ສຊປລ ສະຫຼອງວັນເດັກນ້ອຍສາກົນ 1 ມິຖຸນາ

ສຊປລ ສະຫຼອງວັນເດັກນ້ອຍສາກົນ 1 ມິຖຸນາ

ສຊປລ ສະຫຼອງວັນເດັກນ້ອຍສາກົນ 1 ມິຖຸນາ
ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ), ກົມເຍົາວະຊົນ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜ) ຮ່ວມກັນຈັດງານວັນເດັກຫັນສາ ພາມ່ວນ ຊວນຮູ້ ປີ 2026 ຂຶ້ນໃນວັນທີ 1 ມິຖຸນານີ້, ທີ່ສູນການຄ້າວຽງຈັນເຊັນເຕີ ພາຍໃຕ້ຫົວຂໍ້: ເດັກດີມີສຸກ ຮຽນຮູ້ເຕີບໂຕຢ່າງມີຄຸນນະພາບ ໂດຍການເຂົ້າຮ່ວມຂອງທ່ານ ນາງ ມີນາ ສີວິໄລ ຮອງເລຂາຄະນະບໍລິຫານງານ ສຊປລ, ມີທ່ານ ນາງ ຄໍາແພງ ພັດທະດາວົງ ຮອງປະທານ ສທໜ, ມີບັນດາຫົວໜ້າກົມ-ຮອງກົມ, ປະທານ-ຮອງປະທານ ສະມາຄົມນັກທຸລະກິດໜຸ່ມລາວ ພ້ອມດ້ວຍແຂກຖຶກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກິດຈະກໍາດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 28 ພຶດສະພາ ຫາ ວັນທີ 1 ມິຖຸນານີ້, ເພື່ອເປັນການເສີມສ້າງພັດທະນາການເດັກໃຫ້ເປັນຄົນຮຸ່ນໃໝ່ທີ່ມີຄຸນນະ ພາບ, ສົ່ງເສີມຄວາມຄິດສ້າງສັນ, ພັດທະນາທັກສະຍຸກໃໝ່, ເປີດໂອກາດໃຫ້ເດັກໄດ້ລອງເປັນໃນສິ່ງທີ່ຝັນ.
ສຊປລ ສະຫອງວນເດກນອຍສາກນ 1 ມຖນາ - image 1
 

