![]() |
ພວກທ່ານຮູ້ບໍ່ວ່າ: ກ່ອນຈະມີແຜ່ນດິນໃຫ້ພວກເຮົາອາໄສຢູ່ທຸກມື້ນີ້ ຍ້ອນໃຜ? ຖ້າບໍ່ແມ່ນຍ້ອນທະຫານ ແລະ ປະຊາຊົນບັນດາເຜົ່າຜູ້ຮັກຫອມສັນຕິພາບ, ແນ່ນອນທຸກມື້ສະພາບການບ້ານເມືອງປົກກະຕິ ພວກທ່ານມີເສດຖະກິດທີ່ພຽບພ້ອມແລ້ວ ແຕ່ຈົ່ງຢ່າໄດ້ດ້ອຍຄ່າອາຊີບທະຫານ; ແມ່ນວ່າທະຫານໃນປັດຈຸບັນອາດຈະບໍ່ໄດ້ໄປສູ້ຮົບ ແຕ່ທະຫານກໍຄືທະຫານ ຍາມສະຫງົບກໍເຮັດໜ້າທີ່ໃນການປະກອບສ່ວນເຮັດໃຫ້ປະເທດມີຄວາມສະຫງົບ ຊ່ວຍເຫຼືອປະຊາຊົນຢ່າງຮອບດ້ານ, ໃນເວລາເກີດໄພພິບັດນ້ຳຖ້ວມ, ໄຟໄໝ້ປ່າ, ເກີດເຫດປຸ້ນຈີ້ຊີງຊັບ ຄ້າຂາຍເຖື່ອນ ກໍລ້ວນແລ້ວແມ່ນທະຫານເປັນຜູ້ນຳໜ້າໃນການເຮັດໜ້າທີ່ປາມປາບ. ຄວາມເປັນຈິງແລ້ວ, ໃນເມື່ອກ່ອນ ໄລຍະຕໍ່ສູ້ກູ້ຊາດ ທະຫານທຸກຄົນບໍ່ມີເງິນເດືອນ, ບໍ່ມີນະໂຍບາຍຄືທຸກມື້ນີ້, ແຕ່ພວກເຂົາເຫຼົ່ານັ້ນ ກໍເຮັດໜ້າທີ່ດ້ວຍຄວາມສະໝັກໃຈ ດ້ວຍຄວາມຮັກຊາດຮັກບ້ານເກີດເມືອງນອນແທ້ໆ; ສິ່ງດັ່ງກ່າວມັນສະແດງໃຫ້ເຫັນເຖິງນ້ຳໃຈໃນການເສຍສະຫຼະຢ່າງພິລະອາດຫານ ຍອມເສຍຊີວິດດີກວ່າ ເສຍແຜ່ນດິນ.
![]() |
ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວວ່າ: ກອງທັບປະຊາຊົນລາວກຳເນີດເກີດຂຶ້ນໃນທ່າມກາງປະເທດຊາດຖືກພວກຈັກກະພັດລ່າເມືອງຂຶ້ນແບບເກົ່າເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ, ໂດຍພາຍໃຕ້ການນຳພາຂອງພັກ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ. ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກໍາເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳ-ບັນຊາໂດຍກົງ.
![]() |
ການປະກາດສ້າງຕັ້ງກອງທັບປະຊາຊົນລາວແມ່ນເຫດການ ການເມືອງທີ່ມີຄວາມໝາຍສໍາຄັນທີ່ສຸດ, ເຊິ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນຂອງຊາດ, ເປັນບາດກ້າວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ ທັງແມ່ນການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດ ແລະ ເປັນບາດລ້ຽວທີ່ເປັນລັກສະນະຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບກໍໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກໍາລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ, ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ການສືບທອດມູນເຊື້ອພິລະອາດຫານບໍ່ຍອມຈໍານົນຂອງບັນພະບຸລຸດ ແລະ ເຊື້ອຊາດລາວ, ກອງທັບເຮົາໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວ ໜຽວແໜ້ນ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ, ກ້າວໄປສູ່ການສະຖາປະນາ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.
![]() |
ຜ່ານການຝຶກຝົນຫຼ່ໍຫຼອມ ແລະ ທົດສອບໃນແປວໄຟສົງຄາມຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ, ໃນສະພາບແວດລ້ອມ ແລະ ເງື່ອນໄຂສຸດທີ່ຫຍຸ້ງຍາກລໍາບາກນັ້ນ, ກອງທັບເຮົາໄດ້ສ້າງວິລະກຳອັນລໍ້າເລີດຫຼາຍປະການ, ສ້າງປະຫວັດສາດໜ້າໃໝ່ ແລະ ມູນເຊື້ອວິລະຊົນຂອງຊາດລາວວິລະຊົນຢ່າງສະຫງ່າງາມ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບປະຊາຊົນລາວໄດ້ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ເປັນເຈົ້າການປົກປັກຮັກສາໝາກຜົນຂອງການປະຕິວັດ, ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ ສຸມໃສ່ປັບປຸງກໍ່ສ້າງກໍາລັງໃນທຸກດ້ານ, ອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.




ຄໍາເຫັນ