາເລັດຜ່ານມາທີ່ຍາດມາໄດ້ນັ້ນ, ໃນຕໍ່ໜ້າປະເທດເຮົາ ຍັງປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານ ຊຶ່ງ ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ສື່ມວນຊົນຕ້ອງໄດ້ເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໄດ້ມີຄວາມຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ກໍຄືສະພາບຜັນແປຂອງໂລກ ແລະ ພາກພື້ນໃຫ້ທັນການ, ແນ່ໃສ່ສ້າງຄວາມຮັບຮູ້ເຂົ້າໃຈທີ່ເປັນເອກະພາບສູງພາຍໃນຊາດ, ສ້າງກ້ອນກຳລັງແຮງຄວາມສາມັກຄີພາຍໃນພັກ, ພາຍໃນຊາດ ໃຫ້ມີຄວາມແໜ້ນແຟ້ນ, ໜັກແໜ້ນ ແລະ ເດີນຕາມອຸດົມການຂອງພັກວາງອອກ; ສ້າງລະບົບການຄຸ້ມຄອງສື່ມວນຊົນໃຫ້ເຂັ້ມແຂງສາມາດປະຕິບັດບົດບາດເປັນເສນາທິການໃຫ້ ພັກ-ລັດ.

ໃນຂະນະດຽວກັນ, ສື່ມວນຊົນ ຕ້ອງຮັບປະກັນ 4 ລັກສະນະຕົ້ນຕໍ ຄື: “ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງນໍາພາຊີ້ນຳມະຫາຊົນ ແລະ ລັກສະນະຕົວຈິງ ເພື່ອໃຫ້ສື່ມວນຊົນ ສາມາດດໍາລົງບົດບາດ ໃນ ການເສີມສ້າງຄວາມສາມັກຄີປອງດອງປວງຊົນທັງຊາດ; ໃນການໂຄສະນາ, ປຸກລະດົມ, ຊຸກຍູ້ການພັດທະນາສ້າງສາເສດຖະກິດ-ສັງຄົມຂອງປະເທດເຮົາ, ຫັນປ່ຽນເສດຖະກິດທຳມະຊາດເປັນເສດຖະກິດສິນຄ້າ: ໃນການສຶກສາອົບຮົມການເມືອງ-ແນວຄິດ, ສ້າງທັດສະນະຫຼັກໝັ້ນ, ຄວາມເຊື່ອໝັ້ນຕໍ່ອຸດົມການ ແລະ ການນໍາພາຂອງພັກ; ຊຸກຍູ້, ປຸກລະດົມ ທົ່ວປວງຊົນ ເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ໂຄສະນາດຶງດູດ ເອົາການຮ່ວມມື, ການຊ່ວຍເຫຼືອ ແລະ ການລົງທຶນຈາກຕ່າງປະເທດ ຕະຫຼອດຮອດການຕໍ່ສູ້ຕ້ານກັບບັນດາ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ເທື່ອລະກ້າວ; ໃນນັ້ນ, ຕ້ອງເລັ່ງປັບປຸງຂະຫຍາຍວຽກງານສື່ມວນຊົນທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ມີຄວາມທັນສະໄໝວ່ອງໄວ, ສື່ມວນຊົນຕ້ອງສືບຕໍ່ເຮັດໃຫ້ທ້ອງຖິ່ນໄດ້ຮັບຮູ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ, ທັນການເອົາໃຈໃສ່ບຸກບືນສ້າງຕົນເອງໃຫ້ເປັນເວທີແຫ່ງການໂຄສະນາປຸກລະດົມນໍ້າໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງ ໃຫ້ມີເນື້ອໃນທີ່ອຸດົມສົມບູນ ຫຼາຍຮູບ, ຫຼາຍສີ ແລະ ມີຂໍ້ມູນທີ່ໜັກແໜ້ນໃນການສ່ອງແສງສະພາບຄວາມເປັນຈິງຂອງຊີວິດສັງຄົມຢ່າງກວ້າງຂວາງ ໂດຍສະເພາະແມ່ນຢູ່ຮາກຖານເຂດຫ່າງໄກສອກຫຼີກ; ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ.

