ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ

ຖະແຫຼງຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຖະແຫຼງຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ
ໃນວັນທີ 19 ມິຖຸນານີ້, ທີ່ສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍ ປີ 2024, ການແກ້ໄຂຜົນການກວດສອບ ປະຈໍາປີ 2023 ຕາມມະຕິຂອງ

ສະພາແຫ່ງຊາດ ເລກທີ 114/ສພຊ, ລົງວັນທີ 21 ພະຈິກ 2023 ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ແຕ່ວັນທີ 10 ມິຖຸນາ ແລະ ຈະດໍາເນີນໄປຈົນເຖິງ ວັນທີ 2 ກໍລະກົດ 2024, ຊຶ່ງໃນວາລະພິຈາລະນາ ວຽກງານຂອງລັດຖະບານ ກອງປະຊຸມ ໄດ້ຮັບຟັງການລາຍງານໂດຍສັງເຂບ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024. ຂ້າພະເຈົ້າໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນ ຕໍ່ບົດລາຍງານດັ່ງກ່າວ, ຫຼັ້ງຈາກນັ້ນ ລັດຖະມົນຕີກະຊວງແຜນການ ແລະ ການລງທຶນ, ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກໍໄດ້ລາຍງານເພີ່ມເຕີມຕໍ່ກອງປະຊຸມ.

ພາຍຫຼັງທີ່ໄດ້ຮັບຟັງ ການລາຍງານຂອງລັດຖະບານແລ້ວ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ກໍໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄວາມເຫັນຢ່າງກວ້າງຂວາງ, ເລິກເຊິ່ງ, ໄດ້ມີການຊັກຖາມ ຕໍ່ລັດຖະບານ ຊຶ່ງສະມາຊິກລັດຖະບານ ກໍໄດ້ຊີ້ແຈງໃຫ້ຄວາມກະຈ່າງແຈ້ງ ຕໍ່ຄໍາຊັກຖາມ ແລະ ຕໍ່ບັນຫາຕ່າງໆ ທີ່ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນ ຢ່າງກົງໄປກົງມາ. ພິເສດກອງປະຊຸມ ຍັງໄດ້ຮັບຟັງການອະທິບາຍຊີ້ແຈງ ຂອງທ່ານ ນາຍົກລັດຖະມົນຕີ ແລະ ທ່ານປະທານສະພາແຫ່ງຊາດ ກໍໄດ້ມີຄໍາເຫັນສະຫຼຸບສັງລວມ. ສັງລວມຫຍໍ້ໃຫ້ບັນດາທ່ານຊາບ ດັ່ງນີ້:

