![]() |
ສະຫາຍ ພັນໂທ ຄຳກ້ອນ ດອນອິນດີ້ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດເປີດຮຽນໃຫ້ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ທະຫານໃໝ່ປະຈຳປີ 2026. ຈາກນັ້ນ, ສະຫາຍ ຮ້ອຍເອກ ເພັດສະໝອນ ໄຊຍະເລີດ ຮອງຫົວໜ້າການທະຫານ, ຫົວໜ້າຂະແໜງອົບຮົມ ໂຮງຮຽນການທະຫານທ້ອງຖິ່ນແຂວງ ໄດ້ຜ່ານແຜນການອົບຮົມປະຈຳປີ 2026 ວ່າ: ການຈັດ ຕັ້ງປະຕິບັດການອົບຮົມຫັດແອບໃຫ້ທະຫານໃໝ່ ແລະ ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດຄັ້ງນີ້, ເພື່ອໃຫ້ຮັບຮູ້ລະບຽບ ແບບແຜນຂອງກອງທັບ, ຮູ້ດ້ານທິດສະດີ, ຫຼັກການ, ຮູ້ນຳໃຊ້ອາວຸດ ແລະ ຍົກລະດັບທາງດ້ານສິນລະປະຍຸດ-ຍຸດທະວິທີການທະຫານ, ຮູ້ວິທີການບົວລະບັດ, ຮູ້ຈັກປົກປັກຮັກສາອາວຸດ ແລະ ເຄື່ອງຂອງບໍ່ໃຫ້ຕົກເຮ່ຍເສຍຫາຍ, ມີລະບຽບວິໄນທີ່ເຂັ້ມແຂງ, ຍົກລະດັບຄວາມຮູ້ໃຫ້ທະຫານໃໝ່ ແລະ ຄູອາສາ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງກົມກອງ ເພື່ອປັບປຸງຍົກລະດັບການສຶກສາອົບຮົມຫັດແອບ ທາງດ້ານການເມືອງແນວຄິດ ຕິດພັນກັບການອົບຮົມຫັດແອບທາງດ້ານສິນລະປະຍຸດ-ຍຸດທະວິທີ ເພື່ອກຽມພ້ອມສູ້ຮົບໄດ້ຢ່າງຄ່ອງແຄ້ວ. ການອົບຮົມ-ຫັດແອບ ແບ່ງອອກເປັນ 2 ພາກຄື: ພາກການເມືອງ ແລະ ການທະຫານ. ສ່ວນທະຫານໃໝ່ ຈະໄດ້ຮຽນເຕັມ 90 ວັນ, ປະກອບມີ: ພາກການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ.
ໂອກາດນີ້, ສະຫາຍປະທານ ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ, ພະນັກງາຄູ-ອາຈານ ແລະ ສຳມະນາກອນ ໃຫ້ພ້ອມກັນເອົາໃຈໃສ່ຕໍ່ການຮຽນ-ການສອນໃຫ້ເຂັ້ມງວດ, ມີສະຕິລະວັງຕົວສູງ, ຕັ້ງໃຈຄົ້ນຄ້ວາຮໍ່າຮຽນດ້ວຍຄວາມມານະອົດທົນໃຫ້ໄດ້ທັງປະລິມານ ແລະ ມີຄຸນນະພາບສູງ, ເອົາໃຈໃສ່ເຄົາລົບນັບຖືກົດລະບຽບ ຫຼັກການ, ການຮຽນ-ການສອນ, ເອົາໃຈໃສ່ບັນດາຂໍ້ກໍານົດ-ກົດລະບຽບຕ່າງໆ ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ, ພ້ອມກັນຮັກສາຄວາມສາມັກຄີໃຫ້ແໜ້ນແຟ້ນ ຮັບປະກັນຄວາມປອດໄພ 100%. ໂດຍ: ມິຕິ ທ່ອນມະນີວັນ

ຄໍາເຫັນ