ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານໃນວັນທີ 19 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົຈວ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັທ ສົມປອງ ເຈື້ອຫຼວງຄໍາມີ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ຜ່ານຂໍໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນພັນຕີ ຂຶ້ນຊັ້ນພັນໂທຈຳນວນ 13 ສະຫາຍ.
ໂອກາດນີ້, ສະຫາຍ ພົຈວ ຫຸມພັນ ແກ້ວວັງລາດ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ຈົ່ງພ້ອມກັນຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິຄໍາສັ່ງຕ່າງໆ ຂອງພັກ-ລັດ ແລະ ໜ້າທີ່ການເມືອງຂອງກົມກອງຢ່າງເລິກເຊິ່ງ,ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ຕິດພັນກັບຂະບວນການວຽກງານຕົວຈິງຂອງກົມກອງ, ສືບຕໍ່ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ເພີ່ມທະວີຄວາມສາມັກຄີຢູ່ພາຍໃນໃຫ້ເປັນປຶກແຜ່ນ ແໜ້ນໜາ ຕິດພັນກັບການປັບປຸງແບບແຜນນໍາພາວິທີເຮັດວຽກໃຫ້ສອດຄ່ອງ, ມີວິທະຍາສາດ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ. ຂ່າວ: ບຸນປັນ ປັນຍາລິນ
ຄໍາເຫັນ