ຕໍ່ການປະຕິບັດແຜນການ 6 ເດືອນຕົ້ນປີ 2024: ການເຕີບໂຕເສດຖະກິດ ໃນໄລຍະ 6 ເດືອນຕົ້ນປີ 2024 ສາມາດບັນລຸໄດ້ ໃນລະດັບ 4,7%. GDP ຄາດຄະເນ 6 ເດືອນ ຕົ້ນປີ 2024 ຈະບັນລຸ 148.043 ຕື້ກີບ ຫຼື ເທົ່າກັບ 50,4% ຂອງແຜນການ; ການຈັດເກັບລາຍຮັບທຽບໃສ່ໄລຍະດຽວກັນຂອງປີກາຍ ເພີ່ມຂຶ້ນ 64%, ອັນພົ້ນເດັ່ນແມ່ນລັດຖະບານ ໄດ້ມອບຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ໃຫ້ທ້ອງຖິ່ນເປັນຜູ້ຄຸ້ມຄອງ ເຮັດໃຫ້ມີ 1 ແຂວງ ສາມາດປະຕິບັດລາຍຮັບໄດ້ເກີນ 100% ແລະ ມີ 5 ແຂວງ ສາມາດປະຕິບັດໄດ້ຫຼາຍກວ່າ 70% ຂຶ້ນໄປ, ແຕ່ເມືອທຽບໃສ່ກັບອັດຕາເງິນເຟີ້ແລ້ວ ລາຍຮັບຂອງເຮົາ ແມ່ນຍັງຫຼຸດລົງ; ລັດຖະບານ ໄດ້ມີຄວາມພະຍາຍາມແກ້ໄຂອັດຕາເງິນເຟີ້, ແກ້ໄຂການແລກປ່ຽນນອກລະບົບ, ຄຸ້ມຄອງເງິນຕາຕ່າງປະເທດ ໂດຍມີການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ທີ່ຮັດກຸມ, ຄຸ້ມຄອງອັດຕາແລກປ່ຽນບໍ່ໃຫ້ຜັນຜວນແຮງ, ລະດົມເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງ, ຊຸກຍູ້ສົ່ງເສີມນະໂຍບາຍສິນເຊື້ອຫຼາຍຂຶ້ນ; ຄຸ້ມຄອງການນໍາເຂົ້າ-ສົ່ງອອກຜ່ານລະບົບທະນາຄານ, ຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າໄດ້ຢູ່ 4,2 ເດືອນ; ໄດ້ເອົາໃຈໃສ່ປັບປຸງ ການຮຽນ-ການສອນ ທຸກຊັ້ນຮຽນ ຕິດພັນກັບການແກ້ໄຂບັນຫາຄູອາສາສະໝັກ ການຂາດແຄນຄູນສອນ ແລະ ການຂາດຮຽນຂອງນັກຮຽນ ໃນເຂດຊົນນະບົດ ຕາມ 5 ນະໂຍບາຍ. ປັດຈຸບັນ, ໄດ້ປະຕິບັດເງິນນະໂຍບາຍສໍາລັບຄູອາສາສະໝັກ ຄືກັບຄູທີ່ເປັນລັດຖະກອນແລ້ວ; ສືບຕໍ່ດຳເນີນການຫັນໂຮງໝໍກຸ້ມຕົນເອງຂອງ 3 ໂຮງໝໍສູນກາງ ແລະ ສືບຕໍ່ພັດທະນາຕາໜ່າງການບໍລິການ ສາທາລະນະສຸກ ໃນທົ່ວປະເທດ; ໄດ້ໂຈະໂຄງການທົດລອງ ແລະ ຫັນໄປສູ່ຮູບການປົກກະຕິ, ໂຈະການພິຈາລະນາອະນຸມັດໂຄງການໃໝ່ ກ່ຽວກັບໂຄງການຂຸດຄົ້ນແຮ່ທາດ ເພື່ອດໍາເນີນການປະເມີນຄືນ ຊຶ່ງໂຄງການໃດທີ່ຈັດຢູ່ໃນປະເພດ C+ ແລະ C ຈະໄດ້ມີການດໍາເນີນຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ; ລັດຖະບານ ໄດ້ສະເໜີໃຫ້ຄະນະປະຈໍາສະພາແຫ່ງຊາດ ອອກມະຕິ ຮັບຮອງການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ຂອງປະຊາຊົນ ເພື່ອຂຶ້ນທະບຽນອອກໃບຕາດິນ ໃຫ້ປະຊາຊົນທີ່ອາໄສ ແລະ ທໍາການຜະລິດ ຢູ່ໃນ 3 ປະເພດປ່າ ເພື່ອຮັບປະກັນການອອກໃບຕາດິນຢ່າງແຂງແຮງ.

