![]() |
ພິທີໃສ່ບາດງານບຸນນະມັດສະການພະທາດຫຼວງ ໄດ້ຈັດຂຶ້ນທຸກໆປີ ຊຶ່ງເປັນການໃສ່ບາດຖວາຍສັງຄະທານແດ່ພະພິຂຸສົງ-ສາມະເນນແລ້ວ, ຍັງມີພິທີທາງສາສະໜາອື່ນໆຕາມຮີດຄອງປະເພນີຂອງຊາດລາວ.
![]() |
ພ້ອມນັ້ນ, ປີນີ້ເຫັນວ່າມີມວນຊົນຈາກທຸກທົ່ວສາລະທິດ ຕ່າງກໍມີຈິດໃຈໃສສັດທາຫຼັ່ງໄຫຼມາຮ່ວມງານບຸນປະເພນີດັ່ງກ່າວ ຢ່າງຫຼວງຫຼາຍ ແລະ ໄດ້ພ້ອມກັນໃສ່ບາດ, ຢາດນໍ້າ, ຮັບພອນ ແລະ ຟັງທໍາມະເທດສະໜາ ເພື່ອອຸທິດສ່ວນບຸນກຸສົນໃຫ້ບັນພະບູລຸດ ຕາມຄວາມເຊື່ອຖືຂອງຊາວພຸດທີ່ເຄີຍສືບທອດກັນມາແຕ່ດົນນານ ເພື່ອເປັນການອະນຸລັກປົກປັກຮັກສາ, ເສີມຂະຫຍາຍວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ ແລະ ເພື່ອເປັນສິຣິມຸງຄຸນໃຫ້ຊີວິດ ແລະ ຄອບຄົວ.
![]() |
ໃນພິທີ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໄຕ້ທຽນບູຊາ ເພື່ອເປັນສິຣິມຸງຄຸນໃຫ້ງານບຸນຄັ້ງນີ້. ໃນຕອນບ່າຍຂອງດຽວກັນເວລາ 13:00 ໂມງ, ໄດ້ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາປະເພນີຕີຄີທີ່ເດີ່ນພະທາດຫຼວງ ລະຫວ່າງການນໍາພັກ-ລັດ ກັບທີມປະຊາຊົນ ແລະ ໃນຕອນຄໍ່າເວລາ 19:00 ໂມງ ມີພິທີວຽນທຽນ-ຈູດທູບທຽນ ແລະ ຈຸດບັ້ງໄຟດອກ ເພື່ອສັກກາລະບູຊາພະທາດຫຼວງ ແລະ ກິດຈະກໍາອື່ນໆ ຕາມຮີດຄອງປະເພນີລາວ.
ຂ່າວ-ພາບ: ຍຸພິນທອງ



ຄໍາເຫັນ