ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ

ຖະແຫຼງຂ່າວວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ

ຖະແຫຼງຂ່າວວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ (1 ກຸມພາ 1956-1 ກຸມພາ 2025) ໃກ້ຈະມາເຖິງນີ້, ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານ
 ສູນກາງສະຫະພັນກໍາມະບານລາວ (ສກລ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 22 ມັງກອນນີ້ ທີ່ ສກລວ່າ: ເພື່ອຫວນຄືນມູນເຊື້ອປະຫວັດສາດແຫ່ງການກໍາເນີດເຕີບໃຫຍ່ ຂອງອົງການຈັດຕັ້ງກໍາມະບານລາວ ຕະຫຼອດໄລຍະ 69 ປີ ທີ່ຜ່ານມາ ໂດຍພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ແກ່ອົງການຈັດຕັ້ງກໍາມະບານລາວ ທີ່ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ. ພວກເຮົາມີຄວາມເອກອ້າງທະນົງໃຈຢ່າງຍິ່ງທີ່ເຫັນວ່າຕະຫຼອດໄລຍະ 69 ປີ ແຫ່ງການຕໍ່ສູ້ຍາດເອົາເອກະລາດ, ອິດສະລະພາບ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນນໍາພາໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ; ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ທີ່ຖືກກົດຂີ່ຂູດຮີດແຮງງານ ເປັນຂີ້ຂ້າມ້າຕ່າງຂອງຈັກກະພັດ ແລະ ລູກແຫຼ່ງຕີນມືໃນເມື່ອກ່ອນ. ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າໄດ້ຮັບການປົດປ່ອຍ ໄດ້ກາຍເປັນຜູ້ທີ່ມີອິດສະລະພາບ ແລະ ສາມາດປະກອບສ່ວນເຂົ້າໃນການສ້າງສາພັດທະນາລະບອບໃໝ່ຂອງພວກເຮົາໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສ້າງປະຖົມປັດໃຈກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.
ອົງການຈັດຕັ້ງກໍາມະບານ ກໍເປັນອົງການຈັດຕັ້ງມະຫາຊົນຂອງພັກ ຍາມໃດກໍມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ລະບອບໃໝ່ ໂດຍບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຂອງໂລກທີ່ຜັນແປຢ່າງສະລັບຊັບຊ້ອນ ແລະ ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງກໍາມະກອນ. ແຕ່ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ; ໄດ້ເຮັດໜ້າທີ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ໃຫ້ປະຕິບັດຕາມແນວທາງປ່ຽນແປງ ໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະບຽບວິໄນໃນການອອກແຮງງານ. ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ; ກໍ່ສ້າງ ບໍາລຸງສະມາຊິກກໍາມະບານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ສີມືແຮງງານທີ່ດີ ເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ໂດຍມີເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ເພື່ອຝຶກຝົນຕົນເອງ. ມາຮອດໃນປັດຈຸບັນສະຫະພັນກໍາມະບານລາວ ປະກອບມີ 39 ສະຫະພັນກໍາມະບານກະຊວງ ແລະ ອົງການ, ມີ 18 ສະຫະພັນກໍາມະບານແຂວງ, ນະຄອນຫຼວງວຽງຈັນ, ມີ 3 ສະຫະພັນກໍາມະບານນະຄອນ ແລະ ມີ 145 ສະຫະພັນກໍາມະບານເມືອງ; ໃນທົ່ວປະເທດມີສະມາຊິກກໍາມະບານທັງໝົດ 208,883 ຄົນ.