ທ່ານ ນາງ ມີນາ ສີວິໄລ ກ່າວວ່າ: ການຈັດງານຄັ້ງນີ້, ເພື່ອເປັນການສ້າງພາບລັກອົງກອນ ແລະ ຜູ້ສະໜັບສະໜູນໃຫ້ມີຄຸນຄ່າຕໍ່ສັງຄົມ, ເປັນການຍົກລະດັບງານວັນເດັກສູ່ເວທີລະດັບຊາດ ສ້າງໃຫ້ງານວັນເດັກເປັນຮູບແບບແຫ່ງອະນາຄົດຂອງເຍົາວະຊົນທີ່ລວມການຮຽນຮູ້ ຄວາມມ່ວນ + ໂອກາດໄວ້ໃນທີ່ດຽວ ໃຫ້ງານນີ້ເປັນຫຼາຍກວ່າງານບັນເທີງ ເປັນພື້ນທີ່ຄົ້ນຫາສັກກະຍະພາບ ເປັນເວທີສ້າງແຮງບັນດານໃຈ ເປັນແລນມາກປະຈຳຂອງປະເທດ, ສ້າງລະບົບຄວາມຮ່ວມມື (ພາກລັດ–ເອກະຊົນ–ເຍົາວະຊົນ) ເຊື່ອມໂຍງທຸກພາກສ່ວນເຂົ້າຫາກັນ ເພື່ອຮ່ວມສ້າງອະນາຄົດຂອງຊາດ ເປີດໂອກາດໃຫ້ອົງກອນຕ່າງໆ ຖ່າຍທອດຄວາມຮູ້ ສື່ສານນະໂຍບາຍສ້າງພາບລັກທີ່ເຂົ້າເຖິງຄົນຮຸ່ນໃໝ່ ປູກຝັງຈິດສຳນຶກດ້ານສິ່ງແວດລ້ອມໃນວັນປູກຕົ້ນໄມ້. ເນື້ອແທ້,ເພື່ອເປັນການພົບປະແລກປ່ຽນບົດຮຽນ, ສ້າງເງື່ອນໄຂພັດທະນາວຽກງານເຍົາວະຊົນ-ອະນຸຊົນດ້ວຍຂະບວນການຍູ້ແຮງການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ, ເພື່ອສຶກສາອົບຮົມ ແລະ ເຕົ້າໂຮມເອົາເຍົາວະຊົນ ໂດຍຖືເອົາກິດຈະກໍາໃນຄັ້ງນີ້, ເປັນການແລກປ່ຽນບົດຮຽນ, ການແຂ່ງແຕ້ມຮູບ, ແຂ່ງຂັນລະຄອນສັ້ນການນໍາສະເໜີຜົນຮ້າຍ ແລະ ການຕ້ານສະກັດກັ້ນສິ່ງເສບຕິດ, ການແຂ່ງ ຂັນໂຕ້ວາທີ, ການຫຼິ້ນເກມ, ຖາມ-ຕອບເອົາຂອງຂວັນລາງວັນ, ກິດຈະກໍາຂຽນຄວາມຫວັງ ແລະ ຄວາມຫວັງໃສ່ຕົ້ນໄມ້ແຫ່ງຄວາມຫວັງ, ການແລກປ່ຽນສິລະປະ-ວັນນະຄະດີ, ຊຶ່ງບັນດາກິດຈະກໍາເຫຼົ່ານີ້, ສະແດງເຖິງການປູກຈິດສໍານຶກໃຫ້ຫຼານນ້ອຍເຍົາວະຊົນຕ້ອງດຸໝັ່ນຮຽນ ຮູ້ພັດທະນາຕົນເອງຢ່າງເປັນປະຈໍາ ພ້ອມທັງສະ ແຫວງຫາໂອກາດສະແດງຄວາມສາມາດອອກສູ່ສັງຄົມ, ມີສຸຂະພາບແຂງແຮງ, ມີຄວາມຝັນ, ມີເປົ້າໝາຍຊີວິດມີແບບແຜນການດໍາລົງຊີວິດ, ມີສະຕິຊາດ, ສະຕິເຄົາລົບກົດໝາຍ, ສະຕິການຈັດຕັ້ງ, ຮັກປະເທດຊາດ, ຮັກທ່ານຜູ້ນໍາ, ຮັກຕົນເອງ ແລະ ຄອບຄົວ ເພື່ອສືບທອດພາລະກິດຕາມຄໍາສອນຂອງທ່ານຜູ້ນໍາ ຜູ້ນຳ 6 ຮັກ 3 ຊັງ, ຂໍ້ແຂ່ງຂັນ 3 ດີ 4 ຮູ້, ຄໍາຂວັນ ແລະ ຄຸນລັກສະນະຂອງເຍົາວະຊົນຢ່າງແທ້ຈິງ.

ຕະຫຼອດໄລຍະ 5 ວັນຂອງການຈັດງານໃນຄັ້ງນີ້, ໄດ້ຮວບຮວມເອົາກິດຈະກໍາປິ່ນອ້ອມ ໂດຍມີທັງການນຳສະເໜີຜະລິດຕະໂອດັອບຂອງກຸ່ມ ສທໜ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ, ເຄື່ອງອຸປະໂພກ ແລະ ບໍລິໂພກ. ພ້ອມນີ້, ຍັງໄດ້ຈັດກິດຈະກຳທີ່ສົ່ງເສີມຄວາມຮູ້ໃນການແຂ່ງຂັນຄະນິດຄິດໄວ, ຖາມ-ຕອບຂອງນັກຮຽນ, ການແຂ່ງຂັນແຕ້ມຮູບ, ການແຂ່ງຂັນໂຕ້ວາທີ, ການແຂ່ງຂັນລະຄອນສັ້ນກ່ຽວກັບຢາເສບຕິດ, ການປະກວດຄອດເພ, ການແຈກຂອງລາງວັນຕຸກກະຕາ, ອຸປະກອນລະບາຍສີ, ສະແດງມາຍາກົນໂຊ, ໂຕຕະລົກຕຸກກະຕາຂາຍາວ, ເດີນພາເລດໂຊຕຸກກະຕາ ແລະ ອື່ນໆ. ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