ຕໍ່ກັບທິດທາງແຜນການ 6 ເດືອນທ້າຍປີ 2024: ສະພາແຫ່ງຊາດ ໄດ້ມອບໃຫ້ລັດຖະບານ ເພີ່ມຄວາມເອົາໃຈໃສ່ ໃນການຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ. ສືບຕໍ່ປະຕິບັດທິດທາງ, ເປົ້າໝາຍລວມ ແລະ ແຜນວຽກຈຸດສຸມ ຂອງລັດຖະບານ ຕາມທີ່ໄດ້ກໍານົດໄວ້ ໃນມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ບັນລຸຕາມແຜນການ. ສືບຕໍ່ສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໂດຍສະເພາະ ແກ້ໄຂບັນຫາການເໜັງຕີງຂອງອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ, ຢັບຢັ້ງສະພາບເງິນເຟີ້ ບໍ່ໃຫ້ເພີ່ມຂຶ້ນສູງ ແລະ ບັນຫາໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການທີ່ໄດ້ວ່າງອອກ ຢ່າງເຂັ້ມງວດ; ຄົ້ນຄ້ວາເພີ່ມເງິນນະໂຍບາຍ, ເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພະນັກງານບໍານານ ໄປພ້ອມກັບການປັບຄ່າແຮງງານຕໍ່າສຸດ ໃຫ້ໄປຕາມສະພາບເສດຖະກິດ ແລະ ຄ່າຄອງຊີບ ໃນປະຈຸບັນ; ປັບປຸງສະພາບແວດລ້ອມ ຂອງການລົງທຶນ ແລະ ການດຳເນີນທຸລະກິດຢູ່ລາວ ໃຫ້ໂລ່ງລ່ຽນຂຶ້ນ, ຕັດຂັ້ນຂອດທີ່ອຸດຕັນອອກໃຫ້ໄດ້, ສຸມໃສ່ແກ້ໄຂບັນຫາການສະໜອງພະລັງງານໄຟຟ້າ ບໍ່ພຽງພໍກັບຄວາມຕ້ອງການ, ພັດທະນາພະລັງງານລົມ, ພະລັງງານແສງອາທິດ ທີ່ສາມາດກໍ່ສ້າງໄວ ໂດຍສະເພາະ ພະລັງງານແສງອາທິດ ໃນເຂດອ່າງນໍ້າໜ້າເຂື່ອນໄຟຟ້າ, ເຂດທີ່ດິນປອກໂລ້ນ, ດິນຫີນແຮ່ ທີ່ບໍ່ເໝາະສົມແກ່ການພັດທະນາກະສິກໍາ; ສືບຕໍ່ສູ້ຊົນສຸມໃສ່ການເກັບລາຍຮັບງົບປະມານ ປີ 2024 ໃຫ້ໄດ້ຕາມແຜນ ຫຼື ເກີນແຜນ, ສຸມໃສ່ຂະຫຍາຍຖານລາຍຮັບໃໝ່ ໃຫ້ເພີ່ມຂຶ້ນ, ເກັບລາຍຮັບຈາກຖານທີ່ມີຢູ່ແລ້ວໃຫ້ຄົບຖ້ວນ, ເລັ່ງການຫັນການເກັບລາຍຮັບໃຫ້ເປັນທັນສະໄໝໃຫ້ກວ້າງ ແລະ ກວມເອົາຫຼາຍຂົງເຂດ ໂດຍສະເພາະ ການເກັບລາຍຮັບຢູ່ດ່ານ, ການເກັບລາຍຮັບຈາກຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ; ສືບຕໍ່ພັດທະນາພື້ນຖານໂຄງລ່າງ ການກໍ່ສ້າງປັບປຸງເສັ້ນທາງ ໃຫ້ໄດ້ຄຸນນະພາບ, ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້, ພ້ອມທັງປັບປຸງລະບົບຂົນສົ່ງຕ່າງໆ ໃຫ້ມີຄວາມວ່ອງໄວ, ທັນສະໄໝ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ; ສືບຕໍ່ໂຄງການປ້ອງກັນຕາຝັ່ງຕາມແມ່ນໍ້າຊາຍແດນ ແລະ ຈັດສັນທຶນຮອນທີ່ເໝາະສົມ ໃຫ້ວຽກງານດັ່ງກ່າວ; ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດ ໃຫ້ແຂງແຮງຂຶ້ນກວ່າເກົ່າ ພ້ອມທັງຄົ້ນຄວ້າປະເມີນຄືນ ບັນດາລາຍການສິນຄ້າທີ່ສາມາດຜະລິດໄດ້ ເປັນຕົ້ນ ຝຸ່ນ, ອາຫານສັດ ຮັບປະກັນການສະໜອງ ແລະ ຊົມໃຊ້ຢູ່ພາຍໃນໃຫ້ພຽງພໍກັບຄວາມຕ້ອງການ ພ້ອມທັງມີກົນໄກປະສານສົມທົບ ລະຫວ່າງ ຂະແໜງກະສິກໍາ ແລະ ປ່າໄມ້ ກັບ ຂະ ແໜງອຸດສາຫະກໍາ ແລະ ການຄ້າ ຄົ້ນຄວ້າກໍານົດມາດຕະການ ຈໍາກັດການນໍາເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ຢູ່ພາຍໃນ ແລະ ຫຼຸດຜ່ອນການສົ່ງອອກວັດຖຸດິບບາງລາຍການ ທີ່ຍັງມີຄວາມຕ້ອງການຊົມໃຊ້ພາຍໃນ ເປັນຕົ້ນ ຂີ້ເບຍ ແລະ ອື່ນໆ ເພື່ອຮັບປະກັນການຊົມໃຊ້ພາຍໃນໃຫ້ພຽງພໍ; ມອບໃຫ້ລັດຖະບານ ສຸມໃສ່ປັບປຸງສະພາບການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ, ສືບຕໍ່ປະຕິບັດນະໂຍບາຍ ແລະ ມາດຕະການ ໃນການແກ້ໄຂການປະລະການຮຽນ, ບັນຫາການຂາດແຄນຄູ, ການປະຕິບັດນະໂຍບາຍອຸດໜູນຄູອາສາສະໜັກ ແລະ ແພດອາສາສະໝັກ ຕາມມະຕິເລກທີ 09/ລບ ໃຫ້ເປັນຮູບປະທຳຫຼາຍຂຶ້ນ. ເຖິງວ່າຍັງມີຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ກໍໃຫ້ເອົາໃຈໃສ່ ໃນການລົງທຶນ ເຂົ້າໃນຂະແໜງສຶກສາທິການ ແລະ ສາທາລະນະສຸກ. ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃນປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານອາຊຽນ ແລະ ປະທານໄອປາ; ອີງຕາມວາລະກອງປະຊຸມ ໃນວັນທີ 2 ກໍລະກົດ 2024, ຜູ້ແທນກອງປະຊຸມຈະໄດ້ລົງຄະແນນຮັບຮອງ ມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024.

ຕໍ່ກັບວຽກງານຂອງອົງການກວດສອບແຫ່ງລັດ: ໃນວັນທີ 14 ມິຖຸນາ 2024 ທີ່ຜ່ານມາ, ກອງປະຊຸມໄດ້ພິຈາລະນາ ບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດສອບ ປະຈໍາປີ 2023. ສັງລວມໂດຍຫຍໍ້ ດັ່ງນີ້: ກອງປະຊຸມ ໄດ້ຍ້ອງຍໍຊົມເຊີຍ ຕໍ່ອົງການກວດສອບແຫ່ງລັດ ທີ່ໄດ້ປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຫ້າວຫັນ, ເຖິງວ່າໄດ້ດຳເນີນການກວດສອບພຽງແຕ່ 2 ເດືອນເທົ່ານັ້ນ, ແຕ່ຍັງສາມາດລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ໄດ້ທັນຕາມກໍານົດເວລາ; ໄລຍະຜ່ານມາ, ໄດ້ກວດສອບເຫັນລາຍຮັບ-ລາຍຈ່າຍເພີ່ມ, ໜີ້ຕ້ອງຮັບ ແລະ ບັນຫາອື່ນ ເປັນຈໍານວນຫຼາຍ, ແຕ່ແກ້ໄຂໄດ້ໜ້ອຍ, ຊັກຊ້າ, ແກ່ຍາວ, ສາເຫດ ຍ້ອນການຈັດຕັ້ງປະຕິບັດກົດໝາຍບໍ່ທັນເຂັ້ມງວດ, ບໍ່ເດັດຂາດ, ອົງການຄຸ້ມຄອງ ແລະ ເປົ້າໝາຍຖືກກວດສອບ ຍັງຖືເບົາ, ການປະສານສົມທົບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ບໍ່ທັນກົມກຽວ, ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ. ຜົນການກວດສອບເຫັນວ່າ: ຍັງມີລັກສະນະຊໍ້າເຮື້ອ ໂດຍສະເພາະ ການລະເມີດກົດໝາຍ, ວິໄນແຜນການ-ການເງິນ ມີມູນຄ່າສູງ, ເຮັດໃຫ້ສັງຄົມຂາດຄວາມເຊື່ອໝັ້ນຕໍ່ການບໍລິຫານລັດ. ກອງປະຊຸມ ໄດ້ສະເໜີໃຫ້ອົງການຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍຖືກກວດສອບ ຮ່ວມກັນວິເຄາະ-ວິໄຈ ບັນຫາທີ່ສະສົມ ເປັນອັນລະອຽດ ອັນໃດສາມາດເກັບກູ້ຄືນໄດ້ ແລະ ບໍ່ສາມາດເກັບກູ້ຄືນໄດ້ ຫຼື ມີຕົວຕົນ ແລະ ບໍ່ມີຕົວຕົນ ເພື່ອລາຍງານສະພາແຫ່ງຊາດ ພິຈາລະນາແກ້ໄຂ;ກອງປະຊຸມເນັ້ນໜັກ ໃຫ້ຄະນະພັກ, ຄະນະນຳ ຂອງອົງການຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍທີ່ຖືກກວດສອບ ເປັນເຈົ້າການ ຊີ້ນຳ-ນຳພາ ແກ້ໄຂຜົນການກວດສອບ ຢ່າງເດັດຂາດ, ຖືເອົາການແກ້ໄຂການກວດສອບ ເປັນເງື່ອນໄຂໃນການປະເມີນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ກອງປະຊຸມ ຊົມເຊີຍ ກະຊວງການເງິນ ທີ່ໄດ້ເອົາໃຈໃສ່ແກ້ໄຂຜົນການກວດສອບ ໃນ 6 ເດືອນຕົ້ນປີ ຢ່າງຕັ້ງໜ້າ, ພ້ອມທັງ ສະເໜີໃຫ້ສືບຕໍ່ເສີມຂະຫຍາຍ ແກ້ໄຂຜົນການກວດສອບ ໃນ 6 ເດືອນທ້າຍປີ 2024 ໃຫ້ໄດ້ຫຼາຍຂຶ້ນກວ່າເກົ່າ ເພື່ອເປັນແບບຢ່າງທີ່ດີໃຫ້ຫົວໜ່ວຍງົບປະມານອື່ນ; ກອງປະຊຸມ ສະເໜີໃຫ້ມີມາດຕະການ ຢ່າງເດັດຂາດ ແລະ ເຂັ້ມງວດ ຕໍ່ອົງການຄຸ້ມຄອງ ແລະ ເປົ້າໝາຍທີ່ຖືກກວດສອບ ທີ່ບໍ່ໃຫ້ການຮ່ວມມື, ບໍ່ສະໜອງຂໍ້ມູນ ແລະ ບໍ່ເຂົ້າຮ່ວມວຽກງານກວດສອບແຫ່ງລັດ. ນອກຈາກການລາຍງານຂອງ ອົງການກວດສອບແຫ່ງລັດແລ້ວ, ກອງປະຊຸມ ຍັງໄດ້ຮັບຟັງການຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງ ຈາກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ທະນາຄານ ແຫ່ງ ສປປ ລາວ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