ສື່ມວນຊົນຕ້ອງເອົາໃຈໃສ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງ ຂອງພັກ ແລະ ລະບຽບກົດໝາຍຂອງລັດວາງອອກແຕ່ລະໄລຍະໃຫ້ເລິກເຊິ່ງ ເພື່ອປະຕິບັດໜ້າທີ່ໃນການຕອບຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຖອຍທໍານອງທີ່ບິດເບືອນຄວາມເປັນຈິງຂອງພວກກຸ່ມຄົນບໍ່ດີ, ເປັນຂົວຕໍ່ລະຫ່ວາງພັກ - ລັດ ກັບປະຊາຊົນ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ; ໃນນັ້ນ, ຕ້ອງປັບປຸງພື້ນຖານໂຄງລ່າງ, ສ້າງ ແລະ ປັບປຸງນິຕິກຳໃນຂົງເຂດສື່ມວນຊົນໃຫ້ກາຍເປັນຂໍ້ກຳນົດ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງຂໍ້ມູນຂ່າວສານ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ປັບປຸງວຽກງານຂ່າວສານທາງດ້ານອິນເຕີເນັດ ຢ່າງເປັນລະບົບຄົບຊຸດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍການປະກອບອຸປະກອນເຕັກນິກທີ່ທັນສະໄໝໃນການຮັບ-ສົ່ງຂາວສານທີ່ສະດວກ, ວ່ອງໄວ ແລະ ໜ້າເຊື່ອຖື; ປັບປຸງກົນໄກການຄຸ້ມຄອງ ແລະ ວິທີດຳເນີນງານຂອງບັນດາອົງການສື່ມວນຊົນ ໃຫ້ມີປະສິດທິຜົນ; ປັບປຸງບັນດາເນື້ອໃນຂ່າວ-ບົດໃນໜ້າໜັງສືພິມ, ລາຍການວິທະຍຸ, ໂທລະພາບ, ສືບຕໍ່ບຳລຸງກໍ່ສ້າງພະນັກງານ ບັນນາທິການ, ນັກຂ່າວ, ພະນັກງານເຕັກນິກໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານທີ່ນັບມື້ຂະຫຍາຍຕົວ.

ຄໍາເຫັນ

ຂ່າວເດັ່ນ

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ມາດຕະ ການ, ນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.
ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກເຮົາຕ້ອງເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ການປັບປຸງ ແລະ ບູລະນະແນວທາງຂອງພັກ.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທິ II ປະຈຳປີ 2025 ໄດ້ປິດລົງໃນຕອນບ່າຍວັນທີ 13 ມັງກອນ ນີ້ ພາຍຫຼັງດຳເນີນມາ 2 ວັນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກໃນໄລຍະ 5 ປີມານີ້ ກໍຄືການປະຕິບັດແນວທາງປ່ຽນແປງ ໃໝ່ ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພວກເຮົາສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ຊຶ່ງຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາ ພາລະກິດປະຕິວັດໃນຂັ້ນຕໍ່ໄປ.
ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ລາວ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງລາວ ແລະ ສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຫວຽດນາມ ວ່າ:
ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະ ຫາຍກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍາ ນວ, ການນໍາບັນດາແຂວງ, ປະຊາຊົນລາວບັນດາເຜົ່າຊາວ ນວ ແລະ ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດທາງອອນລາຍ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານໃນຕອນເຊົ້າວັນທີ 9 ມັງກອນ 2026 ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນບ່າຍວັນທີ 8 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ບໍລິສັດສະຕາໂທລະຄົມຈຳກັດ ຫຼື (ຢູນີເທວ Unitel) ໄດ້ມອບເງິນຈຳນວນ 1,2 ຕື້ກີບ ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,
ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ສະຫາຍ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ (150 ຕຽງ) ໄດ້ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າກອງເລຂາກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ດຳເນີນມາແຕ່ວັນທີ 6 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ, ຍັງມີແຂກຖືກເຊີນຈໍານວນ 391 ສະຫາຍ ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ.
ເພີ່ມເຕີມ