ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ການບັນລຸບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສະຫະລັດ ອາເມຣິກາ
ສປປ ລາວ ສະແດງຄວາມຍິນດີ ຕໍ່ການບັນລຸການຕົກລົງ ກ່ຽວກັບ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານ ແລະ ສະຫະລັດ ອາເມຣິກາ ເພື່ອຢຸດຕິຂໍ້ຂັດແຍ່ງ ຢູ່ ຕາເວັນອອກກາງໃນວັນທີ 15 ມິຖຸນາ 2026 ຜ່ານມາ.
ສປປ ລາວ ສະແດງຄວາມຊົມເຊີຍ ປາກິດສະຖານ ແລະ ປະເທດອື່ນໆທີ່ກ່ຽວຂ້ອງ ຕໍ່ບົດ ບາດທີ່ສໍາຄັນໃນການໄກ່ເກ່ຍຂໍ້ຂັດແຍ່ງ ແລະ ຫວັງຢ່າງຍິ່ງວ່າ ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ຈະເປັນພື້ນຖານທີ່ສໍາຄັນ ໃຫ້ແກ່ການສືບຕໍ່ເຈລະຈາເພື່ອແກ້ໄຂບັນຫາ ແລະ ນໍາເອົາສັນຕິພາບ ແລະ ຄວາມໝັ້ນຄົງທີ່ຍືນຍົງ ມາສູ່ປະຊາຊົນ ຢູ່ ພາກພື້ນຕາເວັນອອກກາງ.
ຄໍາເຫັນ