ຖະແຫຼງຂ່າວ ການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ

ຖະແຫຼງຂ່າວ ການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ

ຖະແຫຼງຂ່າວ ການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ
ໃນວັນທີ 5 ສິງຫາ ນີ້ ທີ່ສະພາແຫ່ງຊາດ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານຄະນະ ປະຈຳສະພາແຫ່ງຊາດ (ຄປຈສພຊ) ຜູ້ຊີ້ນໍາວຽກງານກົດໝາຍ ແລະ ວຽກງານຄົ້ນຄວ້ານິຕິກໍາຂອງ ສພຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາ ແຫ່ງຊາດ ຄື:

 

 ມະຕິສະບັບເລກທີ 197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຂຽນມາດຕາ ຂອງກົດໝາຍໃສ່ເອກະສານທາງລັດຖະການ; ມະຕິສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການປັບປຸງການໃສ່ສີເຄື່ອງໝາຍຊາດ; ມະຕິສະບັບເລກທີ 204/ຄປຈ, ລົງວັນທີ 30 ກໍ ລະກົດ 2025 ກ່ຽວກັບການກໍານົດວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ແລະ ການກຳນົດການຈັດຊຸດ ສະພາປະຊາຊົນຂັ້ນແຂວງ ແລະ ຄຳແນະນຳສະບັບເລກທີ 16/ຄປຈ, ລົງວັນທີ 11 ກໍລະກົດ 2025 ກ່ຽວກັບການປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ການໂຄສະນາເຜີຍແຜ່ ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ຊຶ່ງທ່ານໃຫ້ຮູ້ວ່າ: ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ທຸກອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງພ້ອມກັນປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບສູງໃນການຂຽນ ບ່ອນອີງຂອງທຸກເອກະສານທາງລັດຖະການໃຫ້ຂຽນມາດຕາຂອງກົດໝາຍຂຶ້ນກ່ອນ ແລ້ວຈຶ່ງຂຽນຊື່ກົດ ໝາຍຕາມຫຼັງ, ບໍ່ຈຳເປັນຂຽນພາກ ແລະ ໝວດ ທັງສະເໜີໃຫ້ລັດຖະບານ ຊີ້ນຳພາກສ່ວນທີ່ກ່ຽວຂ້ອງ ປັບປຸງຄຳແນະນຳສະບັບເລກທີ 02/ພນ, ລົງວັນທີ 9 ມີນາ 2021 ຂອງກະຊວງພາຍໃນເກົ່າໃຫ້ສອດ ຄ່ອງຕາມ ມະຕິສະບັບເລກທີ 197/ຄປຈ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ເຫັນດີໃຫ້ປ່ຽນສີເຄື່ອງ ໝາຍຊາດ ຈາກສີຄຳເປັນສີຕາມທີ່ໄດ້ກຳນົດໄວ້ໃນມາດຕາ 114 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ທັງເຫັນດີໃຫ້ປັບຍອດໃບໄມ້ຢູ່ໃນເຄື່ອງໝາຍຊາດອອກໜ້ອຍໜຶ່ງ ເພື່ອບໍ່ໃຫ້ບັງຮູບ ທາດຫຼວງ, ພ້ອມນັ້ນ ຍັງເຫັນດີກຳນົດເອົາວັນທີ 4 ສິງຫາ 1978 ເປັນວັນສ້າງຕັ້ງສະພາປະຊາຊົນ ທ້ອງຖິ່ນ ຫຼື ສະພາປະຊາຊົນຂັ້ນແຂວງ.