ທ່ານ ພອນສານ ວິໄລເມັ້ງ ກ່າວຕື່ມວ່າ: ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ຢ່າງໝັ້ນຄົງ ອົງການຈັດຕັ້ງກໍາມະບານ ຕ້ອງໄດ້ສູ້ຊົນບຸກບືນສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ກ່ອນອື່ນຕ້ອງຄົ້ນຄວ້າພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການຜະລິດຕາມມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ; ເພີ່ມທະວີນໍ້າໃຈຮັກຊາດ, ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດໃຫ້ສູງຂຶ້ນ, ເປັນເຈົ້າການປະຕິບັດຈິດໃຈບຸກທະລຸສູ້ຊົນບຸກບືນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງກໍາມະບານລາວ ກໍຄືປະເທດຊາດ. ເອົາໃຈໃສ່ເຄື່ອນໄຫວປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານ ບໍ່ໃຫ້ຖືກເອົາລັດເອົາປຽບດ້ານຄ່າແຮງງານ, ຊຸກຍູ້ການປະຕິບັດນະໂຍບາຍສະຫວັດດີການສັງຄົມ ແລະ ການເບິ່ງແຍງຊີວິດການເປັນຢູ່, ເອົາໃຈໃສ່ສຶກສາອົບຮົມສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຄຸ້ມຄອງການຈັດຕັ້ງກໍາມະບານດ້ວຍກົດໝາຍຢ່າງເຂັ້ມງວດ, ໂປ່ງໃສ, ເພີ່ມທະວີການຕິດຕາມ, ກວດກາການພັດທະນາເສດຖະກິດ-ສັງຄົມ, ການເຄື່ອນໄຫວຂອງສະພາ ແລະ ສະມາຊິກແຕ່ລະຂັ້ນ. ໃນໂອກາດ ວັນທີ່ມີຄວາມໝາຍ-ສໍາຄັນຂອງກໍາມະບານລາວ ກໍຄືສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ເຮັດໃຫ້ຮຸ່ນສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ໂດຍຕິດພັນກັບການສະເຫຼີມສະຫຼອງສາມວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິບັດລາວຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ. ປີນີ້, ສກລ ຈຶ່ງໄດ້ອອກແຈ້ງການໃຫ້ສະຫະພັນກໍາມະບານແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງເຊື່ອມຊຶມເລົ່າປະຫວັດຫວນຄືນມູນເຊື້ອຂອງວັນສ້າງຕັ້ງກໍາມະບານລາວ ເພື່ອໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໄດ້ຮັບຮູ້ ເຊື່ອມຊຶມ ແລະ ເຂົ້າໃຈເຖິງຜົນງານຂອງການປະກອບສ່ວນຂອງອົງການກໍາມະບານລາວໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແນໃສປູກຈິດສໍານຶກ ມູນເຊື້ອອັນອົງອາດກ້າຫານຂອງຊົນຊັ້ນກໍາມະກອນລາວ ເປັນຕົ້ນສ້າງຂະບວນການກິລາ, ສິນລະປະວັນນະດີ, ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ແລະ ກິດຈະກໍາອື່ນໆຕາມເງື່ອນໄຂ ແລະ ຄວາມເໝາະສົມ.
ໃນໂອກາດນີ້, ທ່ານ ພອນສານ ວິໄລເມັ້ງ ຍັງຮຽກຮ້ອງມາຍັງສະຫະພັນກໍາມະບານແຕ່ລະຂັ້ນ ຈົ່ງປຸ້ມລຸມຄວາມສາມັກຄີ ອັນເປັນປຶກແຜ່ນພາຍໃຕ້ການນໍາພາຂອງພັກ ສູ້ຊົນບຸກບືນພັດທະນາຕົນເອງ, ພັດທະນາປະເທດຊາດ ໃຫ້ຈະເລີນຮັ່ງມີ, ຮັກສາມູນເຊື້ອທາດແທ້ ແລະ ອຸດົມການສັງຄົມນິຍົມກໍຄືຊົນຊັ້ນກໍາມະກອນ. ພິເສດໃນປີ 2025 ແມ່ນປີກ້າວເຂົ້າສູ່ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ IX ພວກເຮົາຕ້ອງໄດ້ຕັ້ງໜ້າເຄື່ອນໄຫວຢ່າງຟົດຟື້ນ ຫ້າວຫັນ ເພື່ອປະຕິບັດໜ້າທີ່ໃຫ້ສໍາເລັດຕາມພັກ-ລັດມອບໝາຍໃຫ້ ເພື່ອສ້າງ: “ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ແລະ ນໍ້າໃຈສາກົນກໍາມະຊີບ”.
ໃນໂອກາດວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີໃກ້ຈະມາເຖິງນີ້, ທ່ານ ພອນສານ ວິໄລເມັ້ງ ໄດ້ອວຍພອນໄຊອັນປະເສີດ ໃຫ້ການນໍາພັກ-ລັດ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ນໍາພາ-ຊີ້ນໍາ ການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ອວຍພອນໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນສູ່ຊົນພັດທະນາວຽກງານກໍາມະບານ ກໍຄືການພັດທະນາປະເທດ ໃຫ້ມີຄວາມຮຸ່ງເຮືອງ ແລະ ສີວິໄລ.
ນໍ້າໃຈວັນທີ 1 ກຸມພາ ໝັ້ນຍືນ!.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