ທ່ານ ຈະເລີນ ເຢຍປາວເຮີ ຍັງໄດ້ແນະນໍາກ່ຽວກັບການປາຖະກະຖາກ່ຽວກັບວັນລັດຖະທໍາມະນູນ ແຫ່ງຊາດ ຄົບຮອບ 34 ປີ ໂດຍໃຫ້ດຳເນີນໄປຕິດພັນກັບການໂຄສະນາເຜີຍແຜ່ຜົນການປັບປຸງເນື້ອໃນ ລັດຖະທຳມະນູນສະບັບປີ 2025 ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ກຳມະກອນ, ກະສິກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ, ປະຊາຊົນລາວບັນ ດາເຜົ່າ ແລະ ທຸກອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ກໍຄືພີ່ນ້ອງຊາວລາວຢູ່ ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງກັນ ເພື່ອພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະ ນູນ, ເພີ່ມທະວີຄວາມສາມັກຄີເປັນອັນໜຶ່ງອັນດຽວ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ ກ້າວ ຂຶ້ນສູ່ຄວາມວັດທະນາຖາວອນຊຶ່ງມີເນື້ອໃນສຳຄັນຂອງຄຳແນະນຳຄື: ຄວາມສຳຄັນຂອງວັນລັດຖະທຳມະ ນູນ ແຫ່ງຊາດ ຄົບຮອບ 34 ປີ ໃຫ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຄວາມໝາຍຂອງວັນລັດຖະທຳມະນູນແຫ່ງ ຊາດ ຊຶ່ງແມ່ນການກຳນົດເອົາວັນປະກາດໃຊ້ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໃນວັນທີ 15 ສິງຫາ 1991 ເປັນວັນລັດຖະທຳມະນູນແຫ່ງຊາດ ເພື່ອໃຫ້ພົນລະເມືອງໝົດທຸກຄົນ ແລະ ທຸກອົງ ການຈັດຕັ້ງຢູ່ ສປປ ລາວ ເຫັນໄດ້ຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນໃນການຈັດຕັ້ງປະ ຕິບັດລັດຖະທຳມະນູນຕະຫຼອດໄລຍະ 34 ປີທີ່ຜ່ານມາ ແລະ ທິດທາງເພື່ອແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ໃນຕໍ່ໜ້າ ທັງສ້າງຄວາມເຂົ້າໃຈຖືກຕ້ອງຕໍ່ເນື້ອໃນລັດຖະທຳມະນູນສະບັບປີ 2025 ເພື່ອພ້ອມກັນຍົກ ສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ເປັນຕົ້ນການປະຕິບັດສິດ ແລະ ພັນທະຂອງພົນລະ ເມືອງໃຫ້ໄດ້ຢ່າງຄົບຖ້ວນ.

ທັງໝົດທຸກບັນຫາທີ່ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຄັ້ງນີ້ ລ້ວນແຕ່ມີຄວາມສຳຄັນ ແລະ ພົວພັນກັບທຸກອົງ ການຈັດຕັ້ງ ແລະ ພົນລະເມືອງ. ສະນັ້ນ, ຈຶ່ງສະເໜີໃຫ້ທຸກສື່ມວນຊົນຈົ່ງເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ທຸກອົງ ການຈັດຕັ້ງ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໄດ້ຮັບຊາບຢ່າງທົ່ວເຖິງ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ເກີດໝາກ, ເກີດຜົນເປັນຈິງ.

(ຂ່າວ-ພາບ ບຸນຕອມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທິດທາງການນຳພາຂອງຄະນະພັກແຂວງວຽງຈັນ ໄດ້ຊ່ວຍເຮັດໃຫ້ບັນດາທຸລະກິດມີຄວາມໝັ້ນໃຈໃນການລົງທຶນຫຼາຍຂຶ້ນ

ທິດທາງການນຳພາຂອງຄະນະພັກແຂວງວຽງຈັນ ໄດ້ຊ່ວຍເຮັດໃຫ້ບັນດາທຸລະກິດມີຄວາມໝັ້ນໃຈໃນການລົງທຶນຫຼາຍຂຶ້ນ

ໃນໂອກາດດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໃນລະຫວ່າງວັນທີ 15-16 ຕຸລາ ຜ່ານມາ, ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດກຸ່ມ ຄໍາໄພຊະນະ ຈໍາກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ເປັນໂອກາດດີໃຫ້ພວກເຮົາໄດ້ຮັບຮູ້ທິດທາງໃໝ່ໆ ຈາກພັກ-ລັດ ໃນການພັດທະນາເສດຖະກິດທ້ອງຖິ່ນ. ໃນໄລຍະ 5 ປີ ຜ່ານມາ ພາຍໃຕ້ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງ, ການຈັດຕັ້ງພັກ-ລັດທຸກຂັ້ນ ເຫັນວ່າແຂວງວຽງຈັນກໍຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ ແລະ ເສດຖະກິດຂອງແຂວງຕະຫຼອດ 5 ປີ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາດີຂຶ້ນເປັນແຕ່ລະໄລຍະ ແລະ ເຊື່ອໝັ້ນວ່າ ຄະນະບໍລິຫານງານພັກແຂວງຊຸດໃໝ່ ຈະສືບຕໍ່ຊຸກຍູ້ບັນດານັກທຸລະກິດມີຄວາມໝັ້ນໃຈໃນການລົງທຶນຫຼາຍຂຶ້ນ, ໂດຍສະເພາະໃນຂະແໜງການຜະລິດ, ການທ່ອງທ່ຽວ ແລະ ການຄ້າ. ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ແມ່ນຫົວໃຈສຳຄັນຂອງຄວາມສຳເລັດ ໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ກໍຄືການພັດທະນາເສດຖະກິດ-ສັງຄົມຢູ່ແຂວງວຽງຈັນ ໃຫ້ກ້າວໄປຂ້າງໜ້າ.
ຫ້ອງວ່າການສໍານັກງານປະທານປະເທດເຜີຍແຜ່ວັນສ້າງຕັ້ງການທູດ

ຫ້ອງວ່າການສໍານັກງານປະທານປະເທດເຜີຍແຜ່ວັນສ້າງຕັ້ງການທູດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ວັນສ້າງຕັ້ງການທູດລາວ 12 ຕຸລາ 1945 ຄົບຮອບ 80 ປີ ຂຶ້ນໃນວັນທີ 29 ຕຸລານີ້ ທີ່ ຫສປທ, ກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານ ແລະ ກ່າວເຜີຍແຜ່ເອກະສານ ໂດຍ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຄະນະບໍລິຫານງານພັກ ຫສປທ; ມີບັນດາສະຫາຍຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສປທ ເຂົ້າຮ່ວມ.
ເມືອງພຽງ ປິດການເຝິກອົບຮົມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V

ເມືອງພຽງ ປິດການເຝິກອົບຮົມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V

ເມືອງພຽງ ແຂວງໄຊຍະບູລີ ປິດການເຝິກອົບຮົມໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາ ໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025ຂຶ້ນໃນວັນທີ 28 ຕຸລານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ກອງໄຊ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຫົວໜ້າຄະນະຊີ້ນຳສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນເມືອງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງພ້ອມດ້ວຍນັກກວດກາ ແລະ ນັກເດີນສຳຫຼວດຂັ້ນເມືອງເຂົ້າຮ່ວມ.
ເຈົ້າແຂວງຄຳມ່ວນ ຊຸກຍູ້ການຜະລິດເຄື່ອງປັ່ນດິນເຜົາຢູ່ເມືອງໜອງບົກ

ເຈົ້າແຂວງຄຳມ່ວນ ຊຸກຍູ້ການຜະລິດເຄື່ອງປັ່ນດິນເຜົາຢູ່ເມືອງໜອງບົກ

ເພື່ອແນໃສ່ ໃນການອານຸລັກຮັກສາ ແລະ ສົ່ງເສີມມູນເຊື້ອທີ່ເຄີຍສືບຕໍ່ກັນມາແຕ່ດົນນານ ເປັນຕົ້ນແມ່ນການປະກອບອາຊີບສ້າງລາຍຮັບໃນການປັ້ນໝໍຫຼໍໄຫ ຂອງປະຊາຊົນບ້ານໜອງບົກ ເມືອງ ໜອງບົກ ທີ່ເຄີຍສືບທອດກັນມາຈາກລຸ້ນຕໍ່ລຸ້ນ. ດັ່ງນັ້ນ, ໃນວັນທີ 27 ຕຸລານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວ ຕິດຕາມຊຸກຍູ້ການຜະລິດເຄື່ອງປັ້ນດິນເຜົາຂອງຄອບຄົວ ທ່ານ ໄວພົດ ບຸນຍັງ ຄະນະກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາບ້ານໜອງບົກ ແຂວງຄໍາມ່ວນ.
ເປີດວາງສະແດງລົດໄຟຟ້າຫຼູສູ່ໂລກແຫ່ງພະລັງງານສະອາດ

ເປີດວາງສະແດງລົດໄຟຟ້າຫຼູສູ່ໂລກແຫ່ງພະລັງງານສະອາດ

ໃນວັນທີ 27 ຕຸລາຜ່ານມານີ້ ທີ່ສູນ Deepal ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດວາງສະແດງລົດໄຟຟ້າຫຼູຍີ່ຫໍ້ Deepal ໂດຍແມ່ນບໍລິສັດສັນຕິພາບມໍເຕີ ເປັນຕົວແທນຈໍາໜ່າຍຢ່າງເປັນທາງການແຫ່ງທໍາອິດໃນນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ທ່ານນາງລີຊີເສີນ ທີ່ປຶກສາສະຖານທູດຈີນປະຈຳ ສປປ ລາວ, ທ່ານ ກວນສິນ ຮອງປະທານເຂດອາຊີຕາເວັນອອກສ່ຽງໃຕ້, ພ້ອມຜູ້ຕາງໜ້າ ບໍລິສັດ ChanAnAutomobile, ບັນດາແຂກຖືກເຊີນເຂົ້າຮ່ວມ.
ຍົກສູງການພົວພັນຮ່ວມມືວຽກງານ ສນຊ ແລະ ສະຫະພັນກໍາມະບານລາວ

ຍົກສູງການພົວພັນຮ່ວມມືວຽກງານ ສນຊ ແລະ ສະຫະພັນກໍາມະບານລາວ

ການພົວພັນຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ (ສນຊ) ແລະ ສະຫະພັນກໍາມະບານລາວ ເນື້ອແທ້ເພື່ອເປັນການເສີມຂະຫຍາຍມູນເຊື້ອ ແລະ ເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກກໍາມະບານກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ແໜ້ນແຟ້ນເປັນຈິດໜຶ່ງໃຈດຽວກັນ.
ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ວັນທີ 27 ຕຸລານີ້ ທີ່ຫ້ອງປະຊຸມເຮືອນພັກເບີ 1 ຂອງແຂວງຄໍາມ່ວນ, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສຸນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວພົບປະພະນັກງານການນຳຫຼັກແຫຼ່ງຂອງແຂວງຄຳມ່ວນ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະ, ມີບັນດາຄະນະນຳຈາກພາກສ່ວນຕ່າງໆ ຂັ້ນແຂວງ, ເມືອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V

ໃນຕອນເຊົ້າວັນທີ 28 ຕຸລານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງໄຊຍະບູລີ ສະໄໝທີ V ພາຍໃຕ້ການເປັນປະທານຂອງພະອາຈານ ບຸນທຽນ ພຸດທະວະໂຣ ກໍາມະການສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ປະທານພຸດທະສາສະໜາສໍາພັນລາວແຂວງໄຊຍະບູລີ, ມີພະອາຈານໃຫຍ່ ອ່ອນແກ້ວ ສິດທິວົງ ຜູ້ຊ່ວຍປະທານ ສູນກາງອົງການພຸດທະສາສະໜາສໍາພັນລາວ, ທ່ານ ເພັງນິລັນ ຄໍາພັນເພັງ ປະທານສະພາປະຊາຊົນແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ພິທີແນະນຳລົດໄຟຟ້າຫຼູ ສູ່ໂລກແຫ່ງພະລັງງານສະອາດ

ພິທີແນະນຳລົດໄຟຟ້າຫຼູ ສູ່ໂລກແຫ່ງພະລັງງານສະອາດ

ໃນວັນທີ 27 ຕຸລາ ນີ້ ທີ່ສູນ Deepal ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີແນະນຳລົດໄຟຟ້າຫຼູ Deepal ສູ່ໂລກແຫ່ງພະລັງງານສະອາດ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ທ່ານ ນາງ ລີຊີເສີນ ທີ່ປຶກສາສະຖານທູດຈີນປະຈຳ ສປປ ລາວ, ທ່ານ ກວນ ສິນ ຮອງປະທານເຂດອາ ຊີຕາເວັນອອກສ່ຽງໃຕ້, ພ້ອມຜູ້ຕາງໜ້າບໍລິສັດ Chan An Automobile, ບັນດາແຂກຖືກເຊີນເຂົ້າ ຮ່ວມ.
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ

ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ

ກຸ່ມບໍລິສັດ ສຽນເສີງ ຈຳກັດ ສະໜັບສະໜູນທີມນັກກິລາເຕະບານ ທີມຍິງ-ຊາຍ ແລະ ຟຸດຊໍ ເຈົ້າພາບນະຄອນຫຼວງວຽງຈັນ (ນວ) 500 ລ້ານກີບ ກຽມເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ເພີ່ມເຕີມ